Saturday, July 27, 2024
Homeຂ່າວພາຍໃນທະຫານອາກາດ ຈະນຳໃຊ້ 4 ຝຸງບິນ ປະຕິບັດໜ້າທີ່ບິນສະແດງຢູ່ເທິງດ່ານຟ້າ

ທະຫານອາກາດ ຈະນຳໃຊ້ 4 ຝຸງບິນ ປະຕິບັດໜ້າທີ່ບິນສະແດງຢູ່ເທິງດ່ານຟ້າ

ສະຫາຍ ພັນເອກ ພິມມະຈັນ ດວງປັນຍາ ຮອງບັນຊາການທະຫານອາກາດ, ຫົວໜ້າຫ້ອງອົບຮົມ, ຫົວໜ້າຄະນະຮັບຜິດຊອບການບິນສະແດງສວນສະໜາມຂອງເຫລົ່າຮົບອາກາດ ກອງທັບປະຊາຊົນລາວ ໄດ້ໃຫ້ສໍາພາດເມື່ອບໍ່ດົນນີ້ວ່າ: ເນື່ອງໃນໂອກາດສະເຫລີມສະຫລອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ, ເຫລົ່າຮົບທະຫານອາກາດ ກໍໄດ້ຮັບມອບໝາຍຈາກຂັ້ນເທິງໃຫ້ເອົາເຮືອບິນຈໍານວນໜຶ່ງເຂົ້າຮ່ວມການສະແດງສວນສະໜາມເພື່ອໃຫ້ມວນຊົນເຫັນການເຕີບໃຫຍ່ຂອງກອງທັບອາກາດ, ໃນການເຂົ້າຮ່ວມໃນຄັ້ງນີ້ມີ 4 ຝຸງບິນຄື: ຝຸງບິນຍົນຫັດແອບຂັ້ນຕົ້ນ, ຝຸງບິນຍົນຂຶ້ນຊື່, ຝຸງບິນອາຍພົນຫັດແອບ, ຍັກ 130 ເປັນເຄື່ອງບິນສູ້ຮົບທັງເປັນເຄື່ອງບິນຫັດແບບຂັ້ນສູງຫລັງຈາກບິນເປັນຝຸງແລ້ວ ຈະມີຍົນຍັກ 130 ໜຶ່ງຄັນປະຕິບັດບິນໂຊ ແລະ ສະແດງຢູ່ເທິງດ່ານຟ້າ.

ສະຫາຍ ພັນເອກ ພິມມະຈັນ ດວງປັນຍາ ໃຫ້ຮູ້ຕື່ມວ່າ: ພິເສດປີນີ້, ຈະມີທິມເຄື່ອງບິນກອງທັບອາກາດປະຊາຊົນຈີນ ນົກເຂົາແດງ ຈະມາຮ່ວມສ້າງບັນຍາກາດ ໃນໂອກາດສະເຫລີມສະຫລອງວັນສ້າງຕັ້ງກອງທັບປະຊາ ຊົນລາວ ຄົບຮອບ 75 ປີ ໂດຍຈະນໍາໃຊ້ເຄື່ອງບິນອາຍພົ່ນ GL8 ຈໍານວນ 9 ລໍາ ບິນສະແດງຢູ່ເທິງຟ້າ ໃຫ້ມວນຊົນໄດ້ຊົມ.

ເຫລົ່າຮົບທະຫານອາກາດ ແມ່ນເຫລົ່າຮົບໜຶ່ງຂອງກອງທັບປະຊາຊົນລາວ ໃຕ້ການຊີ້ນໍາ-ນໍາພາໂດຍກົງຮອບດ້ານຂອງ ຄະນະພັກກະຊວງປ້ອງກັນປະເທດ ໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 4 ເມສາ 1970 ຢູ່ເຂດທີ່ໝັ້ນ ເມືອງວຽງໄຊ ແຂວງຫົວພັນ ໃນເວລານັ້ນມີພຽງແຕ່ 1 ກອງຮ້ອຍ ແລະ ຈໍານວນພົນມີແຕ່ປະມານ 100 ຄົນ, ນັບແຕ່ມື້ສ້າງຕັ້ງມາປັດຈຸບັນ ໄດ້ມີການເຕີບໃຫຍ່ຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບ. ດັ່ງນັ້ນ,ການນໍາພັກ-ລັດຂັ້ນເທິງ ກໍໄດ້ເອົາໃຈໃສ່ຈັດຊື້ເຄື່ອງບິນປະກອບໃຫ້ກອງທັບອາກາດເຊັ່ນ: ເຮືອບິນຂັບໄລ່, ເຮືອບິນອາຍພົ່ນ, ເຮືອບິນຫັດແອບຂັ້ນກາງ, ຂັ້ນສູງ ແລະ ເຮືອບິນລໍາລຽງຂົນສົ່ງ, ໜ້າທີ່ຕົ້ນຕໍຂອງກອງທັບອາກາດແມ່ນບິນຫັດແອບກຽມພ້ອມສູ້ຮົບ ແລະ ເຮັດໜ້າທີ່ສູ້ຮົບໂດຍກົງ, ບິນຮັບໃຊ້ການນໍາຂັ້ນສຸງພັກ-ລັດ, ບິນຮັບປະກັນໃນເຂດຈຸດສຸມເຂດຊົນນະບົດ ຫລື ເຂດທຸລະກັນດານ. ນອກຈາກນັ້ນ, ຍັງໄດ້ບິນຂົນສົງລໍາລຽງກໍາລັງພົນ ແລະ ວັດຖຸຍຸດໂທປະກອນຢູ່ທຸກເຂດແຂວງໃນທົ່ວປະເທດ. ນັບແຕ່ມື້ສ້າງຕັ້ງ ມາຮອດປັດຈຸບັນ, ສາມາດເຮັດສໍາເລັດໜ້າທີ່ທີ່ຂັ້ນເທິງມອບໝາຍໃຫ້.

ຂ່າວ: ລຸນທອງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments