Home ຂ່າວກິລາ ປະທານບານເຕະອາຟຣິກາ ຍອມຮັບ “AFCON” ຄັ້ງໜ້າ ຍັງບໍ່ຮູ້ເຕະໄລຍະໃດ ຫຼັງອາດຖືກກັບສະໂມສອນໂລກ

ປະທານບານເຕະອາຟຣິກາ ຍອມຮັບ “AFCON” ຄັ້ງໜ້າ ຍັງບໍ່ຮູ້ເຕະໄລຍະໃດ ຫຼັງອາດຖືກກັບສະໂມສອນໂລກ

0

ປະທານອົງການບານເຕະອາຟຣິກາ ເປີດເຜີຍ ຍັງບໍ່ແນ່ໃຈວ່າການແຂ່ງຂັນເຕະບານອາຟຣິກາ ຄັບ ອອຟ ເນຊັ່ນ ຄັ້ງໜ້າທີ່ຈະຈັດຂຶ້ນຢູ່ມາຣົກ ໃນປີ 2025 ຈະແຂ່ງກັນໄລຍະເວລາໃດ ຫຼັງແຕ່ເດີມ ກຽມກັບໄປເຕະໃນໄລຍະລະດູຮ້ອນ ແຕ່ມີທ່າອ່ຽງທີ່ຈະປະທະກັນກັບ FIFA Club World Cup ຮູບແບບໃໝ່ທີ່ມີ 32 ສະໂມສອນເຂົ້າຮ່ວມການແຂ່ງຂັນ ເຊິ່ງຈະແຂ່ງຂັນໃນສະຫະລັດອາເມຣິກາໃນລະດູຮ້ອນຂອງປີດຽວກັນ.

ທ່ານ ປາທຣິຊ ມອດເຊເປ ປະທານສະຫະພັນບານເຕະອາຟຣິກາ (CAF) ອອກມາເປີດເຜີຍວ່າ ຍັງບໍ່ມີການຕັດສິນໃຈວ່າ ການແຂ່ງຂັນເຕະບານອາຟຣິກາ ຄັຟ ອອຟ ເນຊັ່ນ ຄັ້ງຕໍ່ໄປໃນປີ 2025 ຈະແຂ່ງຂັນກັນໃນໄລຍະເວລາໃດ ຫຼັງຈາກທີ່ມີຄວາມເປັນໄປໄດ້ວ່າອາດພ້ອມດຽວກັນກັບການແຂ່ງຂັນເຕະບານ FIFA Club World Cup ໃນໄລຍະລະດູຮ້ອນ.

ເສິກຊີງຄວາມເປັນໜຶ່ງແຫ່ງກາລະທະວີບໃນປີ 2021 ທີ່ກາເມີຣູນ ລວມເຖິງຄັ້ງນີ້, ເຊິ່ງກໍາລັງແຂ່ງຂັນກັນຢູ່ທີ່ ໄອວໍຣີໂຄສ ຖືກຈັດຂຶ້ນລະຫວ່າງເດືອນມັງກອນຫາເດືອນກຸມພາ ແຕ່ກ່ອນໜ້ານີ້ ມີການຕົກລົງກັນວ່າ ຈະໂຍກຍ້າຍການແຂ່ງຂັນລາຍການີ້ໄປຈັດຂຶ້ນໃນລະດູຮ້ອນ ເພື່ອຫຼີກເວັ້ນການຂັດແຍ່ງກັບບັນດາສະໂມສອນໃນລີກເອີຣົບ ທີ່ພົບບັນຫາເຈັບຫົວກັບການຕ້ອງປ່ອຍນັກເຕະມາຫຼິ້ນໃນລາຍການນີ້ໃນໄລຍະກາງລະດູການ.

ຢ່າງໃດກໍຕາມ ການແຂ່ງຂັນ AFCON 2025 ຈະເປັນເຈົ້າພາບໂດຍ ມາຣົກ ເຊິ່ງຈະກັບຄືນໄປຈັດການແຂ່ງຂັນໃນລະດູຮ້ອນນັ້ນ ມັນອາດຊົນກັນກັບເຕະບານຊີງແຊັມສະໂມສອນໂລກ ຮູບແບບໃໝ່ ທີ່ຈະ 32 ສະໂມສອນຮ່ວມແຂ່ງຂັນ ແລະ ຈະຈັດຂຶ້ນທີ່ສະຫະລັດອາເມຣິກາໃນໄລຍະລະດູຮ້ອນປີ 2025 ເຊັ່ນກັນ ນອກຈາກນີ້ ຍັງມີ 2 ສະໂມສອນໃຫຍ່ຈາກອາຟຣິກາ ຢ່າງ Al Ahly ຂອງອີຢິບແລະ Wydad Casablanca ຂອງ ມາຣົກ ທີ່ຕ້ອງໄປຫຼິ້ນໃນລາຍການດັ່ງກ່າວດ້ວຍ.

ປະທານໃຫຍ່ຂອງອົງການບານເຕະອາຟຣິກາ ກ່າວວ່າ: “ ເຮົາຕ້ອງການໃຫ້ ຄັບ ອອຟ ເນຊັ່ນ ຈັດການແຂ່ງຂັນກັນໃນໄລຍະເວລາທີ່ຜູ້ຄົນໃຫ້ຄວາມສົນໃຈທີ່ສຸດ ແລະ ສະດວກສໍາລັບທຸກຝ່າຍຫຼາຍທີ່ສຸດ ແລະ ເຮົາຍັງຄົງປະສານງານກັບ FIFA ໃນເລື່ອງໄລຍະເວລາຂອງການຈັດການແຂ່ງຂັນ “

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version