Sunday, September 8, 2024
Homeຂ່າວໜ້າໜຶ່ງກອງປະຊຸມລັດຖະບານ ປະຈໍາເດືອນມັງກອນ 2024 ຮັບຮອງເອົາຫລາຍບັນຫາ

ກອງປະຊຸມລັດຖະບານ ປະຈໍາເດືອນມັງກອນ 2024 ຮັບຮອງເອົາຫລາຍບັນຫາ

ໃນວັນທີ 30 ມັງກອນ 2024, ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຜູ້ປະຕິບັດໜ້າທີ່ໂຄສົກລັດຖະບານ ໄດ້ຖະແຫລງຂ່າວກ່ຽວກັບ ຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈໍາເດືອນມັງກອນ 2024 ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ, ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ ເຂົ້າຮ່ວມແບບເຊິ່ງໜ້າ; ການນໍາຂອງບັນດາແຂວງ ແລະ ນະຄອນຫລວງວຽງຈັນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງການລາຍງານສະພາບພົ້ນເດັ່ນ ປະຈຳເດືອນມັງກອນ ແລະ ທິດທາງແຜນການ ປະຈຳເດືອນກຸມພາ 2024 ເຊິ່ງລັດຖະບານ ກໍໄດ້ສືບຕໍ່ສຸມໃສ່ແກ້ໄຂບັນຫາເຄັ່ງຮ້ອນຂອງເສດຖະກິດ-ການເງິນ ດ້ວຍການບັງຄັບໃຊ້ມາດຕະການຕ່າງໆ ທີ່ໄດ້ວາງອອກ ໂດຍໄດ້ປະກອບສ່ວນເຮັດໃຫ້ອັດຕາເງິນເຟີ້ ມີທ່າອ່ຽງຄ່ອຍໆຫລຸດລົງ.

ກອງປະຊຸມ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນດ້ວຍຄວາມເອົາໃຈໃສ່ ຕໍ່ບັນດາວາລະ ເຊິ່ງສັງລວມມີຄື: ວາລະທີ 1 ກອງປະຊຸມ ໄດ້ຮັບຟັງການລາຍງານຫຍໍ້ການຈັັດຕັ້ງປະຕິບັດວຽກງານຈຸດສຸມຂອງລັດຖະບານ ໃນເດືອນມັງກອນ ແລະ ທິດທາງແຜນການ ເດືອນກຸມພາ 2024 ລວມທັງສະພາບພົ້ນເດັ່ນພາຍໃນປະເທດ ຈາກທ່ານ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເຊິ່ງໃນໄລຍະ 1 ເດືອນຜ່ານມາ ລັດຖະບານ ໄດ້ສຸມໃສ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ບັນດາແຜນວຽກຈຸດສຸມ ປີ 2024 ໃຫ້ເຂົ້າສູ່ລວງເລິກ ແລະ ໄດ້ຮັບປະສິດທິຜົນດີຂຶ້ນ ໂດຍສະເພາະການແກ້ໄຂບັນຫາເງິນເຟີ້, ອັດຕາແລກປ່ຽນ, ຄຸ້ມຄອງລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ; ປະຕິບັດນະໂຍບາຍສິນເຊື່ອ ເພື່ອກະຕຸ້ນເສດຖະກິດ; ແກ້ໄຂບັນດາປະກົດການຫຍໍ້ທໍ້ໃນສັງຄົມ ໂດຍສະເພາ ຢາເສບຕິດ, ຂີ້ລັກ, ງັດແງະ, ປຸ້ນຈີ້, ສ້ອມແປງເສັ້ນທາງຫລວງແຫ່ງຊາດ, ທາງຫລວງທ້ອງຖິ່ນ ແລະ ເສັ້ນທາງໃນຕົວເມືອງຕ່າງໆ ທີ່ເປ່ເພ ແລະ ບັນຫາແຮງງານ. ເຖິງວ່າລັດຖະບານ ໄດ້ພະຍາຍາມສຸມໃສ່ປະຕິບັດໜ້າທີີີ່ການເມືອງຂອງຕົນຢ່າງຕັ້ງໜ້າ ແຕ່ຍັງມີຂໍ້ຄົງຄ້າງຈໍານວນໜຶ່ງ ທີີີ່ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂ ເປັນຕົ້ນ ການຜັນຂະຫຍາຍ ແລະ ຈັດຕັ້ງປະຕິ ບັດທິດຊີ້ນຳ ແລະ ການຕົກລົງ ຂອງລັດຖະບານ ຍັງຊັກຊ້າ, ບໍ່ທັນສະພາບການ ແລະ ຍັງບໍ່ທັນມີປະສິດທິຜົນສູງເທົ່າທີີ່ຄວນ ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານບາງດ້ານ ຍັງບໍ່ສາມາດບັນລຸໄດ້ຕາມຄາດໝາຍທີ່ວາງໄວ້; ຂົງເຂດ ປກຊ-ປກສ, ເຖິງວ່າໄດ້ມີຄວາມພະຍາຍາມສູງ ແຕ່ປະກົດການຫຍໍ້ທໍ້ ເປັນຕົ້ນ ບັນຫາການຄ້າຂາຍເຖື່ອນ, ຂີ້ລັກງັດແງະ, ບັນຫາອຸບັດເຫດ, ຂໍ້ຂັດແຍ່ງຕ່າງໆ ໃນບັນຫາທີ່ດິນ ແລະ ອື່ນໆ ຍັງສືບຕໍ່ເກີດຂຶ້ນໃນລະດັບຕ່າງກັນ; ອັດຕາເງິນເຟີ້, ອັດຕາແລກປ່ຽນ, ການເພີີີ່ມຂຶ້ນຂອງລາຄານໍ້າມັນເຊື້ອໄຟ, ການຂາດເຂີນນ້ຳມັນກາຊວນ, ຍັງສືບຕໍ່ສົ່ງຜົນກະທົບໂດຍກົງຕໍ່ລາຄາສິນຄ້າ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ຢ່າງໜັກໜ່ວງ. ສຳລັບການຂາດເຂີນນໍ້າມັນກາຊວນ ມີສາເຫດມາຈາກໂຮງກັ່ນນໍ້າມັນຢູ່ປະເທດເພື່ອນບ້ານ ທີ່ເປັນແຫລ່ງສະໜອງນໍ້າມັນ ໃຫ້ແກ່ປະເທດເຮົາ ໄດ້ປິດບາງສາຍການຜະລິດຊົ່ວຄາວ ເພື່ອປັບປຸງມາດຕະຖານນໍ້າມັນເຊື້ອໄຟ. ຕໍ່ສະພາບດັ່ງກ່າວ, ພັກ-ລັດຖະບານ ໄດ້ເອົາໃຈໃສ່ເລັ່ງແກ້ໄຂ ເຮັດໃຫ້ສາມາດຕອບສະໜອງຄວາມຕ້ອງການ ໄດ້ຈຳນວນໜຶ່ງ ເຊິ່ງຄາດວ່າສະພາບຈະດີຂຶ້ນຕໍ່ເນື່ອງ ແລະ ເຂົ້າສູ່ສະພາບປົກກະຕິໂດຍໄວ. ຄຽງຄູ່ກັນນັ້ນ, ເພື່ອເຫັນໄດ້ບັນຫາຕົວຈິງ ແລະ ຊຸກຍູ້ບັນດາວຽກທີ່ລັດຖະບານໄດ້ຊີ້ນຳ ໃຫ້ໄດ້ຮັບການແກ້ໄຂໄວຂຶ້ນ, ຖືກຕ້ອງ ແລະ ແທດຕົວຈິງ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ສົມທົບກັບຂະແໜງການກ່ຽວຂ້ອງ ແຕ່ງຕັ້ງ 3 ຄະນະ ເພື່ອລົງຕິດຕາມ, ເກັບກຳຂໍ້ມູນ ແລະ ກວດກາສະພາບການສະໜອງນ້ຳມັນຢູ່ບັນດາໂຄງການໃຫຍ່ ແລະ ບັນດາປ້ຳຢູ່ນະຄອນຫລວງວຽງຈັນ ພ້ອມທັງ ນຳເອົາຂໍ້ມູນມາຄົ້ນຄວ້າສະເໜີວິທີການແກ້ໄຂ. ຜ່ານການຮັບຟັງ ແລະ ປະກອບຄຳເຫັນ, ກອງປະຊຸມເຫັນດີດ້ານຫລັກການ ຮັບຮອງເອົາບົດສະຫລຸບວຽກງານພົ້ນເດັ່ນປະຈໍາເດືອນມັງກອນ ແລະ ທິດທາງແຜນການ ປະຈຳເດືອນກຸມພາ 2024 ຂອງລັດຖະບານ ກໍຄື ສະພາບພົ້ນເດັ່ນວຽກງານເສດຖະກິດ-ສັງຄົມ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານການຕ່າງປະເທດ ຄຽງຄູ່ກັບລາຍງານ ກ່ຽວກັບລະບຽບການ ແລະ ກົນໄກໃນການໄປເຄື່ອນໄຫວວຽກງານການຕ່າງປະເທດ ຂອງຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ; ລວມທັງທິດຜັນຂະຫຍາຍຜົນກອງປະຊຸມ ຄັ້ງທີ 46 ຂອງຄະນະກຳມະການ ຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ສສ ຫວຽດນາມ ປະຈຳປີ 2024. ກອງປະຊຸມ ໄດ້ມອບໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ປັບປຸງຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ແລະ ທິດຊີ້ນຳຂອງກອງປະຊຸມ ກ່ຽວກັບແຜນວຽກຈຸດສຸມຂອງລັດຖະບານ ໃນເດືອນກຸມພາ 2024; ວາລະທີ 2: ກອງປະຊຸມໄດ້ພິຈາລະນາ ແລະ ເຫັນດີດ້ານຫລັກການ ຮັບຮອງເອົາລາຍງານການປະເມີນຄືນບັນດາໂຄງການບໍ່ແຮ່ ທີ່ໄດ້ອະນຸມັດຜ່ານມາທັງໝົດ ແລະ ແຜນໃນຕໍ່ໜ້າ ໂດຍມອບໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ໃຫ້ມີຄວາມລະອຽດ, ຈະແຈ້ງ ແລະ ຊັດເຈນຫລາຍຂຶ້ນ ເພື່ອເປັນພື້ນຖານໃຫ້ລັດຖະບານໃນການວາງແຜນພັດທະນາໂຄງການແຮ່ທາດ ທີ່ມີປະສິດທິຜົນ ໃນຕໍ່ໜ້າໄດ້ໂດຍໄວ; ເລັ່ງຫັນບັນດາໂຄງການທົດລອງດ້ານແຮ່ທາດ ທີ່ມີປະສິດທິຜົນ, ໝົດອາຍຸທົດລອງ ແລະ ຄົບມາດຖານເງື່ອນໄຂສູ່ໂຄງການລົງທຶນແບບປົກກະຕິ; ກໍລະນີໂຄງການ ມີຄວາມຄືບໜ້າຊ້າ, ບໍ່ປະຕິບັດຕາມສັນຍາ ແລະ ແຜນການທີ່ກຳນົດໄວ້ ຫລື ບໍ່ມີຄວາມຄືບໜ້າ ແມ່ນໃຫ້ດໍາເນີນມາດຕະການ ກ້າວໄປສູ່ການຍົກເລີກ ຢ່າງເດັດຂາດ. ຄຽງຄູ່ກັນນັ້ນ, ກໍສືບຕໍ່ປຶກສາຫາລືກັບຂະແໜງການກ່ຽວຂ້ອງ ແລະ ຜູ້ປະກອບການດ້ານແຮ່ທາດ ເພື່ອຊຸກຍູ້ສົ່ງເສີມການລົງທຶນປຸງແຕ່ງແຮ່ທາດຢູ່ພາຍໃນປະເທດ ໃຫ້ຫລາຍຂຶ້ນ; ວາລະທີ 3 ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫລັກການຮັບຮອງເອົາລາຍງານຜົນການສະຫລຸບ ແລະ ປະເມີນການຈັດຕັ້ງປະຕິບັດກອງທຶນຂະໜາດນ້ອຍ ແລະ ຂະໜາດກາງ ໃນໄລຍະຜ່ານມາ ຕາມແຈ້ງການ ສະບັບເລກທີ 29/ຫສນຍ, ລົງວັນທີ 04 ມັງກອນ 2024 ໂດຍມອບໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າ ສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງຕາມການປະກອບຄຳເຫັນ ຂອງສະມາຊິກລັດຖະບານ. ພ້ອມກັນນີ້, ໃຫ້ເພີ່ມທະວີ ສືບຕໍ່ຕິດຕາມ, ຄຸ້ມຄອງຈັດຕັ້ງປະຕິບັດກອງທຶນດັ່ງກ່າວ ຢ່າງເຂັ້ມງວດ ໂດຍໃຫ້ມີການສະຫລຸບຕີລາຄາ, ສະເໜີມາດຕະການແກ້ໄຂທີ່ເໝາະສົມ ແລະ ທັນກັບສະພາບການ ແລ້ວລາຍງານລັດຖະບານ ເປັນແຕ່ລະໄລຍະ ເພື່ອມີທິດຊີ້ນໍາ. ຄຽງຄູ່ກັນນັ້ນ ກໍໃຫ້ຄົ້ນຄວ້າກຳນົດມາດຕະການຈັດຕັ້ງປະຕິບັດແຕ່ລະໄລຍະໃຫ້ລະອຽດ, ມີການຈັດບູລິມະສິດໜ້າວຽກ ແລະ ການແບ່ງຄວາມຮັບຜິດຊອບ ໃຫ້ຈະແຈ້ງ; ວາລະທີ 4. ກອງປະຊຸມໄດ້ພິຈາລະນາ ແລະ ເຫັນດີດ້ານຫລັກການ ຮັບຮອງເອົາຮ່າງກົດໝາຍວ່າດ້ວຍ ການກັນ ແລະ ຄວບຄຸມ ເຊື້ອເຮສໄອວີ/ພະຍາດເອດ (ສະບັບປັບປຸງ) ໂດຍໄດ້ມອບໃຫ້ກະຊວງສາທາລະນະສຸກ ສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ໃຫ້ມີເນື້ອໃນລະອຽດ, ຈະແຈ້ງ ແລະ ຄົບຖ້ວນສົມບູນຂຶ້ນ ໂດຍສະເພາະ ກ່ຽວກັບຄວາມຮັບຜິດຊອບ ແລະ ການມີສ່ວນຮ່ວມຂອງບັນດາຂະແໜງການ ແລະ ທຸກພາກສ່ວນໃນສັງຄົມ, ແຫລ່ງງົບປະມານ, ລວມທັງ ການນຳໃຊ້ຄຳສັບ, ການຈັດລຽງບັນດາໝວດ, ມາດຕາ ແລະ ອື່ນໆ; ວາລະທີ 5 ກອງປະຊຸມເຫັນດີດ້ານຫລັກການ ຮັບຮອງເອົາຮ່າງກົດໝາຍ ວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ (ສະບັບປັບປຸງ) ໂດຍມອບໃຫ້ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ປັບປຸງຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ໃຫ້ມີເນື້ອໃນຄົບຖ້ວນສົມບູນ, ຮັດກຸມ, ສາມາດແກ້ໄຂໄດ້ຂໍ້ຄົງຄ້າງຕ່າງໆ ຂອງວຽກງານດັ່ງກ່າວ ໃນໄລຍະຜ່ານມາ ກໍຄື ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການ ໃນການພັດທະນາສະເພາະໜ້າ ແລະ ຍາວນານ ເປັນຕົ້ນ ເພີ່ມຕື່ມບາງເນື້ອໃນກ່ຽວກັບ ວຽກປ້ອງກັນສິ່ງແວດລ້ອມ, ວຽກໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ, ວຽກຄຸ້ມຄອງກອງທຶນສິ່ງແວດລ້ອມ, ການຟື້ນຟູສິ່ງແວດລ້ອມຈາກຜົນກະທົບຂອງໂຄງການພັດທະນາຕ່າງໆ ແລະ ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ. ພ້ອມກັນນັ້ນ ກໍກໍານົດແຈ້ງຕື່ມ ກ່ຽວກັບບ່ອນອີງທາງດ້ານມາດຕະຖານສິ່ງແວດລ້ອມລະດັບຕ່າງໆ; ວາລະທີ 6 ກອງປະຊຸມ ໄດ້ພິຈາລະນາຮ່າງດໍາລັດ ວ່າດ້ວຍກອງທຶນຄວາມປອດໄພທາງລົດໄຟ ເຊິ່ງດ້ານຫລັກການ ແມ່ນເຫັນໄດ້ຄວາມສຳຄັນ ແລະ ຈຳເປັນຂອງວຽກງານດັ່ງກ່າວ. ກອງປະຊຸມໄດ້ມອບໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ສົມທົບກັບພາກສ່ວນກ່ຽວຂ້ອງ ລົງເລິກດ້ານລາຍລະອຽດ ຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ຈຸດປະສົງ ແລະ ເປົ້າໝາຍການນຳໃຊ້ກອງທຶນ, ວຽກງານປ້ອງກັນຄວາມປອດໄພ ແລະ ການນຳໃຊ້ເຄື່ອງມືທັນສະໄໝ ເຂົ້າໃນວຽກງານດັ່ງກ່າວ, ພ້ອມທັງ ໃຫ້ຈັດສຳມະນາລະດົມຄວາມຄິດເຫັນ ແລະ ຖອດຖອນບົດຮຽນ ຈາກການປະຕິບັດວຽກງານກອງທຶນອື່ນຕື່ມ.

ວາລະທີ 7 ກອງປະຊຸມເຫັນດີດ້ານຫລັກການ ຮັບຮອງເອົາຮ່າງກົດໝາຍ ວ່າດ້ວຍສະຫະກອນ (ສະບັບສ້າງໃໝ່) ໂດຍມອບໃຫ້ກະຊວງກະສິກຳ ແລະ ປ່າໄມ້ ສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ກຳນົດແຈ້ງ ແລະ ຄົບຖ້ວນ ກ່ຽວກັບການກຳນົດຈຸດປະສົງ, ການກຳນົດປະເພດສະຫະກອນ ແລະ ພາກສ່ວນທີ່ມີສ່ວນຮ່ວມ ໃນການຄຸ້ມຄອງສະຫະກອນ; ກຳນົດເພີ່ມ ກ່ຽວກັບນະໂຍບາຍປະກັນສັງຄົມ ໃນວຽກງານສະຫະ ກອນ. ສຳລັບເນື້ອໃນບາງຈຸດ ທີ່ບໍ່ທັນເອກະພາບກັນ ແມ່ນໃຫ້ນຳໄປຈັດກອງປະຊຸມສຳມະນາ ເພື່ອລົງເລິກ ຕິຄວາມໝາຍ ແລະ ກຳນົດໃຫ້ລະອຽດ, ຈະແຈ້ງ, ຮັດກຸມ ແລະ ສາມາດຈັດຕັ້ງປະຕິບັດໄດ້ ໂດຍໃຫ້ປັບປຸງສຳເລັດ ແລະ ສົ່ງສະພາແຫ່ງຊາດ ພິຈາລະນາ ທັນຕາມກຳນົດເວລາ.

ສຳລັບແຜນວຽກຈຸດສຸມໃນເດືອນກຸມພາ ທີ່ຈະມາເຖິງນີ້, ລັດຖະບານ ຈະໄດ້ສຸມໃສ່ປະຕິບັດວຽກຈຸດສຸມ ຕົວຈິງຈຳນວນໜຶ່ງ ດັ່ງນີ້: ວຽກງານປ້ອງກັນຊາດ: ສືບຕໍ່ຈັດຕັ້ງປະຕິບັດຕາມ 4 ໜ້າທີ່ໃຫຍ່ 26 ແຜນງານ ຢ່າງຕັ້ງໜ້າ ແລະ ຕໍ່ເນື່ອງ ເພື່ອຮັບປະກັນສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບຕາມບໍລິເວນຊາຍແດນ, ພ້ອມທັງສືບຕໍ່ສຸມໃສ່ວຽກງານກໍ່ສ້າງຮາກຖານການເມືອງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງຮອບດ້ານ; ວຽກງານປ້ອງກັນຄວາມສະຫງົບ: ສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດ 4 ແຜນງານ 41 ໂຄງການ, ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ ໂດຍສະເພາະ ລົງເລິກການຈັດຕັ້ງປະຕິບັດວາລະແຫ່ງຊາດ ເພື່ອແກ້ໄຂບັນຫາຢາເສບຕິດ ຕິດພັນກັບການຄຸ້ມຄອງອາວຸດເຖື່ອນ ແລະ ອາວຸດດັດແປງ; ສະກັດກັ້ນການກໍ່ອາຊະຍາກໍາທາງໄຊເບີ, ຄອນເຊັນເຕີ ລວມທັງການຄຸ້ມຄອງການນຳໃຊ້ສື່ສັງຄົມອອນລາຍ ແລະ ອື່ນໆ; ຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບ ຮຽບຮ້ອຍ ແລະ ຄວາມປອດໄພຮອບດ້ານ ໃຫ້ແກ່ກອງປະຊຸມສາກົນຕ່າງໆທີ່ຈັດຂຶ້ນຢູ່ ສປປ ລາວ ແລະ ໃຫ້ແກ່ນັກທ່ອງທ່ຽວທີ່ເຂົ້າມາໃນ ສປປ ລາວ; ການແກ້ໄຂວຽກງານເຄັ່ງຮ້ອນ ທາງດ້ານເສດຖະກິດ: ສືບຕໍ່ແກ້ໄຂບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ຕາມແຜນເຄື່ອນໄຫວວຽກຈຸດສຸມ ຂອງຄະນະສະເພາະກິດ, ນິຕິກຳ ແລະ ແຈ້ງການທິດຊີ້ນຳຂອງກອງປະຊຸມຄະນະສະເພາະກິດໃນແຕ່ລະຄັ້ງ, ພ້ອມທັງ ສຸມໃສ່ປະຕິບັດຕາມທິດຊີ້ນຳ ກ່ຽວກັບມາດຕະການຮັບມືສະພາບການຂາດເຂີນນ້ຳມັນເຊື້ອໄຟ ແລະ ບັນຫາການສະໜອງໄຟຟ້າໃຫ້ບາງໂຄງການ; ສຸມໃສ່ເກັບລາຍຮັບເຂົ້າງົບປະມານລັດ ໃຫ້ໄດ້ຫລາຍສຸດກຳລັງຄວາມສາມາດ ຕາມກົດໝາຍ, ລັດຖະບັນຍັດກ່ຽວຂ້ອງ ແລະ ຕາມທິດຫັນເປັນທັນສະໄໝ; ຂົງເຂດ ພະລັງງານ ແລະ ບໍ່ແຮ່: ກວດກາຄືນບັນດານິຕິກຳ ແລະ ກົດໝາຍທີ່ກ່ຽວຂ້ອງກັບການເກັບລາຍຮັບຈາກໂຄງການບໍ່ແຮ່, ນິຕິກຳໃດຍັງບໍ່ທັນສອດ ຄ່ອງ, ເປັນອຸປະສັກບໍ່ສາມາດແຂ່ງຂັນໄດ້ ກໍໃຫ້ຄົ້ນຄວ້າປັບປຸງ; ສົ່ງເສີມການປຸງແຕ່ງເປັນຜະລິດຕະພັນສົ່ງອອກໃຫ້ຫຼາຍຂຶ້ນ ເພື່ອນຳເງິນຕາເຂົ້າມາເພີ່ມຂຶ້ນ; ສືບຕໍ່ສຸມໃສ່ປະເມີນໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ຢູ່ບັນດາແຂວງທີ່ຍັງເຫລືອໃຫ້ສຳເລັດ; ໃຫ້ອົງການປົກຄອງທ້ອງຖິ່ນ ເປັນເຈົ້າການສະຫລຸບສັງລວມ ແລະ ສະໜອງຂໍ້ມູນຜົນການ ຈັດຕັ້ງປະຕິບັດໂຄງການລະອຽດແຕ່ລະດ້ານ ເພື່ອໃຫ້ການປະເມີນມີຄວາມຈະແຈ້ງ; ຄົ້ນຄວ້າກຳນົດມາດຖານເງື່ອນໄຂຂອງຜູ້ລົງທຶນ ເປັນຕົ້ນ ດ້ານເຕັກນິກ, ການເງິນ, ການຖືຄອງບັນຊີເງິນຕາ ແລະ ອື່ນໆ ໂດຍຮ່າງເປັນນິຕິກຳສະເພາະ ເພື່ອເປັນບ່ອນອີງໃນການພິຈາລະນາອະນຸຍາດລົງທຶນພັດທະນາບໍ່ແຮ່ ໃນຕໍ່ໜ້າ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ; ຂົງເຂດທະນາຄານ: ສືບຕໍ່ຕິດຕາມ ແລະ ຄຸ້ມຄອງອັດຕາແລກປ່ຽນ ຢ່າງໃກ້ຊິດ, ທັງຊຸກຍູ້ການປະຕິ ບັດນະໂຍບາຍສິນເຊື່ອໃຫ້ຜູ້ປະກອບການ ເກັບຊື້ຜະລິດຕະພັນກະສິກຳ ສົ່ງອອກໄປຕ່າງປະເທດ ເພື່ອນຳເງິນຕາຕ່າງປະເທດໃຫ້ຫລາຍຂຶ້ນ; ສ້າງ ແລະ ປະເມີນຄືນບັນດາມາດຕະການ, ເຄື່ອງມື, ນະໂຍບາຍເງິນຕາຕ່າງໆ, ຖ້ານິຕິກຳໃດ ໄດ້ຮັບຜົນດີກໍສືບຕໍ່ປະຕິບັດ, ອັນໃດທີ່ບໍ່ສອດຄ່ອງ ກໍໃຫ້ປັບປຸງແກ້ໄຂ; ສືບຕໍ່ເລັ່ງການເກັບກູ້ໜີ້ສິນນຳບັນດາບໍລິສັດຈຳນວນໜຶ່ງ ທີ່ໄດ້ລັດຖະບານໄດ້ຊີ້ນຳຜ່ານມາ; ຂົງເຂດອຸດສາຫະກຳ ແລະ ການຄ້າ: ຕິດຕາມເກັບກຳຂໍ້ມູນສະພາບການເໜັງຕີງລາຄາສິນຄ້າ ໃຫ້ຮູ້ໄດ້ສາເຫດການ ຂຶ້ນ-ລົງ ເພື່ອປະຕິບັດມາດຕະການໃນການຄຸ້ມຄອງລາຄາສິນຄ້າ ໃຫ້ທັນກັບສະພາບການ ເປັນຕົ້ນ ມາດຕະການຄັງແຮເຂົ້າແຊກແຊງລາຄາ ແລະ ຄັງແຮນ້ຳມັນ; ເລັ່ງສ້າງດຳລັດ ວ່າດ້ວຍກອງທຶນນ້ຳມັນເຊື້ອໄຟ ໃຫ້ສຳເລັດໄວ; ແກ້ໄຂສະພາບການຂາດແຄນນໍ້າມັນເຊື້ອໄຟ ດ້ວຍຫລາຍວິທີ ແລະ ຫລາຍມາດຕະການ; ຂົງເຂດໂຍທາທິການ ແລະ ຂົນສົ່ງ: ຄົ້ນຄວ້າການຫັນຄວາມຮັບຜິດຊອບໃຫ້ອົງການປົກຄອງທ້ອງຖິ່ນ ເປັນຜູ້ຄຸ້ມຄອງເສັ້ນທາງ ເພື່ອໃຫ້ແຂວງສາມາດບູລະນະຮັກສາ, ສ້ອມແປງ, ຟື້ນຟູທາງຫລວງຈຸດທີ່ມີການເປ່ເພ ໃຫ້ມີຄວາມວ່ອງໄວ ແລະ ແກ້ໄຂການເດີນທາງ ໃຫ້ທັນສະພາບການ; ໃຫ້ສືບຕໍ່ອອກຄຳແນະນຳລະ ອຽດ ເພື່ອຈັດຕັ້ງປະຕິບັດການ ຊື້-ຂາຍ ຫລື ໂອນກຳມະສິດການນຳໃຊ້ພາຫະນະ ໂດຍຜ່ານລະບົບທະນາຄານ ໃຫ້ເປັນຮູບປະທຳໂດຍໄວ; ຂົງເຂດກະສິກຳ ແລະ ປ່າໄມ້: ສືບຕໍ່ຊຸກຍູ້ອົງການປົກຄອງທ້ອງຖິ່ນ ສຸມໃສ່ຈັດຕັ້ງຜັນຂະ ຫຍາຍດຳລັດ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ ປ່າໄມ້, ທີ່ດິນປ່າໄມ້, ຕ້ານ ແລະ ສະກັດກັ້ນ ການບຸກລຸກທໍາລາຍປ່າໄມ້, ທີ່ດິນປ່າໄມ້ ແລະ ໄຟໃໝ້ລາມປ່າ ໂດຍໃຫ້ມີການແຕ່ງຕັ້ງຄະນະຮັບຜິດຊອບໃນແຕ່ລະແຂວງ, ພ້ອມທັງ ເອົາໃຈໃສ່ຕິດຕາມກວດກາການບຸກລຸກທີ່ດິນປ່າໄມ້, ການເຝົ້າລະວັງ, ສະກັດກັ້ນ ແລະ ປ້ອງກັນການບຸກລຸກທຳລາຍປ່າ ແລະ ໄຟໄໝ້ລາມປ່າ; ສືບຕໍ່ປະເມີນສິນເຊື່ອກາກບອນປ່າໄມ້ໃນທົ່ວປະເທດ ໃຫ້ໄດ້ຕາມແຜນ ເພື່ອເປັນຂໍ້ມູນໃນການເຈລະຈາຮ່ວມມືໃນຫຼາຍຮູບແບບ ເພື່ອພັດທະ ນາໂຄງການຊື້-ຂາຍສິນເຊື່ອກາກບອນປ່າໄມ້; ຂົງເຂດຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ: ສືບຕໍ່ເລັ່ງຂຶ້ນທະບຽນອອກໃບຕາດິນ ໃຫ້ມີຕົວເລກຄືບໜ້າເພີ່ມຂຶ້ນ ເພື່ອກ້າວໄປເຖິງການບັນລຸຕົວເລກຄາດໝາຍ, ພ້ອມນີ້ ກໍຕ້ອງໄດ້ປະສານສົມທົບກົມກຽວກັບອົງການປົກຄອງທ້ອງຖິ່ນກ່ຽວຂ້ອງ ເພື່ອສືບຕໍ່ຄົ້ນຄວ້າຫາວິທີແກ້ໄຂອຸປະສັກຂໍ້ຫຍຸ້ງຍາກຕ່າງໆ ໃນການອອກໃບຕາດິນ ຢູ່ແຕ່ລະທ້ອງຖິ່ນ.

ຂົງເຂດວຽກງານວັດທະນະທຳ-ສັງຄົມ: ຮີບຮ້ອນຄົ້ນຄວ້າການເພີ່ມເງິນອຸດໜູນຄ່າຄອງຊີບໃຫ້ພະນັກງານ-ລັດຖະກອນ, ທະຫານ, ຕຳຫລວດ ໃຫ້ສຳເລັດໄວ ຕາມທີ່ໄດ້ຊີ້ນຳໃນກອງປະຊຸມລັດຖະບານເປີດກວ້າງຜ່ານມາ; ສືບຕໍ່ສັງລວມເອົາຂໍ້ແຂ່ງຂັນຍ້ອງຍໍ ຂອງບັນດາກະຊວງ, ອົງການຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນ ປີ 2024 ແລະ ໃຫ້ໄດ້ອອກມະຕິຮັບຮອງໄວ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ; ພ້ອມກັນນັ້ນ, ກໍໃຫ້ຮີບຮ້ອນຄົ້ນຄວ້ານະໂຍບາຍສະເພາະ ສຳລັບແຂວງທີ່ຍັງທຸກຍາກ ໂດຍຖອດຖອນບົດຮຽນຈາກແຂວງໄຊສົມບູນ; ສືບຕໍ່ຕິດຕາມ ແລະ ແກ້ໄຂບັນຫາແຮງງານລາວ ທີ່ອອກໄປເຮັດວຽກຢູ່ຕ່າງປະເທດ ແບບບໍ່ຖືກກົດໝາຍ ແລະ ເກັບກຳຕົວເລກສະຖິຕິ ໃຫ້ເປັນປົກກະຕິ; ຊຸກຍູ້ສະມາຄົມທຸລະກິດຈັດຫາງານລາວ ໃຫ້ເຄື່ອນໄຫວມີປະສິດທິພາບ, ຍົກສູງຄຸນນະພາບວຽກການຈັດຫາງານ ແລະ ສ້າງວຽກເຮັດງານທຳແຮງງານລາວ ໃຫ້ກ້າວໜ້າ ແລະ ເປັນລະບົບ; ສືບຕໍ່ເອົາໃຈໃສ່ຊີ້ນໍາຂະແໜງການທ່ອງທ່ຽວ ໃຫ້ສົມທົບກັບຜູ້ປະກອບການບໍລິການທ່ອງທ່ຽວ ໃຫ້ປະຕິບັດຕາມລະບຽບການກ່ຽວຂ້ອງຢ່າງເຄັ່ງຄັດ ໂດຍສະເພາະແມ່ນການຮັບປະກັນຄວາມປອດໄພຂອງນັກທ່ອງທ່ຽວ, ຫລີກເວັ້ນບໍ່ໃຫ້ມີຫາງສຽງບໍ່ດີກະທົບຕໍ່ພາບພົດການທ່ອງທ່ຽວລາວ, ຖ້າເກີດມີເຫດການທີ່ມີການເຜີຍແຜ່ທາງອອນລາຍ ກໍໃຫ້ພາກ ສ່ວນກ່ຽວຂ້ອງຮີບຮ້ອນຊີ້ແຈງແກ້ໄຂ ໃຫ້ທັນເວລາ; ສືບຕໍ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິ ກ່ຽວກັບນະ ໂຍບາຍ ແລະ ມາດຕະການແກ້ໄຂບັນຫາການຂາດເຂີນຄູສອນ, ການປະລະການຮຽນ ແລະ ການສົ່ງເສີມເຂົ້າຮຽນວິຊາຊີບ ໃຫ້ເປັນຮູບປະທຳ ເພາະບັນຫານີ້ ແມ່ນບັນຫາຮີບດ່ວນທີ່ຈະຕ້ອງໄດ້ເລັ່ງແກ້ໄຂ.

ວຽກງານການຕ່າງປະເທດ: ບັນດາຂະແໜງການ ແລະ ທ້ອງຖິ່ນ ຜັນຂະຫຍາຍ ບັນດາເນື້ອໃນທີ່ໄດ້ຕົກລົງຮ່ວມກັນ ໂດຍສະເພາະ ຜົນກອງປະຊຸມ ຄັ້ງທີ 46 ຂອງຄະນະກຳມະການຮ່ວມມືທະວິພາຄີ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ໃຫ້ເປັນຮູບປະທຳ, ພ້ອມທັງ ສືບຕໍ່ຕິດຕາມ ແລະ ຊຸກຍູ້ ການພິຈາລະນາ ບັນດາຂໍ້ສະເໜີແກ້ໄຂກ່ຽວກັບບາງໂຄງການລົງທຶນ ຈຳນວນໜຶ່ງ ເປັນຕົ້ນ ການເລັ່ງຊຸກຍູ້ບັນດາໂຄງການຜະລິດພະລັງງານໄຟຟ້າ ທີ່ໄດ້ຮັບອະນຸມັດຜ່ານມາ ໃຫ້ດຳເນີນກໍ່ສ້າງສຳເລັດຕາມແຜນ, ເລັ່ງພັດທະນາໂຄງການພະລັງງານລົມ, ພະລັງງານແສງອາທິດ, ທັງເລັ່ງກໍ່ສ້າງສາຍສົ່ງໄຟຟ້າ ເພື່ອສົ່ງກະແສໄຟຟ້າຈາກບ່ອນທີ່ມີຫລາຍ ແລະ ເຫລືອນຳໃຊ້ ໄປສູ່ບ່ອນຂາດ ເຂີນ; ສືບຕໍ່ຕິດຕາມສະພາບພົ້ນເດັ່ນ ທີ່ເກີດຂຶ້ນຢູ່ພາກພື້ນ ແລະ ສາກົນ ໃຫ້ທັນການ ໂດຍສະເພາະ ບັນຫາທີ່ຈະສົ່ງຜົນກະທົບຕໍ່ລາວເຮົາ, ລວມທັງ ບັນຫາທີ່ ສປປ ລາວ ຕ້ອງໄດ້ໃຫ້ທັດສະນະ ຫລື ລົງມະຕິ; ສືບຕໍ່ກະກຽມໃຫ້ແກ່ການນຳຂັ້ນສູງຂອງພັກ-ລັດ ທີ່ຈະເດີນທາງໄປເຄື່ອນໄຫວວຽກງານຕ່າງປະເທດ ບົນຈິດໃຈປະຢັດມັດທະຍັດ; ສືບຕໍ່ກະກຽມຄວາມພ້ອມ ໃຫ້ແກ່ການເປັນປະທານກອງປະຊຸມອາຊຽນ ຂອງ ສປປ ລາວ ປີ 2024 ແລະ ບັນດາກອງປະຊຸມປິ່ນອ້ອມອື່ນໆ ໃຫ້ສໍາເລັດຕາມແຜນການ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments