Saturday, July 27, 2024
Homeຂ່າວພາຍໃນຍິງບັ້ງໄຟດອກ ສະຫລອງວັນສ້າງຕັ້ງກອງທັບ ຄົບຮອບ 75 ປີ

ຍິງບັ້ງໄຟດອກ ສະຫລອງວັນສ້າງຕັ້ງກອງທັບ ຄົບຮອບ 75 ປີ

ໃນວັນທີ 20 ມັງກອນ 2024 ນີ້, ກະຊວງປ້ອງກັນປະເທດ ຮ່ວມກັບ ບໍລິສັດລາດສະວົງ ພັດທະນາ ຈຳກັດ ຈັດກິດຈະກຳຍິງບັ້ງໄຟດອກ ຢູ່ຊັ້ນດ່ານຟ້າຂອງຕຶກໂຄງການລາດສະວົງພັດທະນາ ນະຄອນຫລວງວຽງຈັນ ເພື່ອສະເຫລີມສະຫລອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ໂດຍມີນາຍ ແລະ ພົນທະຫານ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ມວນຊົນ ຊາວນະຄອນຫລວງວຽງຈັນ ເຂົ້າຮ່ວມຮັບຊົມ.

ໂອກາດດັ່ງກ່າວ, ທ່ານ ພົຕ ສາຍໃຈ ກົມມະສິດ ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ ກ່າວວ່າ: ການຈັດກິດຈະກຳຍິງບັ້ງໄຟດອກໃນຄັ້ງນີ້, ແນໃສ່ສ້າງຂະບວນການສະເຫລີມສະຫລອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ໃຫ້ມີບັນຍາກາດອັນຟົດຟື້ນມ່ວນຊື່ນ. ພ້ອມທັງໄດ້ຍົກໃຫ້ເຫັນມູນເຊື້ອແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວ ຕະຫລອດໄລຍະ 75 ປີຜ່ານມາ ເຊິ່ງເປັນຜົນງານອັນພິລະອາດຫານ ຂອງກອງທັບປະຊາຊົນລາວ ຕະຫລອດໄລຍະທີ່ນັກຮົບຮຸ່ນເກົ່າ ໄດ້ດຳເນີນການຕໍ່ສູ້ກູ້ຊາດ ຕ້ານພວກຈັກກະພັດຕ່າງດ້າວທີ່ມາຮຸກຮານ ແລະ ກົດຂີ່ຂູດຮີດ ຈົນເຮັດໃຫ້ປະຊາຊົນລາວ ມີນ້ຳໃຈຄຽດແຄ້ນບໍ່ຍອມຈຳນົນຕໍ່ພວກລາເມືອງຂຶ້ນທັງແບບເກົ່າ ແລະ ແບບໃໝ່. ດ້ວຍຄວາມທໍລະມານດັ່ງກ່າວ, ຈຶ່ງໄດ້ສ້າງຕັ້ງກອງທັບປະຊາຊົນລາວ ຂຶ້ນໃນວັນທີ 20 ມັງກອນ 1949, ນັບແຕ່ນັ້ນມາກອງທັບປະຊາຊົນລາວ ໄດ້ເຕີບໃຫຍ່ເຂັ້ມແຂງພາຍໃຕ້ການຊີ້ນຳ-ນຳພາຂອງພັກ ປະຊາຊົນລາວ ນຳ ພາຕໍ່ສູ້ກູ້ຊາດຈົນຍາດມາໄດ້ໄຊຊະນະ ຢ່າງລຽນຕິດສາມາດຊີ້ນຳ-ນຳພາ ປະຊາຊົນລາວບັນດາເຜົ່າປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.

ພ້ອມນີ້, ທ່ານ ພົຕ ສາຍໃຈ ກົມມະສິດ ຍັງໄດ້ສະແດງຄວາມຊົມເຊີຍ ແລະ ຄອບໃຈ ຕໍ່ການນຳພັກ, ລັດ ກໍຄື ລັດຖະບານ ທີ່ໄດ້ອະນຸຍາດ ແລະ ອຳນວຍຄວາມສະດວກ ດ້ານຕ່າງໆ ໃຫ້ກະຊວງປ້ອງກັນປະເທດ ຈັດກິດຈະກຳຕ່າງໆ ເພື່ອສະເຫລີມສະຫລອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ໃຫ້ມີບັນຍາກາດອັນຄືກຄື້ນ, ຮັກສາໄດ້ຄວາມສະຫງົບ, ປອດໄພ, ຖືກຕ້ອງຕາມແນວທາງທີ່ພັກ, ລັດ ວາງອອກ ແລະ ອື່ນໆ.

ທ່ານ ເສີນ ຊຽງ ຜູ້ອຳນວຍການ ບໍລິສັດລາດຊະວົງ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສໍາເລັດຂອງກອງທັບປະຊາຊົນລາວ ທີ່ຍາດມາໄດ້ຕະຫລອດໄລຍະ 75 ປີຜ່ານມາ ແລະ ສະແດງຄວາມຊົມເຊີຍ ແລະ ພາກພູມໃຈ ທີ່ໄດ້ເປັນສ່ວນໜຶ່ງ ໃນການປະກອບສ່ວນ ຈັດກິດຈະກຳຈູດບັ້ງໄຟດອກ ເພື່ອສະເຫລີມສະຫລອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ເຊິ່ງເຫັນໄດ້ວ່າມີຂະບວນການຄຶກຄື້ນ ຮັກສາໄດ້ຄວາມປອດໄພ. ພ້ອມທັງອວຍພອນໃຫ້ການນຳ ພັກ, ລັດ ກໍຄື ກະຊວງປ້ອງກັນປະເທດ ໃຫ້ປະສົບຜົນສຳເລັດ ໃນການປະຕິບັດໜ້າທີ່ການເມືອງຂອງຕົນ ກໍຄື ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງສີວິໄລຂຶ້ນເປັນກ້າວໆ.

ພ້ອມນີ້ ທ່ານ ເສີນ ຊຽງ ຍັງໄດ້ໃຫ້ຮູ້ອີກວ່າ: ມາຮອດປັດຈຸບັນ ໂຄງການ ລາດສະວົງພັດທະນາ ຄວາມຄືບໜ້າ ໂດຍລວມແມ່ນ 87%, ສະເພາະ ໂຄງການກໍ່ສ້າງໂຮງແຮມ ວັນດ້າ ວິສຕ້າ ນະຄອນຫລວງວຽງຈັນ ການກໍ່ສ້າງສຳເລັດແລ້ວ 95%, ຄາດວ່າ ໃນວັນທີ 28 ມັງກອນ 2024 ທີ່ຈະມາເຖິງນີ້ ຈະທົດລອງເປີດນຳໃຊ້ ໂຮງແຮມດັ່ງກ່າວ, ຫລັງຈາກນັ້ນ ໃນວັນທີ 22 ມີນາ 2024 ຈະເປີດນຳໃຊ້ຢ່າງເປັນທາງການ.

ຂ່າວ-ພາບ: ທະນູທອງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments