Home ຂ່າວຕ່າງປະເທດ ອິນເດຍ-ຍີ່ປຸ່ນ-ສສ ຫວຽດນາມ ເປັນຕະຫລາດມີທີ່ຕັ້ງບົດບາດດີທີ່ສຸດຢູ່ ອາຊີ-ປາຊີຟິກ

ອິນເດຍ-ຍີ່ປຸ່ນ-ສສ ຫວຽດນາມ ເປັນຕະຫລາດມີທີ່ຕັ້ງບົດບາດດີທີ່ສຸດຢູ່ ອາຊີ-ປາຊີຟິກ

0

ວິທະຍຸ ສາກົນ ຫວຽດນາມ, ຕາມຂ່າວຈາກ CNBC ຊ່ອງຂໍ້ມູນຂ່າວ ທຸລະກິດ ຂອງ ສ.ອາເມລິກາ ເປີດເຜີຍວ່າ: ອິນເດຍ, ຍີ່ປຸ່ນ ແລະ ຫວຽດນາມ ຈະແມ່ນ ບັນດາ ຕະຫລາດ ມີທີ່ຕັ້ງ ບົດບາດ ດີທີ່ສຸດ ຢູ່ພາກພື້ນ ອາຊີ-ປາຊີຟິກ ໃນ 6 ເດືອນຕົ້ນປີ 2024. ຂະນະທີ່ ສສ ຫວຽດນາມ ກໍ່ໄດ້ຮັບຖືວ່າ ແມ່ນສະຖານທີ່ ລົງທຶນ ທີ່ດີ ສຳລັບ ນັກລົງທຶນ ຕ່າງປະເທດ. ການເຕີບໂຕ GDP ຄາດວ່າ ຈະບັນລຸ ແຕ່ 6%-6,5% ໃນປີນີ້ ຍ້ອນການນຳເຂົ້າ-ສົ່ງອອກ ຢ່າງແຮງ ແລະ ການຜະລິດ ທີ່ເພີ່ມຂຶ້ນສູງ. ການລົງທຶນ ໂດຍກົງ ຈາກຕ່າງປະເທດ (FDI) ເພີ່ມຂຶ້ນກ່ວາ 14% ເມື່ອທຽບໃສ່ ກັບປີ 2022. ທ່ານ ແອນດີ ໂຮ(Andy Ho), ຜູ້ອຳນວຍການ ການລົງທຶນ VinaCapital Group ຖືວ່າ ປັດຈຸບັນ ແມ່ນຈຸດເວລາ ເພື່ອໃຫ້ບັນດາ ນັກລົງທຶນ ເຂົ້າຮ່ວມ ຕະຫລາດ ຫລັກຊັບ ຫວຽດນາມ ຂະນະທີ່ ຈຳນວນ ການແລກປ່ຽນ ຄ້າຂາຍ ໃນທຸກວັນຢູ່ ສສ ຫວຽດນາມ ໄດ້ເພີ່ມຂຶ້ນແຕ່ 500 ລ້ານໂດລາ ສະຫະລັດ ເຖິງ ປະມານ 1 ຕື້ ໂດລາ ສະຫະລັດຕໍ່ປີ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version