Home ຂ່າວໜ້າໜຶ່ງ ບົດຖະແຫຼງການຮ່ວມກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ຄັ້ງທີ 27 ທີ່ນະຄອນຫຼວງວຽງຈັນ, ສປປ ລາວ

ບົດຖະແຫຼງການຮ່ວມກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ຄັ້ງທີ 27 ທີ່ນະຄອນຫຼວງວຽງຈັນ, ສປປ ລາວ

0
80

1. ກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ຄັ້ງທີ 27 ໄດ້ຈັດຂື້ນໃນວັນທີ 25 ມັງກອນ 2024 ທີ່ນະຄອນຫຼວງວຽງຈັນ, ສປປ ລາວ ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ສວນສະຫວັນ ວິຍະເກດ, ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ແລະ ຮອງປະທານ ໂດຍ ທ່ານ ດາໂຕະ ຊິຣິ ທິອ໋ອງ ຄິງຊິງ ລັດຖະມົນຕີກະຊວງທ່ອງທ່ຽວ, ສິລະປະ ແລະ ວັດທະນະທຳ ແຫ່ງປະເທດມາເລເຊຍ. ກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ຄັ້ງທີ 27 ໄດ້ຈັດຂື້ນຖັດຈາກກອງປະຊຸມເຈົ້າໜ້າທີ່ອາວຸໂສທ່ອງທ່ຽວອາຊຽນ ຄັ້ງທີ 59 ແລະ ກອງປະຊຸມປິ່ນອ້ອມຕ່າງໆ ກັບບັນດາຄູ່ຮ່ວມເຈລະຈາ.

2. ກອງປະຊຸມໄດ້ສຸມໃສ່ການປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດບັນດາກິດຈະກຳທີ່ລະບຸໄວ້ໃນແຜນຍຸດທະສາດການທ່ອງທ່ຽວອາຊຽນ 2016-2025 ພ້ອມທັງບັນດາກິດຈະກຳບຸລິມະສິດຫຼັກຕ່າງໆ ໃນປີ 2023-2024 ເພື່ອຊຸກຍູ້ການຟື້ນຟູຂະແໜງການທ່ອງທ່ຽວໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ ພາຍໃຕ້ຄຳຂວັນ “ການທ່ອງທ່ຽວທີ່ມີຄຸນນະພາບ ແລະ ມີຄວາມຮັບຜິດຊອບ: ເພື່ອເຮັດໃຫ້ອາຊຽນມີຄວາມຍືນຍົງໃນອະນາຄົດ”, ກອງປະຊຸມໄດ້ເໜັ້ນໜັກເຖິງຄວາມສຳຄັນໃນການຊຸກຍູ້ການຮ່ວມມືຢ່າງແໜ້ນແຟ້ນ ລະຫວ່າງ ບັນດາປະເທດສະມາຊິກອາຊຽນ ໃນທຸກຂະແໜງການທີ່ກ່ຽວຂ້ອງ ເພື່ອຮັບປະກັນຄວາມຍືນຍົງ ແລະ ການເຕີບໂຕຂອງການທ່ອງທ່ຽວອາຊຽນ.

3. ກອງປະຊຸມໄດ້ຮັບຊາບວ່າ: ອີງຕາມສະຖິຕິທ່ອງທ່ຽວເບື້ອງຕົ້ນຂອງປີ 2023, ອາຊຽນຍັງໄດ້ຮັບນັກທ່ອງທ່ຽວສາກົນເພີ່ມຂື້ນ153.09%.

4. ກອງປະຊຸມໄດ້ລາຍງານໃຫ້ຊາບວ່າ: ມີ 49 ກິດຈະກໍາຈາກ 64 ກິດຈະກໍາ ຄິດເປັນ 76,6% ທີ່ລະບຸໄວ້ໃນແຜນຍຸດທະສາດການທ່ອງທ່ຽວອາຊຽນ 2016-2025 ໄດ້ຈັດຕັ້ງປະຕິບັດແລ້ວ. ກອງປະຊຸມໄດ້ຮຽກຮ້ອງໃຫ້ບັນດາປະເທດສະມາຊິກອາຊຽນ ສືບຕໍ່ຈັດຕັ້ງປະຕິບັດບັນດາກິດຈະກຳທີ່ນອນຢູ່ໃນແຜນຍຸດທະສາດການທ່ອງທ່ຽວອາຊຽນ 2016-2025 ຕາມແຜນທີ່ໄດ້ກຳນົດໄວ້. ກ່ຽວກັບການສ້າງແຜນຍຸດທະສາດການທ່ອງທ່ຽວອາຊຽນຫຼັງປີ 2025, ກອງປະຊຸມໄດ້ຕົກລົງມອບໝາຍໃຫ້ເຈົ້າໜ້າທີ່ອາວຸໂສທ່ອງທ່ຽວອາຊຽນ ເລີ່ມສ້າງແຜນຍຸດທະສາດຕໍ່ໄປໃນປີ 2024 ໂດຍມີການປຶກສາຫາລືກັບທຸກພາກສ່ວນທີ່ກ່ຽວຂ້ອງ ແລະ ຂະແໜງການອື່ນໆ ຂອງອາຊຽນ ລວມທັງພາກທຸລະກິດ ແລະ ສະຖາບັນການສືກສາ. ກອງປະຊຸມໄດ້ເໜັ້ນໜັກວ່າ: ແຜນຍຸດທະສາດຫຼັງປີ 2025 ຄວນສອດຄ່ອງກັບແຜນຍຸດທະສາດຂອງປະຊາຄົມເສດຖະກິດອາຊຽນ 2025. ນອກຈາກນີ້, ກອງປະຊຸມໄດ້ສະແດງຄວາມຂອບໃຈຕໍ່ປະເທດຟີລິບປິນທີ່ເປັນເຈົ້າການໃນການສ້າງແຜນຍຸດທະສາດການທ່ອງທ່ຽວອາຊຽນ ຫຼັງປີ 2025.

5. ກອງປະຊຸມໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄວາມພະຍາຍາມ ແລະ ຄຳໝັ້ນສັນຍາຂອງບັນດາປະເທດສະມາຊິກອາຊຽນ ໃນການປະຕິບັດແຜນການຟື້ນຟູການທ່ອງທ່ຽວອາຊຽນຫຼັງໂຄວິດ-19. ກອງປະຊຸມໄດ້ສັງເກດເຫັນວ່າ: 60% ຂອງມາດຕະການ ແລະ ກິດຈະກຳພາຍໃຕ້ແຜນການຟື້ນຟູໄດ້ສຳເລັດແລ້ວ ຫຼື ກຳລັງຈັດຕັ້ງປະຕິບັດຜ່ານແຜນປະຕິບັດວຽກຕາມແຜນຍຸດທະສາດການທ່ອງທ່ຽວອາຊຽນ. ກອງປະຊຸມໄດ້ຊຸກຍູ້ໃຫ້ບັນດາປະເທດສະມາຊິກອາຊຽນ ກວດກາຄືນບັນດາວຽກບຸລິມະສິດພາຍໃຕ້ແຜນການຟື້ນຟູ ເພື່ອຮັບປະກັນໃຫ້ບັນດາວຽກດັ່ງກ່າວສອດຄ່ອງກັບແຜນຍຸດທະສາດການທ່ອງທ່ຽວອາຊຽນ 2016-2025 ແລະ ວຽກງານສຳຄັນອື່ນໆ.

– ເພີ່ມທະວີການແຂ່ງຂັນການທ່ອງທ່ຽວອາຊຽນ

6. ກອງປະຊຸມໄດ້ຍົກໃຫ້ເຫັນຄວາມເພິ່ງພໍໃຈຫຼາຍຕໍ່ການເປີດສາມບັ້ນໂຄສະນາການຕະຫຼາດການທ່ອງທ່ຽວ ທີ່ປະສົບຜົນສຳເລັດໃນປີ 2023 ເຊັ່ນ: ບັ້ນໂຄສະນາການທ່ອງທ່ຽວໜື່ງດຽວອາຊີຕາເວັນອອກສ່ຽງໃຕ້, ຈິນຕະນາການອາຊຽນ ແລະ ການຟື້ນຟູການທ່ອງທ່ຽວພາຍໃນອາຊຽນ.

7. ບັ້ນໂຄສະນາການທ່ອງທ່ຽວໜື່ງດຽວອາຊີຕາເວັນອອກສ່ຽງໃຕ້ໄດ້ຈັດຂື້ນຮ່ວມກັບ ວິກຕໍລີນ໊ອກ (Victorinox), ເຄື່ອງໝາຍພາສາທີ່ໄດ້ສ້າງຕັ້ງຂື້ນຊື່ງມີຈຸດປະສົງເພື່ອດືງດູດນັກທ່ອງທ່ຽວເດີນທາງມາທ່ຽວພາກພື້ນອາຊຽນໃຫ້ຫຼາຍຂື້ນຕື່ມ. ບັ້ນໂຄສະນາດັ່ງກ່າວໄດ້ຈັດຂື້ນໃນເດືອນເມສາ 2023 ໂດຍໄດ້ລົງໂຄສະນາຢູ່ໃນເວັບໄຊ Victorinox ຊື່ງມີການນໍາສະເໜີຈຸດໝາຍປາຍທາງການທ່ອງທ່ຽວຕ່າງໆ ຢູ່ໃນພາກພື້ນອາຊຽນ.

8. ຈິດຕະນາການອາຊຽນ (Imagine ASEAN) ໄດ້ເປີດຂື້ນໃນວັນຄົບຮອບສ້າງຕັ້ງອາຊຽນ ວັນທີ 8 ສິງຫາ 2023 ໂດຍໄດ້ຮັບການສະໜັບສະໜູນຈາກ Agoda ແລະ AirAsia ຜ່ານການແຂ່ງຂັນທາງອອນລາຍ ໂດຍຊຸກຍູ້ໃຫ້ບັນດາຜູ້ແທນໄດ້ຈິນຕະນາການກ່ຽວກັບສະຖານທີ່ທ່ອງທ່ຽວທີ່ຫຼາກຫຼາຍຂອງພາກພື້ນ ແລະ ໄດ້ຮັບຄະແນນເຂົ້າປະກວດໂດຍການຕອບແບບສຳຫຼວດ ແລະ ສົ່ງວິດີໂອຜ່ານເວທີທາງອອນລາຍ. ຈາກຜູ້ເຂົ້າຮ່ວມເກືອບ 2,500 ຄົນໃນທົ່ວໂລກ, ຜູ້ຊະນະຈໍານວນ 3 ທ່ານ ຈະໄດ້ຮັບລາງວັນ ເຊັ່ນ: ຄ່າປີ້ຍົນໄປ-ກັບ, ຄ່າທີ່ພັກ ແລະ ຄ່າເຂົ້າສະຖານທີ່ທ່ອງທ່ຽວ.

9. ບັ້ນໂຄສະນາການຟື້ນຟູການທ່ອງທ່ຽວພາຍໃນອາຊຽນ ໄດ້ເປີດຂື້ນ ໃນວັນທີ 27 ກັນຍາ 2023 ກົງກັບວັນທ່ອງທ່ຽວໂລກ ໂດຍການສະໜັບສະໜູນຈາກອົງການສາກົນການາດາ ໂດຍຜ່ານອົງການການຄ້າ ແລະ ການລົງທືນຂອງການາດາ ເພື່ອການພັດທະນາ ພາຍໃຕ້ຫົວຂໍ້ວ່າ: “ວັນພັກຜ່ອນໃນຝັນຂອງທ່ານ, ໃກ້ກວ່າທີ່ທ່ານຄິດ”, ຈຸດປະສົງຕົ້ນຕໍຂອງບັ້ນໂຄສະນາດັ່ງກ່າວ ເພື່ອຊຸກຍູ້ປະຊາຊົນອາຊຽນ ແລະ ນັກທ່ອງທ່ຽວຢູ່ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ໄດ້ທ່ຽວຊົມຄວາມງົດງາມ ແລະ ຄວາມໂດ່ດເດັ່ນຂອງພາກພື້ນ ລວມມີ: ການຕ້ອນຮັບແຂກ, ການທ່ອງທ່ຽວແບບອະນຸລັກ , ການປະຈົນໄພ ແລະ ອາຫານທີ່ຫຼາກຫຼາຍ ທີ່ມີິຣົດຊາດແຊບ ຢູ່ໃນພາກພື້ນ.

10. ກອງປະຊຸມ ຍັງໄດ້ຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດຂອງກອງປະຊຸມ Interface ລະຫວ່າງ ລັດຖະມົນຕີທ່ອງທ່ຽວອາຊຽນ ແລະ ລັດຖະມົນຕີກະຊວງຂົນສົ່ງອາຊຽນ ຊື່ງເປັນການຮ່ວມມືລະດັບສູງຄັ້ງທຳອິດຂອງສອງຂະແໜງການດັ່ງກ່າວ ເພື່ອຟື້ນຟູເສດຖະກິດໃນພາກພື້ນອາຊຽນໃຫ້ດີຂື້ນ. ກອງປະຊຸມໄດ້ຮັບຮູ້ການຕົກລົງສ້າງຕັ້ງຄະນະສະເພາະກິດທີ່ປະກອບດ້ວຍຜູ້ຕາງໜ້າທີ່ໄດ້ຮັບການແຕ່ງຕັ້ງຈາກເຈົ້າໜ້າທີ່ອາວຸໂສທ່ອງທ່ຽວອາຊຽນ (NTOs) ແລະ ກອງປະຊຸມເຈົ້າໜ້າທີ່ອາວຸໂສຂົນສົ່ງອາຊຽນ (STOM) ເພື່ອອຳນວຍຄວາມສະດວກໃຫ້ແກ່ການປຶກສາຫາລືກັບບັນດາອົງການທີ່ກ່ຽວຂ້ອງ ເພື່ອຮັບປະກັນໃຫ້ເປັນລະບົບ ແລະ ມີຄວາມສອດຄ່ອງ. ດັ່ງນັ້ນ, ກອງປະຊຸມ ຈື່ງໄດ້ພິຈາລະນາຮ່າງເງື່ອນໄຂສັນຍາ (TOR) ສຳລັບຄະນະສະເພາະກິດດັ່ງກ່າວ.

11. ກອງປະຊຸມໄດ້ຮັບຮອງເອົາບົດບັນທືກຄວາມເຂົ້າໃຈລະຫວ່າງ ອາຊຽນ ແລະ ອົງການທ່ອງທ່ຽວໂລກ ໂດຍສຸມໃສ່ 4 ຂົງເຂດຕົ້ນຕໍ ປະກອບມີ: ການແຂ່ງຂັນການທ່ອງທ່ຽວ, ການສ້າງຂີດຄວາມສາມາດ, ຄວາມຍືນຍົງ ແລະ ການມີສ່ວນຮ່ວມຢ່າງທົ່ວເຖິງ.

12. ກອງປະຊຸມໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ສປປ ລາວ ທີ່ເປັນເຈົ້າການໃນການສ້າງມາດຕະຖານການທ່ອງທ່ຽວແບບອະນຸລັກອາຊຽນ ທີ່ເປັນແຜນວຽກບຸລິມະສິດພາຍໃຕ້ເສົາຄ້ຳເສດຖະກິດສຳລັບປີ 2024 ໂດຍການເປັນປະທານອາຊຽນຂອງ ສປປ ລາວ. ກອງປະຊຸມໄດ້ຮັບຊາບເຖິງຄວາມຄືບໜ້າຂອງຮ່າງມາດຕະຖານດັ່ງກ່າວ ແລະ ລໍຖ້າຂໍ້ສະຫຼຸບ ແລະ ການຮັບຮອງເອົາມາດຕະຖານການທ່ອງທ່ຽວແບບອະນຸລັກອາຊຽນ ໃນປີ 2024. ນອກຈາກນີ້, ກອງປະຊຸມຍັງໄດ້ສະແດງຄວາມເພິ່ງພໍໃຈຕໍ່ຄວາມຄືບໜ້າໃນການຈັດຕັ້ງປະຕິບັດຖະແຫຼງການປາກເຊວ່າດ້ວຍແນວທາງຍຸດທະສາດທີ່ກ້າວໄປສູ່ການພັດທະນາວົງຈອນການທ່ອງທ່ຽວອານຸລັກ ແລະ ເຊື່ອມໂຍງເສັ້ນທາງການທ່ອງທ່ຽວອາຊຽນ ເພື່ອສ້າງຄວາມເຂັ້ມແຂງໃຫ້ພາກພື້ນອາຊຽນເປັນຈຸດໝາຍປາຍທາງການທ່ອງທ່ຽວໜື່ງດຽວ, ມີຄວາມຍືນຍົງ ແລະ ມີສ່ວນຮ່ວມ ດັ່ງທີ່ໄດ້ລະບຸໄວ້ໃນແຜນຍຸດທະສາດການທ່ອງທ່ຽວອາຊຽນ 2016-2025.

13. ນອກຈາກນີ້, ກອງປະຊຸມຍັງໄດ້ຮັບຊາບວ່າ: ພິທີມອບ-ຮັບລາງວັນມາດຕະຖານການທ່ອງທ່ຽວອາຊຽນ ໄດ້ຈັດຂື້ນໃນວັນທີ 26 ມັງກອນ 2024 ປະກອບມີ: ມາດຕະຖານໂຮງແຮມຂຽວອາຊຽນ ຄັ້ງທີ 9 ຈຳນວນ 46 ລາງວັນ, ມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ ຄັ້ງທີ 4 ຈຳນວນ 22 ລາງວັນ, ມາດຕະຖານສະຖານທີ່ຈັດງານອາຊຽນ-ປະເພດຫ້ອງປະຊຸມ ຄັ້ງທີ 4 ຈຳນວນ 43 ລາງວັນ, ມາດຕະຖານສະຖານທີ່ຈັດງານອາຊຽນ-ປະເພດສະຖານທີ່ຈັດງານວາງສະແດງ ຄັ້ງທີ 2 ຈໍານວນ 32 ລາງວັນ, ມາດຕະຖານສະຖານທີ່ຈັດງານອາຊຽນ-ປະເພດສະຖານທີ່ຈັດງານເທດສະການ ຄັ້ງທີ 1 ຈຳນວນ 33 ລາງວັນ ແລະ ລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ ຄັ້ງທີ 4 (ຫົວຂໍ້ການທ່ອງທ່ຽວເພື່ອສົ່ງເສີມອາຫານ; ປະເພດຜະລິດຕະພັນການທ່ອງທ່ຽວແບບຍືນຍົງຢູ່ໃນເຂດຕົວເມືອງ ແລະ ຊົນນະບົດ) ປະເພດຜະລິດຕະພັນການທ່ອງທ່ຽວຢູ່ໃນເຂດຕົວເມືອງ ຈຳນວນ 9 ລາງວັນ ແລະ ປະເພດຜະລິດຕະພັນການທ່ອທ່ຽວຊົນນະບົດ 7 ລາງວັນ. ກອງປະຊຸມໄດ້ຮຽກຮ້ອງໃຫ້ບັນດາປະເທດສະມາຊິກອາຊຽນສົ່ງເສີມມາດຕະຖານການທ່ອງທ່ຽວອາຊຽນຢູ່ໃນປະເທດຂອງຕົນ ເພື່ອເພີ່ມທະວີການແຂ່ງຂັນຢູ່ໃນພາກພື້ນອາຊຽນໃຫ້ຫຼາຍຕື່ມອີກ.

– ການພັດທະນາບຸກຄະລາກອນໃນຂະແໜງທ່ອງທ່ຽວ

14. ກອງປະຊຸມສະແດງຄວາມຍ້ອງຍໍຊົມເຊີຍທີ່ບັນດາປະເທດສະມາຊິກອາຊຽນໄດ້ສືບຕໍ່ຈັດຕັ້ງປະຕິບັດສັນຍາຮັບຮູ້ເຊິ່ງກັນ ແລະ ກັນວ່າດ້ວຍວິຊາຊີບທ່ອງທ່ຽວອາຊຽນ (MRA-TP) ໂດຍຜ່ານການຝຶກອົບຮົມການສ້າງຂີດຄວາມສາມາດຕ່າງໆ ໃຫ້ແກ່ວິຊາຊີບການທ່ອງທ່ຽວ, ຄູຝຶກ ແລະ ຄູປະເມີນຜົນລະດັບຊາດ. ກອງປະຊຸມໄດ້ຮັບຮູ້ເຖິງຄວາມຈຳເປັນໃນການແກ້ໄຂບັນຫາການຂາດເຂີນນັກວິຊາຊີບທ່ອງທ່ຽວທີ່ມີຄວາມຮູ້ຄວາມສາມາດຍ້ອນມີການເຄື່ອນຍ້າຍແຮງງານໄປຂະແໜງການອື່ນໆ ເນື່ອງຈາກການແຜ່ລະບາດຂອງພະຍາດໂຄວິດ-19 ໃນພາກພື້ນອາຊຽນ. ໃນນີ້, ກອງປະຊຸມໄດ້ເໜັ້ນໜັກເຖິງຄວາມສຳຄັນໃນການສະໜອງວິຊາຊີບທ່ອງທ່ຽວອາຊຽນທີ່ໄດ້ຮັບການຝຶກອົບຮົມທີ່ເໝາະສົມ, ມີຄວາມຮູ້ໃໝ່ຫຼ້າສຸດ ແລະ ການຍົກລະດັບດ້ານທັກສະໃຫ້ແກ່ເຂົາເຈົ້າເພື່ອຮັບປະກັນໃຫ້ເຂົາເຈົ້າມີຄວາມຮູ້ທີ່ກ່ຽວຂ້ອງ ແລະ ສາມາດປັບເຂົ້າກັບອຸດສາຫະກຳການທ່ອງທ່ຽວທີ່ມີການປ່ຽນແປງໃໝ່. ກອງປະຊຸມໄດ້ເຫັນດີ ເພີ່ມວິຊາຊີບການທ່ອງທ່ຽວດ້ານການຈັດງານ (MICE) ແລະ ວິຊາຊີບສະປາ ເຂົ້າໃນສັນຍາຮັບຮູ້ເຊິ່ງກັນ ແລະ ກັນວ່າດ້ວຍວິຊາຊີບທ່ອງທ່ຽວອາຊຽນ ແລະ ຄຳແນະນໍາໃນການຈັດຕັ້ງປະຕິບັດບັນດາກິດຈະກຳຕ່າງໆ. ກອງປະຊຸມເຫັນດີທົບທວນຄືນການດຳເນີນງານຂອງກອງເລຂາພາກພື້ນ ແລະ ຫວັງວ່າຈະໄດ້ຮັບການປັບປຸງຢ່າງທັນການ. ກອງປະຊຸມໄດ້ຕີລາຄາສູງຕໍ່ອິນໂດເນເຊຍທີ່ເປັນເຈົ້າພາບໃນການສ້າງຕັ້ງກອງເລຂາພາກພື້ນດັ່ງກ່າວ.

15. ກອງປະຊຸມໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການຈັດຕັ້ງປະຕິບັດກອງປະຊຸມສາກົນວ່າດ້ວຍສັນຍາຮັບຮູ້ເຊິ່ງກັນ ແລະ ກັນວ່າດ້ວຍວິຊາຊີບທ່ອງທ່ຽວອາຊຽນ ຄັ້ງທີ 4 ຊື່ງຈັດຂື້ນພ້ອມກັບກອງປະຊຸມເຄື່ອຂ່າຍການສືກສາ ແລະ ການຝຶກອົບຮົມການທ່ອງທ່ຽວອາຊຽນບວກສາມ 2023 ຊື່ງຈັດຂື້ນໃນວັນທີ 8-9 ພືດສະພາ 2023 ທີ່ ບັນດຸງ, ປະເທດອິນໂດເນເຊຍ. ກອງປະຊຸມໄດ້ຮຽກຮ້ອງໃຫ້ບັນດາປະເທດສະມາຊິກອາຊຽນຈັດງານເທດສະການທີ່ຄ້າຍຄືກັນນີ້ໃນທຸກໆປີ ທັ້ງນີ້ກໍເພື່ອສົ່ງເສີມ ແລະ ສ້າງຄວາມຮັບຮູ້ກ່ຽວກັບສັນຍາຮັບຮູ້ເຊິ່ງກັນ ແລະ ກັນວ່າດ້ວຍວິຊາຊີບທ່ອງທ່ຽວອາຊຽນ ໃນລະດັບຊາດ ແລະ ລະດັບພາກພື້ນ.

ຮັບປະກັນການພັດທະນາການທ່ອງທ່ຽວແບບຍົນຍົງ ແລະ ມີສ່ວນຮ່ວມສຳລັບທຸກຄົນ

16. ກອງປະຊຸມໄດ້ຍ້ອງຍໍຊົມເຊີຍຕໍ່ວຽກງານທີ່ຕິດພັນກັບການສ້າງແຜນປະຕິບັດງານສຳລັບການພັດທະນາການທ່ອງທ່ຽວແບບຍືນຍົງໃນອາຊຽນ ແລະ ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ສະຖາບັນຄົ້ນຄວ້າເສດຖະກິດອາຊຽນ ແລະ ອາຊີຕາເວັນອອກ (ERIA) ທີ່ໄດ້ໃຫ້ການສະໜັບສະໜູນຕໍ່ຂໍ້ລິເລີ່ມດັ່ງກ່າວ. ກອງປະຊຸມໄດ້ຮັບຮອງເອົາແຜນປະຕິບັດງານ ແນໃສ່ເພື່ອສະໜອງຄຳແນະນຳວຽກງານຕ່າງໆ ໃຫ້ແກ່ອາຊຽນ ເຊັ່ນ: ບັນດາຄຸນຄ່າ ແລະ ນະວັດຕະກໍາຫຼັກ ເພື່ອຄວາມຍືນຍົງ ແລະ ວິທີສ້າງຄວາມເຂັ້ມແຂງໃຫ້ແກ່ບັນດາພາກສ່ວນທີ່ກ່ຽວຂ້ອງໃຫ້ມີຄວາມຍືນຍົງຫຼາຍກວ່າເກົ່າ. ກອງປະຊຸມຍັງໄດ້ໃຫ້ຂໍ້ສັງເກດວ່າ ແຜນປະຕິບັດງານໄດ້ກຳນົດເປົ້າໝາຍກວ້າງໆ ສຳລັບບັນດາປະເທດສະມາຊິກອາຊຽນໂດຍອີງໃສ່ບັນດາຂັ້ນຕອນການພັດທະນາແບບຍືນຍົງຂອງພາກພື້ນອາຊຽນ.

17. ກອງປະຊຸມໄດ້ຮັບຮູ້ເຖິງບົດບາດສຳຄັນຂອງຄູ່ຮ່ວມມືດ້ານການທ່ອງທ່ຽວຂອງອາຊຽນ ລວມທັງພາກເອກະຊົນ ໃນການມີສ່ວນຮ່ວມ ແລະ ມີຄວາມພະຍາຍາມສູງຂອງບັນດາປະເທດສະມາຊິກອາຊຽນ ໃນການສົ່ງເສີມການທ່ອງທ່ຽວອາຊຽນ ໃຫ້ມີການແຂ່ງຂັນ, ມີຄວາມຍືນຍົງ ແລະ ມີຄວາມເປັນເອກະພາບກັນ. ກອງປະຊຸມໄດ້ຍົກໃຫ້ເຫັນຄວາມຈຳເປັນໃນການສ້າງຕັ້ງ ແລະ ຮັບປະກັນຮູບແບບທີ່ເໝາະສົມທີ່ເອົາພາກເອກະຊົນທີ່ກ່ຽວຂ້ອງກັບການທ່ອງທ່ຽວເຂົ້າມາມີສ່ວນຮ່ວມ.

18. ກອງປະຊຸມໄດ້ຍົກໃຫ້ເຫັນຄວາມຄືບໜ້າກ່ຽວກັບການປະຕິບັດຖະແຫຼງການພະນົມເປັນກ່ຽວກັບການຫັນປ່ຽນການທ່ອງທ່ຽວອາຊຽນ. ກຳປູເຈຍໃນຖານະເປັນປະເທດຜູ້ປະສານງານ ພວມກະກຽມ 3 ຜະລິດຕະພັນພາຍໃຕ້ໂຄງການນີ້ ເຊັ່ນ: (i) ຄູ່ມືການນຳໃຊ້ດິຈິຕອນໃນຂະແໜງການທ່ອງທ່ຽວ, (ii) ຄູ່ມືການດຳເນີນທຸລະກິດການທ່ອງທ່ຽວສີຂຽວ ແລະ (iii) ຄຳແນະນຳວ່າດ້ວຍການສະໜອງທືນສີຂຽວດ້ານການທ່ອງທ່ຽວອາຊຽນ.

– ງານມະຫາກຳທ່ອງທ່ຽວອາຊຽນ

19. ງານມະຫາກຳທ່ອງທ່ຽວອາຊຽນ (ATF) 2024 ໄດ້ຈັດຂື້ນ ລະຫວ່າງ ວັນທີ 22-27 ມັງກອນ 2024 ທີ່ນະຄອນຫຼວງວຽງຈັນ, ສປປ ລາວ ພາຍໃຕ້ຄຳຂວັນ “ການທ່ອງທ່ຽວທີ່ມີຄຸນນະພາບ ແລະ ມີຄວາມຮັບຜິດຊອບ ເພື່ອຄວາມຍືນຍົງຂອງອາຊຽນໃນອະນາຄົດ”. ຈຳນວນຜູ້ຂາຍ ແລະ ຜູ້ວາງສະແດງຈາກຕ່າງປະເທດ ມີທັງໝົດ 250 ທ່ານ, ຜູ້ຊື້ ມີ 126 ທ່ານ ແລະ ສື່ມວນຊົນພາຍໃນ ແລະ ຕ່າງປະເທດ ມີ 108 ທ່ານ ເຂົ້າຮ່ວມ ATF 2024.

20. ກອງປະຊຸມໄດ້ຮັບຊາບວ່າ: ງານມະຫາກຳທ່ອງທ່ຽວອາຊຽນ (ATF) 2025 ຈະໄດ້ຈັດຂື້ນ ລະຫວ່າງ ວັນທີ 19-25 ມັງກອນ 2025 ທີ່ປະເທດມາເລເຊຍ ພາຍໃຕ້ຄຳຂວັນ: “ຄວາມເປັນເອກະພາບໃນການເຄື່ອນໄຫວ: ການສ້າງຮູບແບບການທ່ອງທ່ຽວອາຊຽນໃນຕໍ່ໜ້າ”.

NO COMMENTS

LEAVE A REPLY

Please enter your comment!
Please enter your name here