Home ຂ່າວໜ້າໜຶ່ງ ສໍາມະນາ ພາຍໃຕ້ຫົວຂໍ້ “ຊາວໜຸ່ມລາວ ຮ່ວມແຮງຮ່ວມໃຈ ໃນການຫັນເປັນດິຈິຕອນ”

ສໍາມະນາ ພາຍໃຕ້ຫົວຂໍ້ “ຊາວໜຸ່ມລາວ ຮ່ວມແຮງຮ່ວມໃຈ ໃນການຫັນເປັນດິຈິຕອນ”

0
94

…………………………………………………..

ວັນທີ 12 ມັງກອນ 2024 ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ເປີດກອງປະຊຸມສໍາມະນາ ພາຍໃຕ້ຫົວຂໍ້ “ຊາວໜຸ່ມລາວ ຮ່ວມແຮງຮ່ວມໃຈ ໃນການຫັນເປັນດິຈິຕອນ” ຂຶ້ນທີ່ ຫໍປະຊຸມແຫ່ງຊາດ ໃນໂອກາດດໍາເນີນງານສັບປະດາດິຈິຕອນລາວ ປີ 2024 ໃນລະຫວ່າງວັນທີ 10-14 ມັງກອນນີ້ ໂດຍໃຫ້ກຽດເຂົ້າຮ່ວມເປັນຄະນະປະທານ ຂອງ ທ່ານ ບັນດິດ ສຈ ບໍ່ວຽງຄໍາ ວົງດາລາ ກໍາມະການສູນກາງພັກ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ມອນໄຊ ລາວມົວຊົ່ງ ກໍາມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ມີບັນດາເລຂາຄະນະຊາວໜຸ່ມກະຊວງ ອົງການ ແຂວງນະຄອນຫຼວງ ຄະນະຮາກຖານ ຄະນະໜ່ວຍ ອ້ອມຂ້າງກະຊວງ ເຂົ້າຮ່ວມ.

ໂອກາດກ່າວເປີດກອງປະຊຸມຄັ້ງນີ້ທ່ານ ບັນດິດ ສຈ.ບໍ່ວຽງຄໍາ ວົງດາລາ ໄດ້ກ່າວວ່າ: ຊາວໜຸ່ມຄືອະນາຄົດຂອງປະເທດຊາດ ຊາວໜຸ່ມເປັນກຳລັງແຮງໃນການພັດທະນາເສດຖະກິດ-ສັງຄົມຂອງທຸກໆປະເທດ ຊາວໜຸ່ມລາວໃນເມື່ອກ່ອນໄດ້ເປັນກຳລັງປະກອບອາວຸດ ເສຍສະຫຼະເລືອດເນື້ອ ແລະ ຊີວິດເພື່ອປົດປ່ອຍປະເທດຊາດເຮົາອອກຈາກຄວາມເປັນຂ້ອຍຂ້າຂອງພວກລ່າເມືອງຂຶ້ນ ຈົນສາມາດສະຖາປະນາ ສປປ ລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ສະນັ້ນ ຊາວໜຸ່ມລາວໃນຍຸກປັດຈຸບັນ ຈະຕ້ອງສືບຕໍ່ປົກປັກຮັກສາ ແລະ ສ້າງສາປະເທດຊາດເຮົາໃຫ້ຈະເລີນຮຸ່ງເຮືອງ ທ່ານ ປະທານ ໄກສອນ ໄດ້ສັ່ງສອນໄວ້ວ່າ: “ຊາວໜຸ່ມຈົ່ງເປັນດັ່ງນັກຮົບອິນຊີທີ່ບໍ່ຫວາດຫວັ່ນຕໍ່ພາຍຸລົມແດງ ຊາວໜຸ່ມຈົ່ງເປັນສິນໄຊຂອງຍຸກສະໄໝ” ນີ້ເປັນຄຳເວົ້າອັນສັກກະລະບູຊາ ເຊິ່ງຊາວໜຸ່ມລາວຈະຕ້ອງໄດ້ຈັດຕັ້ງປະຕິບັດ ໃນຍຸກປັດຈຸບັນນີ້ ແມ່ນຍຸກແຫ່ງການປະຕິວັດອຸດສາຫະກຳ ຄັ້ງທີ 4 ກຳລັງເປັນພາຍຸລົມແດງພັດຜ່ານໄປທົ່ວໂລກ ຍຸກດັ່ງກ່າວແມ່ນຍຸກແຫ່ງການຫັນເປັນດິຈິຕອນ ໝາຍຄວາມວ່າ ແມ່ນຍຸກແຫ່ງການນຳໃຊ້ເຕັກໂນໂລຊີດິຈິຕອນ ເຂົ້າໃນທຸກຂົງເຂດວຽກງານຂອງສັງຄົມເພື່ອຫັນປ່ຽນຈິນຕະນາການ ຫັນປ່ຽນແບບແຜນວິທີເຮັດວຽກໃຫ້ມີປະສິດທິຜົນດີກວ່າເກົ່າ ມີຄຸນນະພາບດີຂື້ນກວ່າເກົ່າ ສະນັ້ນ ຊາວໜຸ່ມລາວຈະຕ້ອງໄດ້ພ້ອມກັນຕັດສິນໃຈຮ່ຳຮຽນຄົ້ນຄວ້າເພື່ອສ້າງທັກສະດິຈິຕອນໃຫ້ສາມາດເປັນເຈົ້າເຕັກໂນໂລຊີດິຈິຕອນໃນທຸກຂົງເຂດວຽກງານ ຕ້ອງຮຽນຮູ້ວິຊາຊີບໃໝ່ ເຊັ່ນ: ການຄຸ້ມຄອງ ແລະ ນຳໃຊ້ຖາມຂໍ້ມູນມະຫາສານ (Big Data) ການພັດທະນາກຸ່ມຂໍ້ມູນຜູກພັນ (Blockchaine) ນໍາໃຊ້ປັຍາປະດິດ (AI) ວິສະວະກໍາພັນທຸກໍາ ນາໂນເຕັກໂນໂລຊີ ເປັນເຕັກໂນໂລຊີໃນຍຸກສະໄໝ 4.0 ເພື່ອຫັນເປັນດິຈິຕອນ ນີ້ແມ່ນວິຊາຄວາມຮູ້ຂອງ ສັງສິນໄຊ ໃນຍຸກສະ ໄໝໃໝ່ ຍ້ອນແນວນັ້ນ ມື້ນີ້ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຈຶ່ງໄດ້ຮ່ວມກັບ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ຈັດເວທີສຳມະນານີ້ຂື້ນເປັນຄັ້ງທຳອິດ ເພື່ອເປັນສຽງແກຕະລຸມບອນປຸກລະດົມຊາວໜຸ່ມລາວໃນທົ່ວປະເທດຈົ່ງລຸກຂຶ້ນມາສຶກສາຮ່ຳຮຽນ ລົບລ້າງໄພກືກດິຈິຕອນ ສ້າງທັກສະດິຈິຕອນໃຫ້ເຂັ້ມແຂງ ເພື່ອເປັນກຳລັງແຮງຕົ້ນຕໍໃນການຫັນເປັນດິຈິຕອນຂອງປະເທດເຮົາ ນີ້ເປັນພາລະກຳປະຫວັດສາດທີ່ພັກ-ລັດ ມອບໝາຍໃຫ້ຊາວໜຸ່ມລາວ ໃນການສືບທອດພາລະກິດປະຕິວັດ ເພື່ອປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເປັນໂອກາດທີ່ຈະນຳເອົາປະເທດເຮົາຫຼຸດພົ້ນຈາກຄວາມດ້ອຍພັດທະນາ ແລະ ນີ້ແມ່ນພາລະໜ້າທີ່ອັນມີກຽດສູງສົ່ງຂອງຊາວໜຸ່ມໃນຍຸກສະໄໝນີ້.

ກອງປະຊຸມສໍາມະນາຄັ້ງນີ້ ປະກອບມີຫຼາຍຫົວຂໍ້ທີ່ສໍາຄັນ ເຊັ່ນ: ການຫັນເປັນດິຈິຕອນ ເພື່ອພັດທະນາເສດຖະກິດດິຈິຕອນ ຂອງ ສປປ ລາວ ບາງບົດຮຽນການຫັນເປັນດິຈິຕອນ ຂອງຄະນະບໍລິຫານງານຊາວໜຸ່ມ ກະຊວງ ອົງການ ແລະ ແຂວງ ຄວາມປອດໄພທາງດ້ານໄຊເບີ ວິຖີຊີວິດຂອງຊາວໜຸ່ມລາວໃນຍຸກດິຈິຕອນ ການສ້າງຂະບວນການຊົມໃຊ້ຜະລິດຕະພັນພາຍໃນປະເທດ ການສ້າງສື່ຍຸກໃໝ່ ພິຊິດໃຈສັງຄົມ.

ໃນໂອກາດຽວກັນ ກໍໄດ້ມີພິທີເຊັນບົດບັນທຶກ ວ່າດ້ວຍ ການຮ່ວມມື ດ້ານເຕັກໂນໂລຊີ ແລະ ການສື່ສານ ໃນຂົງເຂດວຽກງານຊາວໜຸ່ມ-ເຍົາວະຊົນ ລະຫວ່າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປລ) ເພື່ອກໍານົດຂອບເຂດການຮ່ວມມືດ້ານເຕັກໂນໂລຊີ ແລະ ການສື່ສານ ຂອງທັງສອງຝ່າຍ ໃນການພັດທະນາຊາວໜຸ່ມ-ເຍົາວະຊົນລາວ ໃຫ້ກາຍເປັນນັກຄົ້ນຄວ້າ ແລະ ນັກພັດທະນາ ທີ່ມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບບົດບາດ ຄວາມສຳຄັນຂອງວຽກງານເຕັກໂນໂລຊີ ແລະ ການສື່ສານ ກັບການພັດທະນາເສດຖະກິດຂອງຊາດ ໃຫ້ກຽດລົງນາມໃນບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ໂດຍທ່ານ ບັນດິດ ສຈ ບໍ່ວຽງຄໍາ ວົງດາລາ ແລະ ທ່ານ ມອນໄຊ ລາວມົວຊົ່ງ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here