Home ແຈ້ງການສໍາຄັນ ສະພາບອາກາດ ວັນທີ 12 ມັງກອນ 2024

ສະພາບອາກາດ ວັນທີ 12 ມັງກອນ 2024

0

ສະພາບອາກາດ ເຊົ້າວັນທີ 12 ມັງກອນ 2024, ຄວາມກົດດັນສູງຂອງ ອາກາດເຢັນຍັງຈະສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມຕາເວັນອອກ ຍັງພັດປົກຄຸມເປັນສ່ວນໃຫຍ່, ຊຶ່ງຈະເຮັດໃຫ້ອາກາດຍັງຈະເຢັນ ຫາ ໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ຢູ່ໃນແຕ່ ລະພາກ, ສ່ວນຕອນບ່າຍອາກາດຮ້ອນ ແລະ ຍັງຈະມີຝົນຕົກໃນລະດັບ ຄ່ອຍຢູ່ບາງທ້ອງຖິ່ນແຂວງພາກເໜືອຕື່ມອີກ.

ສໍາລັບນະຄອນຫລວງວຽງຈັນ ອາກາດຈະເຢັນໃນຕອນເຊົ້າ ພ້ອມມີ ໝອກບາງປົກຫຸ້ມຢູ່ບາງບໍລິເວນ. ອຸນຫະພູມໃນລະຫວ່າງ 22-33 ອົງສາ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version