Sunday, September 8, 2024
Homeຂ່າວພາຍໃນ2023 ອົງການກາແດງ ເອົາໃຈໃສ່ຊ່ວຍເຫລືອດ້ານມະນຸດສະທຳ

2023 ອົງການກາແດງ ເອົາໃຈໃສ່ຊ່ວຍເຫລືອດ້ານມະນຸດສະທຳ

ວັນທີ 31 ມັງກອນ 2024 ນີ້, ອົງການກາແດງ ແຫ່ງຊາດລາວ ໄດ້ຈັດກອງປະຊຸມສະ ຫລຸບວຽກງານກາແດງ ທົ່ວປະເທດ ປະຈຳປີ 2023 ຂຶ້ນ, ທີ່ສູນເຝິກອົບຮົມ(ICT), ນະຄອນຫລວງວຽງຈັນ, ພາຍໃຕ້ການເປັນປະທານ ຂອງທ່ານ ສຈ ດຣ ພູທອນ ເມືອງປາກ ປະທານອົງການກາແດງ ແຫ່ງຊາດລາວ, ມີປະທານອົງການກາແດງແຂວງ, ຫົວໜ້າອົງການກາແດງ 17ແຂວງ ແລະ ນະຄອນຫລວງ, ມີບັນດາຮອງລັດຖະມົນຕີ, ພາກສ່ວນນັກທຸລະກິດ, ອົງການຈັດຕັ້ງສາກົນ ແລະ ພະນັກງານ, ອາສາສະໝັກກາແດງ ທົ່ວປະເທດເຂົ້າຮ່ວມ.

ທ່ານ ຮອງຈັນ ຈັນທະວົງ ຮອງຫົວໜ້າຫ້ອງການກາແດງ ແຫ່ງຊາດລາວ ໄດ້ລາຍງານສະຫລຸບຕີລາຄາ, ການການຈັດຕັ້ງ ແລະ ເຄື່ອນໄຫວວຽກງານກາແດງ ໃນຫນຶ່ງປີຜ່ານມາ ໃນການຊ່ວຍເຫລືອປະ ຊາຊົນໃນປີ 2023 ປະສົບຜົນສຳເລັດຢ່າງຫລວງຫລາຍ, ພ້ອມທັງ ໄດ້ວາງທິດທາງແຜນການ ປະຈໍາປີ 2024. ໃນນີ້, ໄດ້ສຸມໃສ່ຈັດຕັ້ງປະຕິບັດເອົາໃຈໃສ່ຊ່ວຍປະຊາຊົນ ຜູ້ທຸກຍາກ ຂາດເຂີນ, ຜູ້ປ່ຽວພອຍດ້ອຍໂອກາດ ແລະ ຜູ້ປະສົບໄພ ເຊັ່ນ: ນ້ຳຖ້ວມ, ແຫ້ງແລ້ງ, ໄພໜາວ, ໄຟໄຫມ້, ລົມພາຍຸ, ການແຜ່ລະບາດພະຍາດ ແລະ ອື່ນໆ ຕາມ 9 ຫນ້າວຽກຕົ້ນຕໍ ຂອງອົງການກາແດງແຫ່ງຊາດລາວ ແລະ ປະຕິ ບັດຕາມ 7 ຫລັກການພື້ນຖານ ຂອງຂະບວນການກາແດງ ແລະ ຊີກວົງເດືອນແດງສາກົນ ໃນການເຄື່ອນວຽກງານມະນຸດສະທຳ. ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໄດ້ປະສົບຜົນສຳຫລາຍດ້ານ ເຊັ່ນ: ໄດ້ເອົາໃຈໃສ່ຊ່ວຍເຫລືອປະຊາຊົນຜູ້ປະສົບໄພ ນ້ຳຖ້ວມ ໂດຍການນຳໃຊ້ເງິນສົດ ຢູ່ 02 ແຂວງ, 44 ບ້ານ 03 ເມືອງ, 4.125 ຄອບຄົວ, ພົນລະເມືອງ 20.930 ຄົນ, ເປັນມູນຄ່າ 9.389 ລ້ານກວ່າກີບ; ໄດ້ຊ່ວຍເຫລືອເຂົ້າສານ ຈຳນວນ 948 ກວ່າໂຕນ ໃຫ້ແກ່ປະຊາຊົນທີ່ຂາດເຂີນໃນ 4 ແຂວງ 221 ບ້ານ, 16 ເມືອງ, 17.516 ຄອບຄົວ, 109.778 ຄົນ; ຊ່ວຍເຫລືອເຕົາໄຟປະຢັດ ຈຳນວນ 29.782 ໝ່ວຍ ແລະ ເຄື່ອງກັນຕອງນໍ້າ ຈຳນວນ 6.765 ໝ່ວຍ ໃຫ້ແກ່ປະຊາຊົນ 05 ແຂວງ, 288 ບ້ານ, 11 ເມືອງ, 30.116 ຄອບຄົວ, 30.116ຄົນ, ລວມມູນຄ່າ 541.400 ໂດລາສະຫະລັດ ແລະ ຊ່ວຍເຫລືອຜ້າຫົ່ມປະຊາຊົນຕ້ານໄພໝາວໃນ 4 ແຂວງ, ຈຳນວນ 4.000 ຜືນ, ລວມມູນຄ່າ 138.171 ໂດລາສະຫະລັດ. ນອກຈາກນັ້ນ, ບັນດາກາແດງແຂວງ ຍັງໄດ້ເອົາໃຈໃສ່ລະດົມທຶນ ເຂົ້າໃນການຊ່ວຍເຫລືອຜູ້ທຸກຍາກ,ປ່ຽວ ພອຍ ດ້ອຍໂອກາດ, ໄພໝາວ, ໄຟໄຫມ້ ແລະ ລົມພາຍຸ ຢູ່ 17 ແຂວງ ແລະ ນະຄອນຫລວງວຽງຈັນ ທັງໝົດ 180 ຄັ້ງ, 313 ບ້ານ, 4.234 ຄອບຄົວ, 23.291 ຄົນ, ຍິງ 10.582 ຄົນ, ລວມມູນຄ່າ 3.214 ລ້ານກວ່າກີບ; ວຽກງານການປຸກລະດົມຂົນຂວາຍບໍລິຈາກເລືອດ ແລະ ການສະໜອງເລືອດ ທີ່ປອດໄພ ມີຜູ້ບໍລິຈາກເລືອດ ທັງໝົດ 73.023 ຖົງ. ໃນນີ້, ຢູ່ສູນກາງໄດ້ 36.115 ຖົງ ແລະ ທ້ອງຖິ່ນໄດ້ 36.908 ຖົງ, ຄາດຫມາຍສູ້ຊົນ ປະຈຳປີ 2023 ໃຫ້ໄດ້ 73.000 ຖົງ, ແຕ່ປະຕິບັດຕົວຈິງລື່ນຄາດໝາຍ ໄດ້ 73.023 ຖົງ.

ທົ່ວປະເທດສາມາດບັນລຸໄດ້ 100% ໃນກວດວິເຄາະເລືອດ ເຖິງຄວາມປອດໄພ ແລະ ແຈກຈ່າຍ ເລືອດໃຫ້ຄົນເຈັບ ທັງໝົດ 78.446 ຖົງ, ມີຄົນເຈັບໄດ້ຮັບການຊ່ວຍເຫລືອ ຈາກການໃສ່ເລືອດເປັນຈໍານວນ 57.419 ຄົນ; ວຽກງານສົ່ງເສີມສຸຂະພາບຂັ້ນພື້ນຖານ ໄດ້ສ້ອມແປງລະບົບນໍ້າລິນ 11 ບ້ານ ແລະ ກໍ່ສ້າງວິດຖ່າຍ 6 ບ້ານ ຈໍານວນ 208 ໜ່ວຍ ໃນ 3 ເມືອງ, 2 ແຂວງ, ມີປະຊາຊົນຊົມໃຊ້ 5.125 ຄົນ, ຝຶກໂຄສະນາສົ່ງເສີມສຸຂະນາໄມ ການປ້ອງກັນພະຍາດ ເຊິ່ງມີຜູ້ຮ່ວມທັງໝົດ 31.119 ຄົນແລະ ຜະລິດນ້ຳສະອາດໃຫ້ແກ່ປະຊາຊົນ ທີ່ຖຶກຮັບຜົນກະທົບຈາກນໍ້າຖ້ວມ ຢູ່ 4 ບ້ານ ຂອງເມືອງນາກາຍ ແຂວງຄຳມ່ວນ ສາມາດຜະລິດນ້ຳໄດ້ 14.000 ລິດ ໃຫ້ 141 ຄອບຄົວຜູ້ທີ່ໄດ້ຮັບຜົນກະທົບ; ຝຶກອົບຮົມປະຖົມພະຍາບານ ໃຫ້ອາສາສະໝັກ, ພະນັກງານກາ, ນັກສຶກສາ ໄດ້ 2.980 ຄົນ ແລະ ບໍລິ ການປະຖົມພະຍາບານ ຮັບໃຊ້ໃນວັນສຳຄັນຂອງຊາດ ໄດ້ 4.014 ຄົນ; ໄດ້ເອົາໃຈໃສ່ຊ່ວຍເຫລືອຜູ້ປະ ສົບອຸບັດເຫດ 2.392 ຄັ້ງ, ຊ່ວຍຄົນເຈັບ 2.954 ຄົນ ແລະ ນຳສົ່ງຄົນເຈັບ ໄປໂຮງໝໍ 1.835 ຄັ້ງ ແລະ ມີໜ່ວຍກູ້ໄພທັງໝົດ 9 ໜ່ວຍ, ຢູ່ສູນກາງ 1 ໜ່ວຍ ແລະ ຢູ່ແຂວງມີ 8 ໜ່ວຍ; ໄດ້ລົງໂຄສະນາພາລະບົດ, ກົດໝາຍກາແດງ ແລະ ຂະບວນການກາແດງສາກົນ ໃນທົ່ວປະເທດໄດ້ 119 ຄັ້ງ, ມີຜູ້ເຂົ້າຮ່ວມ 14.729 ຄົນ, ເຮັດພາລະບົດບາດ 9 ໜ້າວຽກ ຜ່ານສື່ໂທລະພາບ 198 ຄັ້ງ. ນອກນັ້ນ, ຍັງໄດ້ເອົາໃຈໃສ່ການລາຍງານຂໍ້ມູນຂ່າວສານ ເຊັ່ນ:ໄດ້ ຂຽນຂ່າວ, ຂຽນບົດ ອອກຂ່າວ ຜ່ານສື່ຕ່າງໆ ເຊັ່ນ: ໂທລະພາບ, ວິທະຍຸ, ໜັງສືພິມ, ເວບໄຊ, ເຟສບຸກ ສື່ອອນລາຍຕ່າງໆ ທັງໝົດ 1.322 ຄັ້ງ, ພ້ອມທັງໄດ້ຝຶກອົບຮົມການຂຽນຂ່າວ ຂ່າວ 1 ຄັ້ງ; ໄດ້ຂົນຂວາຍລະດົມທຶນ ຈາກພາຍໃນ ແລະ ຕ່າງປະເທດ,ຈາກຊັ້ນຕ່າງໆໄດ້ ທັງໝົດ 8.631 ລ້ານກວ່າກີບ, 1.850 ໂດລາສະຫະລັດ, 5.560 ບາດ ແລະ ເປັນວັດຖຸຄິດໄລ່ເປັນມູນຄ່າ 7.276 ລ້ານກວ່າກີບ, 135.200 ໂດລາສະຫະລັດ, 292.440 ບາດ. ສ່ວນການສ້າງສະມາຊິກ ແລະ ອາສາສະໝັກກາແດງ ແມ່ນມີຄວາມຈຳເປັນໃນການປະກອບສ່ວນ ໃນວຽກງານກາແດງ ໂດຍໄດ້ສ້າງຖານຂໍ້ມູນອາສາສະໝັກກາແດງ ເຊິ່ງມີຜູ້ລົງທະບຽນໃສ່ໃນຖານຂໍ້ມູນ ທັງໝົດ 446 ຄົນ, ອາສາສະໝັກ ສ ເກົາຫລີ ແລະ ອາສະໝັກອົງການກາແດ ແຫ່ງຊາດລາວ ໄດ້ຊ່ວຍສ້ອມແປງໂຮງ ຮຽນ ໄດ້ 8 ແຫ່ງຂອງເມືອງປາກງື່ມ, ນະຄອນຫລວງວຽງຈັນ ແລະ ໄດ້ຕອບ-ຮັບຈົດໝາຍສືບທາວ ຫາຍາດຕິພີ່ນ້ອງ ທີ່ພັດພາກຈາກກັນ 3 ສະບັບ ແລະ ຮັບ-ສົ່ງ ຄຳຮ້ອງ 1.

ອົງການກາແດງ ແຫ່ງຊາດລາວ ຍັງໄດ້ເອົາໃຈໃສ່ພົວພັນຮ່ວມມືສາກົນ ເພື່ອຍາດແຍ່ງເອົາທຶນມາພັດທະນາວຽກງານກາແດງ ເຊັ່ນ: ການຮ່ວມມືລະຫວ່າງ ສະຫະພັນກາແດງ ແລະ ຊີກວົງເດືອນແດງສາ ກົນ ແລະ ລັດຖະບານ ສປປ ລາວ ເພື່ອສ້າງຕັ້ງຫ້ອງການຜູ້ຕາງໜ້າ ຢູ່ ສປປ ລາວ, ປະດັບຫລຽນກາມິດຕະພາບໃຫ້ ສະພາກາແດງ ສສ ຫວຽດນາມ, ການນໍາ ແລະ ພະນັກງານ ໄດ້ເຂົ້າຮ່ວມກອງປະຊຸມຕ່າງປະເທດ 44 ເທື່ອຄົນ, ລົງນາມສັນຍາຄວາມເຂົ້າໃຈ 14 ສະບັບ ແລະ ເປັນມູນຄ່າການຊ່ວຍເຫລືອເປັນເງິນ 524.294 ໂດລາສະຫະລັດ, 508.349 ຝຣັ່ງສະວິດສ, 387.940.000 ກີບ (ຫລື ຄິດເປັນເງິນໂດລາທັງໝົດ 1.141.303 ໂດລາສະຫະລັດ), ກາແດງເພື່ອມິດ ແລະ ອົງການ ໃຫ້ການສະໜັບສະໜູນ ໂຄງການ ເປັນມູນຄ່າ 1.062.201 ໂດລາສະຫະລັດ ແລະ ສະພາກຊາດໄທຊ່ວຍເຫລືອ ເປັນມູນຄ່າທັງໝົດ 1.998.000 ບາດ.

ຂ່າວ ສົມຫວັງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments