Saturday, July 27, 2024
Homeຂ່າວພາຍໃນຝຶກຊ້ອມໃຫຍ່ ກຽມສະຫລອງວັນສ້າງຕັ້ງກອງທັບ ຄົບຮອບ 75 ປີ

ຝຶກຊ້ອມໃຫຍ່ ກຽມສະຫລອງວັນສ້າງຕັ້ງກອງທັບ ຄົບຮອບ 75 ປີ

ໃນວັນທີ 15 ມັງກອນ 2024 ນີ້, ກະຊວງປ້ອງກັນປະເທດ ໄດ້ຝຶກຊ້ອມຍິງປືນສະແດງ ຢູ່ວິ ທະຍາຄານນາຍ ແລະ ພົນທະຫານ ກົມມະດຳ ເມືອງໂພນໂຮງ ແຂວງວຽງຈັນ ເພື່ອກຽມສະເຫລີມສະ ຫລອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ(20/1/1949-20/1/2024) ເຊິ່ງການສະ ແດງແທ້ ຈະຈັດຂຶ້ນໃນວັນທີ 17 ມັງກອນ 2024. ໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະ ຊວງປ້ອງກັນປະເທດ ເຂົ້າຮ່ວມ.

ການຝຶກຊ້ອມຍິງສະແດງ ໃນຄັ້ງນີ້, ແນໃສ່ເຮັດໃຫ້ການສະເຫລີມສະຫລອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ດຳເນີນໄປຢ່າງໂລ່ງລ່ຽນ, ເປັນລະບຽບຮຽບຮ້ອຍ ເຊິ່ງມີລາຍການສະ ແດງທັງໝົດ 15 ລາຍການ ເປັນຕົ້ນ, ເຫລົ່າຮົບສືບຂ່າວ ແລະ ເຫລົ່າຮົບຕີພິເສດ ສະແດງມວຍຫັດກາຍ, ມວຍສູ້ຮົບ, ກອງພັນໃຫຍ່ທະຫານຮາບຍານເກາະ 11 ສະແດງຍຸດທະວິທີສູ້ຮົບບຸກຄົນ(ຍິງລູກລົມ), ກອງພັນຍິງປືນ 199 ຍິງເປີດປ້າຍຄຳຂວັນ, ນຳໃຊ້ປືນສັ້ນຊາຍ-ຍິງ, ປືນເຫລັກສັ້ນຍິງເປົ້າຈານເຫລັກ; ເຫລົ່າຮົບຕີພິເສດປິດລັບ ຫລອນຕີສູນບັນຊາຂອງສັດຕູ, ກອງພັນໃຫຍ່ທະຫານຮາບຍານເກາະ 11 ໃຊ້ກຳລັງໄຟຍິງກຽມ, ເຫລົ່າຮົບຊ່າງແສງສົ່ງໂບກຝ່າບິນ, ເປີດທາງໄຂໃຫ້ກອງພັນໃຫຍ່ທະຫານຮາບຍານເກາະ 11 ບຸກຕີສັດຕູ, ເຫລົ່າເສນາຮັກປະຕິບັດກອບກູ້ ທະຫານຖືກບາດເຈັບອອກຈາກສະໜາມ, ເຫລົ່າຮັບສືບຂ່າວ ງໍ 433 ສົມທົບທະຫານອາກາດໂຢດພົນ, ໂດດຈ້ອງ ລົງດັບສູນສັດຕູຢູ່ແນວຫລັງທຳລາຍກຸ່ມສາງອາວຸດຂອງສັດຕູ, ເຫລົ່າຮົບປືນໃຫຍ່ໜ້າດິນນຳໃຊ້ປືນໃຫຍ່ເຄື່ອນທີ 122 ມມ ແລະ ປືນ BM-21 ເຄື່ອນເຂົ້າຢຶດສະໜາມແລ້ວຍິງດັບສູນເປົ້າໝາຍ, ເລົ່າຮົບລົດຕັງ-ຍານເກາະ ນຳໃຊ້ລົດ T-72 ເຄື່ອນທີ ແລະ ຄົງທີ່ ຍິ່ງ ທຳລາຍເປົ້າໝາຍ, ເຫລົ່າຮົບເຄມີ ສືບຂ່າວທາດພິດເຄມີ ແລະ ປະຕິບັດລົບລ້າງທາດພິດເຄມີ ໃຫ້ຄົນ ແລະ ພາຫະນະສູ້ຮົບ, ເຫລົ່າຮົບປ້ອງກັນອາກາດນຳໃຊ້ປືນ 57 ມມ ຍິງດັບສູນເປົ້າໝາຍເທິງອາກາດ, ຈໍ 279 ນຳໃຊ້ກ້ອນກຳລັງສະແດງຮູບແຖວຄົງທີ່, ເຄື່ອນທີ່ປະສານສຽງເສບ ແລະ ສະ ແດງຮູບແຖວຮ້ອງເພງ, ທັບອາກາດນຳໃຊ້ຝູງຍົນບິນສວນສະໜາມ ແລະ ບິນໂຊຜ່ານໜ້າຜາມໄຊ. ພ້ອມດຽວກັນນີ້, ຍັງມີການວາງສະແດງວັດຖຸອຸປະກອນ, ພາຫະນະອາວຸດ, ຍຸດໂທປະກອນທີ່ກົມອຸດສາຫະກຳປ້ອງກັນຊາດ ແລະ ກົມສື່ສານ, ກົມປືນໃຫຍ່ໜ້າດິນ ກອງທັບປະຊາຊົນລາວ.

ທ່ານ ພັນເອກ ບຸນປອນ ລົມພະຈັນ ຫົວໜ້າການທະຫານກອງພັນໃຫຍ່ ລົດຕັງຍານເກາະ 661 ກະຊວງປ້ອງກັນປະເທດ ກ່າວວ່າ: ສະເພາະກອງພັນໃຫຍ່ຂອງຕົນ ໄດ້ນຳໃຊ້ລົດຕັງຍານເກາະ 10 ກວ່າຄັນ, ມີກຳລັງພົນທັງໝົດ 100 ກວ່າຄົນ ໂດຍນຳໃຊ້ນາຍ ແລະ ພົນທະຫານ ຜູ້ຍິງເປັນຜູ້ບັງຄັບບັນຊາລົດຕັງຍານເກາະ. ສຳລັບ ຮູບແບບການສະແດງ ແມ່ນໝູນໃຊ້ຮູບແຖວສິລະປະຍຸດທະວິທີ, ນຳໃຊ້ສິລະປະຍຸດໃນການດັບສູນສັດຕູ ໂດຍນຳໃຊ້ລົດ ຕັງ T-72 ເຄື່ອນທີ່ ແລະ ຄົງທີ່ ຍິ່ງທຳລາຍເປົ້າໝາຍສັດຕູ ເຊິ່ງໃນໄລຍະຝຶກຊ້ອມ ແມ່ນນຳໃຊ້ລູກປືນໃຫຍ່ ຄັນລະ 5 ລູກ, ສ່ວນໃນມື້ ສະແດງຕົວຈິງ ກໍຄື ວັນທີ 17 ມັງກອນ 2024 ເປັນມື້ສະຫລອງວັນສ້າງຕັ້ງກອງທັບ ຄົບຮອບ 75 ປີ ຈະເພີ່ມຈຳນວນ ລູກປືນຂຶ້ນຕື່ມອີກ ເພື່ອເຮັດໃຫ້ງານສະເຫລີມສະຫລອງ ເຕັມໄປດ້ວຍບັນຍາກາດ ອັນຄຶກຄື້ນມ່ວນຊື່ນ ແລະ ສົມຈິງ.

ຂ່າວ: ທະນູທອງ ພາບ: ເກດສະໜາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments