Saturday, July 27, 2024
Homeຂ່າວໜ້າໜຶ່ງ3 ພາກສ່ວນ ມອບເງິນອຸປະຖໍາ ກະຊວງປ້ອງກັນປະເທດ

3 ພາກສ່ວນ ມອບເງິນອຸປະຖໍາ ກະຊວງປ້ອງກັນປະເທດ

ໃນວັນທີ 11 ມັງກອນ 2024 ຜ່ານມາ, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນປະເທດ ໄດ້ຮັບເງິນປະກອບສ່ວນເຂົ້າໃນການ ສະເຫລີມສະຫລອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ຈາກ 3 ພາກສ່ວນ ເຊິ່ງປະກອຍມີ: ບໍລິສັດ ສະຕາໂທລະຄົມ ຈໍາກັດ ມອບເງິນ ຈຳນວນ 1.000.000 ໂດລາສະຫະລັດ, ມອບໂດຍ ສະຫາຍ ພົນຈັດຕະວາ ບີມົວ ໄຟດາເຢຍຈ່າ ຮອງຜູ້ອໍານວຍການໃຫຍ່ ຈັດຕັ້ງ-ບໍລິຫານ ບໍລິສັດ ສະຕາໂທລະຄົມ ຈໍາກັດ ພ້ອມດ້ວຍຄະນະ; ບໍລິສັດ ເບສ ເທເລຄອມ ຈໍາກັດ ມອບເງິນຈຳນວນ 12 ຕື້ກວ່າກີບ, ມອບໂດຍ ທ່ານ ລິດທິກອນ ພູມມະສັກ ຜູ້ອໍານວຍການໃຫຍ່ ບໍລິສັດ ເບສ ເທເລຄອມ ຈໍາກັດ ແລະ ບໍລິສັດ ເອັດເອັມຈີ ກຣຸບ ຈໍາກັດຜູ້ດຽວ ມອບເງິນ 2 ຕື້ກີບ, ກ່າວມອບໂດຍທ່ານ ເອກະພັນ ພະພິທັກ ປະທານ ບໍລິສັດ ເອັດເອັມຈີ ກຣຸບ ຈໍາກັດ ຜູ້ດຽວ.

ໂອກາດນີ້, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ສະແດງຄວາມຂອບໃຈມາຍັງ 3 ພາກສ່ວນດັ່ງກ່າວ ທີ່ໄດ້ມອບອຸປະຖໍາໃນຄັ້ງນີ້, ເງິນອຸປະຖໍາດັ່ງກ່າວ ເປັນການປະກອບສ່ວນຄັນເຂົ້າໃນການສະເຫລີມສະຫລອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ໃຫ້ມີບັນຍາກາດຄືກຄື້ນ ແລະ ມີຜົນສຳເລັດສູງ.

ຂ່າວ: ນົກ ບຸນມາເລີດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments