Saturday, July 27, 2024
Homeຂ່າວພາຍໃນປີ 2024 ເຊກອງ ຈະສຸມໃສ່ສ້າງບ້ານ ແລະ ຄອບຄົວ ວັດທະນະທໍາໃຫ້ບັນລຸແຜນ

ປີ 2024 ເຊກອງ ຈະສຸມໃສ່ສ້າງບ້ານ ແລະ ຄອບຄົວ ວັດທະນະທໍາໃຫ້ບັນລຸແຜນ

ຕາມການລາຍງານຂອງ ທ່ານ ບຸນທົງ ຖິ່ນດອນໂຂງ ຮັກສາການຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຂວງເຊກອງ ໃນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນແຂວງເຊກອງ ຊຸດທີ II ເມື່ອບໍ່ດົນນີ້ວ່າ: ປີ 2024 ນີ້, ພະແນກ ຖວທ ແຂວງ ຈະສຸມໃສ່ປະຕິບັດແຜນວຽກຈຸດສຸມຂອງຕົນ ໂດຍສະເພາະວຽກງານສ້າງບ້ານ ແລະ ສ້າງຄອບຄົວວັດທະນະທໍາໃຫ້ບັນລຸຕາມເປົ້າໝາຍແຜນການທີ່ວາງໄວ້. ໃນນີ້, ສູ້ຊົນສ້າງບ້ານວັດທະນະທໍາໃຫ້ໄດ້ 8 ບ້ານ, ຄອບຄົວວັດທະນທໍາໃຫ້ໄດ້ 350 ຄອບຄົວ ແລະ ສ້າງບ້ານວັດທະນະທໍາແບບຢ່າງໃຫ້ໄດ້ເມືອງລະ 1 ບ້ານ.

ພ້ອມນີ້, ກໍເອົາໃຈໃສ່ເສີມຂະຫຍາຍ, ອະນຸລັກຮັກສາມູນເຊື້ອ ແລະ ຄຸນຄ່າມໍລະດົກວັດທະນະທຳອັນດີງາມ ຂອງຊາດ ຂອງເຜົ່າໃຫ້ຍືນຍົງ; ຊຸກຍູ້, ຕິດຕາມປະເມີນຄືນຜົນການສ້າງຄອບຄົວ ແລະ ບ້ານວັດທະນະທໍາທີ່ປະກາດໄປແລ້ວ; ຕ້ານ, ສະກັດກັ້ນ ແລະ ແກ້ໄຂສິ່ງຫຍໍ້ທໍ້ທາງດ້ານວັດທະນະທຳ, ສົ່ງເສີມການຈັດເທສະການ, ບຸນປະເພນີບັນດາເຜົ່າ; ຊຸກຍູ້ສົ່ງເສີມການເຄື່ອນໄຫວດ້ານສິລະປະ-ວັນນະຄະດີໃຫ້ເປັນຂະບວນກວ້າງຂວາງ, ຈັດງານສະແດງສີລະປະວັດທະນະທໍາ ແລະ ປະກວດຂັບລຳທ້ອງຖິ່ນ; ເກັບກຳຂໍ້ມູນວິຖີຊີວິດ, ການນຸ່ງຖືຂອງບັນດາເຜົ່າ, ຂຽນປະຫວັດຄວາມເປັນມາ ແລະ ຄວາມໝາຍສໍາຄັນຂອງແຕ່ລະເຜົ່າໃຫ້ໄດ້ 2-3 ເຜົ່າ; ເຄື່ອນໄຫວເຜີຍແຜ່ກົດໝາຍ ວ່າດ້ວຍສິລະປະການສະແດງ, ຕິດຕາມກວດກາປ້າຍຂອງບັນດາບໍລິສັດ, ສ່ວນບຸກຄົນຢູ່ບັນດາເມືອງ ແລະ ອອກອະນຸຍາດຕາມການແບ່ງຂັ້ນຄຸ້ມຄອງ; ຄຸ້ມຄອງການພິມ, ສິ່ງພິມຢູ່ພາຍໃນ ແລະ ການນຳເຂົ້າຈາກຕ່າງປະເທດ ເພື່ອສະກັດກັ້ນບໍ່ໃຫ້ບັນດາສິ່ງພິມທີ່ເປັນພິດໄພ ແລະ ລາມົກອະນາຈານເລັດລອດເຂົ້າມາຈໍາໜ່າຍຢູ່ພາຍໃນແຂວງ; ເອົາໃຈໃສ່ຕິດຕາມ, ກວດກາ ແລະ ຄຸ້ມຄອງຮ້ານອິນເຕີເນັດຄາເຟໃຫ້ເຂົ້າສູ່ລະບຽບການ.

ທ່ານ ບຸນທົງ ຖິ່ນດອນໂຂງ ຍັງໃຫ້ຮູ້ຕື່ມວ່າ: ໃນປີ 2023 ຜ່ານມາ, ຖວທ ແຂວງເຊກອງ ສາມາດສ້າງຄອບຄົວວັດທະນະທໍາໄດ້ 1.424 ຄອບຄົວ ເທົ່າກັບ 109,53% ຂອງແຜນການ. ໃນນີ້, ເມືອງກະລຶມ 58 ຄອບຄົວ, ທ່າແຕງ 46 ຄອບຄົວ, ລະມາມ 813 ຄອບຄົວ ແລະ ເມືອງດາກຈຶງ 507 ຄອບຄົວ. ພ້ອມນີ້, ກໍໄດ້ປະເມີນຄືນບ້ານ ແລະ ຄອບຄົວ ວັດທະນະທໍາທີ່ປະກາດແລ້ວຈໍານວນ 34 ບ້ານ 4.841 ຄອບຄົວ. ໃນນີ້, ເມືອງກະລຶມ 2 ບ້ານ, ທ່າແຕງ 13 ບ້ານ 502 ຄອບຄົວ, ລະມາມ 15 ບ້ານ 3.754 ຄອບຄົວ ແລະ ເມືອງດາກຈຶງ 4 ບ້ານ 585 ຄອບຄົວ.

ຂ່າວ: ສັນຍາ

ພາບ: ບູ້ສຸວັນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments