Sunday, September 8, 2024
Homeຂ່າວຕ່າງປະເທດໄຂກອງປະຊຸມເວທີປາໄສເສດຖະກິດໂລກປີ 2024

ໄຂກອງປະຊຸມເວທີປາໄສເສດຖະກິດໂລກປີ 2024

ວິທະຍຸກະຈາຍສຽງແຫ່ງຊາດຫວຽດນາມ, ກອງປະຊຸມເວທີປາໄສເສດຖະກິດໂລກ (WEF) ປີ 2024 ຢູ່ນະຄອນດາວໍສ (Davos) ຂອງສະວິດ ໄດ້ດຳເນີນແຕ່ ວັນທີ 15–19 ມັງກອນ ດ້ວຍຫົວຂໍ້ “ສ້າງຄວາມເຊື່ອໝັ້ນຄືນໃໝ່”. ຫົວຂໍ້ດັ່ງກ່າວໄດ້ສະແດງໃຫ້ເຫັນເປົ້າໝາຍຂອງ WEF ໃນປີນີ້ ໂດຍໄດ້ເນັ້ນໜັກເຖິງຄວາມຈຳເປັນຕ້ອງຟື້ນຟູຄວາມເຊື່ອໝັ້ນຕໍ່ສິ່ງທ້າທາຍຕ່າງໆ ໃນທົ່ວໂລກ, ລວມທັງການປະທະກັນດ້ານພູມີສາດການເມືອງ, ການປ່ຽນແປງຂອງດິນຟ້າອາກາດ ແລະ ບັນດາຄວາມຄືບໜ້າໃນເຕັກໂນໂລຢີ ເປັນຕົ້ນແມ່ນປັນຍາປະດິດ (AI). ໄປຄຽງຄູ່ກັນນັ້ນ, ຈຸດສຸມຂອງການປຶກສາຫາລືຄັ້ງຕ່າງໆ ນັ້ນແມ່ນມຸ່ງໄປເຖິງການຊອກຫາມາດຕະການ, ສຸມໃສ່ລັກສະນະໂປ່ງໃສ, ສະເໝີຕົ້ນສະເໝີປາຍ ແລະ ຄວາມຮັບຜິດຊອບ ອະພິປາຍ. ຕາມຂໍ້ມູນຈາກ WEF ແລ້ວ, ຄາດວ່າມີຜູ້ຕາງໜ້າຂອງກວ່າ 100 ລັດຖະບານ, ບັນດາອົງການຈັດຕັ້ງ ສາກົນໃຫຍ່ ແລະ ບໍລິສັດຄູ່ຮ່ວມມື 1.000 ແຫ່ງ ໄດ້ເຂົ້າຮ່ວມ ພ້ອມກັບການນຳສັງຄົມ, ນັກຊ່ຽວຊານ, ຜູ້ເຄື່ອນໄຫວວຽກງານຊາວໜຸ່ມ, ນັກທຸລະກິດ ແລະ ວົງການສື່ມວນຊົນ. ດ້ວຍຄວາມປາດຖະໜາວ່າກອງປະຊຸມຈະແມ່ນເວທີປາໄສແບ່ງປັນທັດສະນະ ແລະ ບັນດາມາດຕະການ, WEF ຫວັງວ່າເຫດການນີ້ຈະສ້າງຜົນກະທົບທີ່ເປັນຮູບປະທຳ, ຫັນແນວຄວາມຄິດໃຫ້ເປັນການກະທຳຕົວຈິງ ແລະ ປະຕິບັດມາດຕະການຕ່າງໆ ໃຫ້ປະກົດຜົນເປັນຈິງ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments