Tuesday, May 14, 2024
Homeສຶກສາເສີມສ້າງທັກສະໃຫ້ຜູ້ອຳນວຍການໂຮງຮຽນຊັ້ນປະຖົມສຶກສາໃນບັນດາແຂວງເປົ້າໝາຍ

ເສີມສ້າງທັກສະໃຫ້ຜູ້ອຳນວຍການໂຮງຮຽນຊັ້ນປະຖົມສຶກສາໃນບັນດາແຂວງເປົ້າໝາຍ

ກອງປະຊຸມຝຶກອົບຮົມ ເສີມສ້າງທັກສະໃຫ້ແກ່ຜູ້ອຳນວຍການໂຮງຮຽນ ເພື່ອໃຫ້ການຊ່ວຍເຫຼືອດ້ານການພັດທະນາວິຊາຊີບຄູແບບຕໍ່ເນື່ອງໃຫ້ແກ່ຄູໃນໂຮງຮຽນ ຈັດຂຶ້ນໃນເມື່ອບໍ່ດົນຜ່ານມາ, ເຊິ່ງມີຄະນະຜູ້ອຳນວຍການໂຮງຮຽນເຂົ້າຮ່ວມທັງໝົດ 2.700 ຈາກ 30 ເມືອງເປົ້າໝາຍຂອງແຜນງານບິຄວາ.

ກອງປະຊຸມ ແມ່ນນຳສະເໜີຫົວຂໍ້ຕ່າງໆທີ່ມີຄວາມສຳຄັນເຊັ່ນ: ຄວາມເຂົ້າໃຈກ່ຽວກັບການພັດທະນາວິຊາຊີບຄູແບບຕໍ່ເນື່ອງ, ຫຼັກສູດຊັ້ນປະຖົມສຶກສາ, ພາລະບົດບາດຂອງຜູ້ອຳນວຍການ ແລະ ຄວາມຮັບຜິດຊອບຂອງຄູທີ່ກ່ຽວຂ້ອງກັບການພັດທະນາວິຊາຊີບຄູແບບຕໍ່ເນື່ອງ, ຍຸດທະສາດເພື່ອສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ. ພ້ອມທັງເນັ້ນໃສ່ການສ້າງຄວາມເຂົ້າໃຈລະຫວ່າງຜູ້ອຳນວຍການ ແລະ ຄູສອນ, ຊຸກຍູ້ການເຮັດວຽກເປັນທີມໃຫ້ມີປະສິດທິຜົນ, ນຳໃຊ້ເຕັກນິກການຮຽນຮູ້ດ້ວຍການປະຕິບັດຕົວຈິງ ແລະ ຄົ້ນຄວ້າຍຸດທະສາດການປະເມີນຜົນ. ຊຸດອົບຮົມດັ່ງກ່າວ ເປັນສ່ວນໜຶ່ງຂອງຍຸດທະສາດ

ຂອງແຜນງານບີຄວາ ໄລຍະ 2 ທີ່ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ (ສສກ) ໄດ້ຮັບຮອງເອົາ, ເຊິ່ງແນໃສ່ການແບ່ງຂັ້ນຄຸ້ມຄອງການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ແລະ ສະໜອງໂອກາດໃຫ້ແກ່ການພັດທະນາວິຊາຊີບຄູແບບຕໍ່ເນື່ອງໃນຂັ້ນໂຮງຮຽນໃຫ້ຫຼາຍຂຶ້ນ, ພາຍຫຼັງສຳເລັດການຝຶກອົບຮົມ, ຜູ້ອໍານວຍການຈະນໍາໃຊ້ຄວາມຮູ້ ແລະ ທັກສະທີ່ໄດ້ຮຽນຮູ້ໃໝ່ເພື່ອສ້າງສະພາບແວດລ້ອມທີ່ເໝາະສົມສໍາລັບການພັດທະນາວິຊາຊີບຄູແບບຕໍ່ເນື່ອງຂອງຄູໃນໂຮງຮຽນຂອງເຂົາເຈົ້າ. ເພື່ອສະໜັບສະໜູນຄູໃຫ້ປະຕິບັດການພັດທະນາວິຊາຊີບຄູແບບຕໍ່ເນື່ອງໃຫ້ມີປະສິດຕິຜົນ ເພາະການວາງແຜນພັດທະນາວິຊາຊີບຄູແບບຕໍ່ເນື່ອງຂອງຄູແມ່ນມີຄວາມສຳຄັນຫຼາຍ. ກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ ໄດ້ພະຍາຍາມສົ່ງເສີມການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ໃນຂັ້ນໂຮງຮຽນ. ເຊິ່ງຊຸດອົບຮົມຄັ້ງນີ້ ຖືເປັນຂີດໝາຍອັນສຳຄັນໃນການສ້າງພື້ນຖານການສຶກສາທີ່ເຂັ້ມແຂງສຳລັບຄົນຮຸ້ນ

ໃໝ່ ໂດຍການຝຶກອົບຮົມໃຫ້ແກ່ຜູ້ອຳນວຍການໂຮງຮຽນ ໃຫ້ພັດທະນາຄວາມຮູ້ ແລະ ເພີ່ມທັກສະໃຫ້ແກ່ຄູ, ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ແລະ ອົງການ USAID, ໄດ້ສົ່ງເສີມວັດທະນະທໍາການຮຽນຮູ້ຢ່າງຕໍ່ເນື່ອງໃນລະດັບໂຮງຮຽນ ເພື່ອໃຫ້ຄູໄດ້ຮັບໂອກາດປັບປຸງຄຸນນະພາບການສອນທີ່ເທົ່າທຽບກັນ ແລະ ຄຳນຶ່ງເຖິງການສຶກສາຮຽນຮ່ວມໃນດ້ານການຮຽນການສອນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments