Friday, October 18, 2024
Homeຂ່າວໜ້າໜຶ່ງສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາຊະສຸດາ ສະຫຍາມບໍຣົມຣາຊະກຸມາຣີ ແຫ່ງ ລາຊະອານາຈັກໄທ ສໍາເລັດການຢ້ຽມຢາມ ສປປ ລາວ

ສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາຊະສຸດາ ສະຫຍາມບໍຣົມຣາຊະກຸມາຣີ ແຫ່ງ ລາຊະອານາຈັກໄທ ສໍາເລັດການຢ້ຽມຢາມ ສປປ ລາວ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາຊະສຸດາ ສະຫຍາມບໍຣົມຣາຊະກຸມາຣີ ແຫ່ງ ລາຊະອານາຈັກໄທ ໄດ້ສະເດັດຢ້ຽມຢາມ ສປປ ລາວ ແລະ ເປັນອົງປະທານຮ່ວມໃນພິທີສະເຫຼີມສະຫຼອງຄົບຮອບ 30 ປີ ແຫ່ງ ການສ້າງຕັ້ງສູນພັດທະນາ ແລະ ບໍລິການດ້ານການກະເສດ ຫ້ວຍຊອນ-ຫ້ວຍຊົ້ວ ທັງເປັນການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ດີ ທີ່ມີມາແຕ່ດົນນານ ກໍຄືການເປັນຄູ່ຮ່ວມຍຸດທະສາດເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ ໃນວັນທີ 12 ມັງກອນ 2024 ໂດຍມີ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນລັດຖະມົນຕີກຽດຕິຍົດ ແລະ ຄະນະໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ສົມກຽດທີ່ສະໜາມບິນສາກົນວັດໄຕ.

ໃນໂອກາດການສະເດັດຢ້ຽມຢາມ ສປປ ລາວ ຄັ້ງນີ້ ກົມສົມເດັດພະເທບ ແລະ ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ເປັນປະທານຮ່ວມໃນພິທີສະເຫຼີມສະຫຼອງວັນສ້າງຕັ້ງສູນດັ່ງກ່າວ ໂດຍໄດ້ຮັບຟັງການລາຍງານ ຂອງ ທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ກ່ຽວກັບຄວາມໝາຍຄວາມສໍາຄັນຂອງໂຄງການ ເຊິ່ງເປັນໂຄງການການຮ່ວມມືແບບພິເສດ ລະຫວ່າງ ສອງປະມຸກລັດ ລາວ ແລະ ໄທ ກໍຄື ລະຫວ່າງ ພະບາດສົມເດັດ ພະບໍຣົມຊະນະກາທິເບດ ມະຫາພູມິພົນອະດຸນຍະເດດມະຫາຣາດ ບໍຣົມມະນາດບໍພິດ ແລະ ປະທານ ໄກສອນ ພົມວິຫານ ທີ່ເປັນສັນຍາລັກໃນການພົວພັນ ແລະ ຮ່ວມມື ລະຫວ່າງສອງປະເທດ ລາວ ແລະ ໄທ ເປົ້າໝາຍຂອງສູນແຫ່ງນີ້ ແມ່ນເປັນສູນຮ່ວມມືດ້ານວິຊາການກ່ຽວກັບວຽກງານກະສິກໍາ ໂດຍມີການຖ່າຍທອດຄວາມຮູ້ທາງດ້ານທິດສະດີ ແລະ ການປະຕິບັດຕົວຈິງ ໃນການຂະຫຍາຍແນວພັນພືດ-ພັນສັດ ພາຍໃຕ້ຄວາມຮັບຜິດຊອບຂອງກະຊວງກະສິກໍາ ແລະ ປ່າໄມ້ ປັດຈຸບັນສູນດັ່ງກາວໄດ້ກາຍເປັນສູນຕົວແບບ ບ່ອນຖ່າຍທອດຄວາມຮູ້ ແລະ ເຕັກນິກ-ວິຊາການ ໃຫ້ແກ່ຊາວກະສິກອນ ຜູ້ປະກອບການ ນັກຮຽນ-ນັກສຶກສາ ທັງເປັນບ່ອນຜະລິດ ແລະ ສະໜອງແນວພັນພືດ-ພັນສັດທີ່ດີ ໂດຍໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການສ້າງລາຍຮັບ ແລະ ອາຊີບທີ່ໝັ້ນຄົງໃຫ້ແກ່ປະຊາຊົນຫຼຸດພົ້ນຈາກຄວາມທຸກຍາກ

ໃນພິທີດັ່ງກ່າວ ກົມສົມເດັດພະເທບ ແລະ ພະນະທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ຮ່ວມກັນຕັດແຖບຜ້າພິທີສະເຫຼີມສະຫຼອງວັນສ້າງຕັ້ງສູນພັດທະນາ ແລະ ບໍລິການດ້ານການກະເສດ ຫ້ວຍຊອນ-ຫ້ວຍຊົ້ວ ຄົບຮອບ 30 ປີ ແລະ ຢ້ຽມຊົມການວາງສະແດງຜະລິດຕະພັນຂອງສູນ ອາຄານຮຽນຮູ້ ແຜນຜັງກໍ່ສ້າງຫໍປະຊຸມຫຼັງໃໝ່ ພົບປະຄອບຄົວຕົວແບບຂອງສູນ ແລະ ຢ້ຽມຊົມຜົນຜະລິດກະສິກໍາຂອງເມືອງນາຊາຍທອງ ພ້ອມທັງປູກຕົ້ນໄມ້ເພື່ອເປັນສັນຍາລັກ.

ໃນຕອນບ່າຍວັນດຽວກັນ ກົມສົມເດັດພະເທບ ແລະ ຄະນະ ກໍໄດ້ສະເດັດຢ້ຽມຢາມໂຮງຮຽນວັດທະນະທໍາຫຼັກ 67 ເຊິ່ງໂຮງຮຽນໄດ້ຮັບການຊ່ວຍເຫຼືອດ້ານຕ່າງໆ ຈາກໂຄງການອັນເນື່ອງມາຈາກພະຣາຊະດໍາຣິ ຂອງກົມສົມເດັດພະເທບ ນັບຕັ້ງແຕ່ປີ 1992 ເປັນຕົ້ນມາ ໃນໂອກາດນີ້ ກົມສົມເດັດ ຍັງໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອສ້າງຫ້ອງການຄູ 1 ຫຼັງ ຫໍພັກຍິງ 1 ຫຼັງ ແລະ ມອບອຸປະກອນຮັບໃຊ້ການຮຽນ-ການສອນ ລວມມູນຄ່າ 2.735.300 ບາດ ມອບຂອງຂວັນໃຫ້ແກ່ນັກຮຽນດີເດັ່ນຂອງໂຮງຮຽນ 5 ຄົນ ແລະ ໄດ້ຢ້ຽມຊົມຮູບພາບ ກ່ຽວກັບຄວາມເປັນມາຂອງໂຮງຮຽນ ຫ້ອງສະໝຸດ ອາຄານໝັ້ນມິດ (ຫ້ອງທົດລອງ) ແລະ ໄດ້ປູກຕົ້ນໄມ້ຢູ່ເດີ່ນໂຮງຮຽນເພື່ອເປັນສັນຍາລັກຕື່ມອີກ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments