Saturday, July 27, 2024
Homeຂ່າວໜ້າໜຶ່ງພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ແລະ ວັນສ້າງຕັ້ງເຫລົ່າຮົບຊ່າງແສງກໍາລັງປະກອບອາວຸດ ຣັດເຊຍ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ແລະ ວັນສ້າງຕັ້ງເຫລົ່າຮົບຊ່າງແສງກໍາລັງປະກອບອາວຸດ ຣັດເຊຍ

ໃນວັນທີ 21 ມັງກອນ 2024 ທີ່ສະໂມສອນໃຫຍ່ອົງການປົກຄອງເມືອງກາສີ ແຂວງວຽງຈັນ, ກອງເສນາທິການກວດກູ້ ແລະ ທຳລາຍລະເບີດເພື່ອມະນຸດສະທໍາ ກອງທັບປະຊາຊົນລາວ ກະຊວງປ້ອງກັນປະເທດ ຮ່ວມກັບ ໜ່ວຍງານເກັບກູ້ລະເບີດ ສູນກູ້ມິນສາກົນ ກຳລັງປະກອບອາວຸດແຫ່ງສະຫະພັນຣັດເຊຍ ຈັດປາຖະກະຖາ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ແລະ ວັນສ້າງຕັ້ງເຫລົ່າຮົບຊ່າງແສງ ກໍາລັງປະກອບອາວຸດ ແຫ່ງ ສະຫະພັນລັດເຊຍ ຄົບຮອບ 323 ປີ ພາຍໃຕ້ການເປັນປະທານ ແລະ ປາຖະກະຖາໂດຍ ທ່ານ ພົນຕີ ຈັນທອງ ສອນຕະອາດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ພັນໂທ ມາກຊິມ ເຕີຄາເຊັບ ຫົວໜ້າໜ່ວຍງານເກັບກູ້ລະເບີດ ສູນກູ້ມິນສາກົນ ກຳລັງປະກອບອາວຸດແຫ່ງສະຫະພັນຣັດເຊຍ, ມີເລຂາພັກເມືອງ, ເຈົ້າເມືອງກາສີ, ມີຮອງທີ່ປຶກສາທູດຝ່າຍທະຫານ ສະຖານເອກອັກຄະລັດຖະທູດ ແຫ່ງ ສ ຣັດເຊຍ ປະຈຳ ສປປ ລາວ, ມີບັນດານາຍ ແລະ ພົນທະຫານທັງຝ່າຍລາວ-ຣັດເຊຍເຂົ້າຮ່ວມ.

ໃນພິທີ ທ່ານ ພົນຕີ ຈັນທອງ ສອນຕະອາດ ໄດ້ກ່າວວ່າ: ຕະຫລອດໄລຍະ 75 ປີ ແຫ່ງການຕໍ່ສູ້ ແລະ ເຄື່ອນໄຫວຢ່າງລຽນຕິດໃນເງື່ອນໄຂທີ່ຫຍຸ້ງຍາກລຳບາກ ແລະ ທຸລະກັນດານທີ່ສຸດນັ້ນ, ພາຍໃຕ້ການນຳພາຂອງພັກ, ບັນດາກຳລັງປະກອບອາວຸດປະຊາຊົນລາວ ໄດ້ເຮັດສຳເລັດພາລະກິດປະຕິວັດອັນຍິ່ງໃຫຍ່ ແລະ ໜັກໜ່ວງທີ່ພັກມອບໝາຍໃຫ້ຢ່າງສະຫງ່າງາມ, ສ້າງຜົນງານອັນດີເດັ່ນ, ວິລະກຳອັນລ້ຳເລີດ ປະດັບໄວ້ໃນໜ້າປະຫວັດສາດຂອງຊາດຢ່າງສົມກຽດ, ສ້າງມູນເຊື້ອອັນດີງາມຫລາຍປະການໄວ້ໃຫ້ແກ່ກຳລັງປະກອບອາວຸດປະຕິວັດ, ສົມແລ້ວທີ່ເປັນກອງທັບວິລະຊົນຂອງຊາດລາວວິລະຊົນ, ຊຶ່ງໄດ້ຮັບຄຳສັນລະເສີນຈາກພັກ ແລະ ລັດວ່າ: “ກອງທັບຍາມໃດກໍນໍາໜ້າໃນທຸກວຽກງານ, ເດັດດ່ຽວຜ່ານຜ່າທຸກອຸປະສັກ, ຕີເອົາຊະນະສັດຕູທຸກໂຕ, ສຳເລັດທຸກໜ້າທີ່, ສົມເປັນກຳລັງແກ່ນສານທີ່ເຂັ້ມແຂງຂອງການປະຕິວັດ, ເປັນເຄື່ອງມືອັນແຫລມຄົມຂອງພັກ”. ຕະຫລອດໄລຍະ 75 ປີ ແຫ່ງການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກໍາລັງປະກອບອາວຸດ, ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ແມ່ນປະຫວັດສາດແຫ່ງການທົດສອບອັນໃຫຍ່ຫລວງ ໃນການຕໍ່ສູ້ອັນຍືດເຍື້ອຍາວນານ ເພື່ອຍາດເອົາຄວາມເປັນເອກະລາດແຫ່ງຊາດ; ຕະຫລອດໄລຍະທາງອັນລະອິດລະອ້ຽວ, ຫຍຸ້ງຍາກລຳບາກທີ່ສຸດນັ້ນ, ແຕ່ກໍປ່ຽມລົ້ນໄປດ້ວຍຜົນງານ ແລະ ໄຊຊະນະອັນສະຫງ່າລາສີ; ພາຍໃຕ້ການນຳພາອັນສະຫລາດສ່ອງໃສ່ຂອງພັກປະຊາຊົນປະຕິວັດລາວ, ກຳລັງປະກອບອາວຸດພວກເຮົາ ໄດ້ສາມັກຄີເປັນຈິດໜຶ່ງໃຈດຽວສູ້ຮົບຢ່າງພິລະອາດຫານ, ອອກແຮງປັບປຸງກໍ່ສ້າງກຳລັງຂອງຕົນ ໃຫ້ນັບມື້ເຂັ້ມແຂງ ແລະ ຂະຫຍາຍຕົວເປັນລຳດັບມາ.

ທ່ານ ພົນຕີ ຈັນທອງ ສອນຕະອາດ ໄດ້ໃຫ້ຮູ້ຕື່ມວ່າ: ເພື່ອສືບຕໍ່ພາລະກິດປະຕິວັດຂອງກອງທັບ ພວກເຮົາຕ້ອງໄດ້ເພີ່ມທະວີເສີມຂະຫຍາຍທາດແທ້ມູນເຊື້ອອັນສະຫງ່າອົງອາດ ຂອງກອງທັບປະຊາຊົນລາວ ພວກເຮົາເປັນຕົ້ນ ເພີ່ມທະວີຄວາມຈົງຮັກພັກດີ ບໍລິສຸດຜຸດຜ່ອງຕໍ່ປະເທດຊາດ, ຕໍ່ພັກ, ຕໍ່ປະຊາຊົນລາວບັນດາເຜົ່າຕັ້ງໜ້າປະຕິບັດແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ໜ້າທີ່ການເມືອງຂອງກອງທັບ, ເດັດດ່ຽວປົກປັກຮັກສາລະບອບການເມືອງ, ປົກປັກຮັກສາອໍານາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດໄວ້ໄດ້ຢ່າງໝັ້ນຄົງ, ສຸມໃສ່ເຮັດໃຫ້ສະພາບໃນທົ່ວປະເທດ ມີຄວາມສະຫງົບໜັກແໜ້ນ, ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ເພີ່ມທະວີການນໍາພາຂອງພັກ ຕໍ່ກອງທັບເດັດຂາດ, ໂດຍກົງ, ຮອບດ້ານ, ສ້າງກອງທັບປະຊາຊົນລາວ ໃຫ້ເປັນກອງທັບມີແບບແຜນທັນສະໄໝ, ເຊີດຊູນໍ້າໃຈເປັນເຈົ້າການເພິງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ນໍ້າໃຈປະຢັດມັດທະຍັດ, ສຸມໃສ່ວຽກງານຮັບປະກັນພະລາທິການ, ເຕັກນິກ ຮັບປະກັນໃຫ້ກອງທັບເຮັດສໍາເລັດໜ້າທີ່ແຕ່ລະໄລຍະ, ຈັດຕັ້ງປະຕິບັດແນວທາງການຕ່າງປະເທດຂອງພັກໃຫ້ຖືກຕ້ອງ, ເພີ່ມທະວີການພົວພັນຮ່ວມມືກັບກອງທັບບັນດາປະເທດເພື່ອນມິດ, ປະກອບສ່ວນເຂົ້າໃນການເສີມສ້າງສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືສາກົນ.

ໃນໂອກາດດຽວກັນນີ້, ທ່ານ ພັນໂທ ມາກຊິມ ເຕີຄາເຊັບ ຫົວໜ້າໜ່ວຍງານເກັບກູ້ລະເບີດ ສູນກູ້ມິນສາກົນກຳລັງປະກອບອາວຸດແຫ່ງສະຫະພັນຣັດເຊຍ ກໍໄດ້ປາຖະກະຖາ ວັນສ້າງຕັ້ງເຫລົ່າຮົບຊ່າງແສງ ກໍາລັງປະກອບອາວຸດ ແຫ່ງ ສະຫະພັນລັດເຊຍ ຄົບຮອບ 323 ປີຕື່ມອີກ.

ຂ່າວ-ພາບ: ວຽງສະຫວັນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments