Sunday, September 8, 2024
Homeຂ່າວໜ້າໜຶ່ງ34 ປີ ອົງການໄອຍະການປະຊາຊົນ ເຕີບໃຫຍ່ ເຂັ້ມແຂງຢ່າງບໍ່ຢຸດຢັ້ງ

34 ປີ ອົງການໄອຍະການປະຊາຊົນ ເຕີບໃຫຍ່ ເຂັ້ມແຂງຢ່າງບໍ່ຢຸດຢັ້ງ

ເນື່ອງໃນໂອກາດວັນສ້າງຕັ້ງອົງການໄອຍະການປະຊາຊົນ ຄົບຮອບ 34 ປີ (ວັນທີ 9 ມັງກອນ 1990-9 ມັງກອນ 2023) ທ່ານ ຄຳເພັດ ສົມວໍລະຈິດ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ຫວນຄືນກ່ອນໜ້ານີ້ 34 ປີ ຊຶ່ງເປັນວັນສ້າງຕັ້ງອົງການໄອຍະການປະຊາຊົນແຫ່ງ ສປປ ລາວ ຢ່າງເປັນທາງການ ຊຶ່ງເປັນວັນທີ່ມີຄວາມໝາຍຄວາມສຳຄັນຂອງອົງການໄອຍະການປະຊາຊົນ ກໍຄືອົງການໄອຍະການທະຫານໃນຖານະເປັນອົງການລັດທີ່ເຮັດໜ້າທີ່ຕິດຕາມກວດກາການເຄົາລົບ ແລະ ປະຕິບັດກົດໝາຍໃນຂອບເຂດທົ່ວປະເທດ ແລະ ສັ່ງຟ້ອງຜູ້ຖືກຫາຂຶ້ນສານ ຕາມກົດໝາຍໂດຍມີ 2 ພາລະບົດບາດຄື: ຕິດຕາມກວດກາການເຄົາລົບ ແລະ ປະຕິບັດກົດໝາຍ ແລະ ການປະຕິບັດສິດສັ່ງຟ້ອງ. ໃນການຕິດຕາມກວດກາການປະຕິບັດກົດໝາຍນັ້ນ, ອົງການໄອຍະການປະຊາຊົນ ຕິດຕາມກວດກາທົ່ວໄປ, ຕິດຕາມກວດກາການປະຕິບັດກົດໝາຍຂອງອົງການສືບສວນ-ສອບສວນ, ຕິດຕາມກວດກາການປະຕິບັດກົດໝາຍໃນການດຳເນີນຄະດີຂອງສານ ແລະ ຕິດຕາມກວດກາການປະຕິບັດຄຳຕັດສິນຂອງສານ.

ພາຍຫຼັງສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວໃນວັນທີ 2 ທັນວາ 1975 ລັດເຮົາໄດ້ຫັນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍມະຕິຄໍາສັ່ງ ຊຶ່ງໃນເບື້ອງຕົ້ນໄດ້ຖືເອົາຄຳສັ່ງຂອງນາຍົກລັດຖະມົນຕີກ່ຽວກັບການຈັບຕົວ, ການສືບສວນ-ສອບສວນ ແລະ ການຕັດສິນຄະດີຜູ້ກະທຳຜິດ ສະບັບເລກທີ 53/ນຍ, ລົງວັນທີ 15 ຕຸລາປີ 1976 ເປັນບ່ອນອີງໃນການເຄື່ອນໄຫວຂອງອົງການຕຸລາການ. ໃນໄລຍະນີ້, ວຽກງານໄອຍະການໄດ້ຮັບການສ້າງຕັ້ງເປັນກົມໄອຍະການປະຊາຊົນ ສັງກັດຢູ່ກະຊວງຍຸຕິທຳ, ຢູ່ແຂວງ-ກຳແພງນະຄອນ ເປັນຂະແໜງໜຶ່ງຂຶ້ນກັບພະແນກຍຸຕິທຳ, ສ່ວນຂັ້ນເມືອງບໍ່ມີກົງຈັກການຈັດຕັ້ງຂອງອົງການໄອຍະການປະຊາຊົນ ແຕ່ມອບໜ້າທີ່ນີ້ໃຫ້ກອງບັນຊາການ ປກສ ເມືອງເປັນຜູ້ເຮັດໜ້າທີ່ແທນໄອຍະການ.

ປີ 1983 ໂດຍປະຕິບັດຕາມມະຕິຕົກລົງຂອງຄະນະປະຈໍາສະພາປະຊາຊົນສູງສຸດ ສະບັບເລກທີ 01/08/ສປຊ, ລົງວັນທີ 11 ມັງກອນ 1983 ມາດຕາ 5 ໄດ້ກໍານົດວ່າ “ມອບໃຫ້ສານສູງສຸດຄຸ້ມຄອງການເຄື່ອນໄຫວຂອງອົງການໄອຍະການປະຊາຊົນເປັນການຊົ່ວຄາວ ໃນໄລຍະທີ່ບໍ່ທັນສ້າງຕັ້ງສະຖາບັນອະທິໄອຍະການຂຶ້ນ ”ວຽກງານໄອຍະການຈຶ່ງໄດ້ຮັບການປັບປຸງ ແລະ ປ່ຽນແປງມາເປັນພາກສ່ວນໜຶ່ງຂອງສານປະຊາຊົນສູງສຸດ ເປັນຜູ້ເຮັດໜ້າທີ່ສັ່ງຟ້ອງຜູ້ຖືກຫາ ແລະ ຈໍາແນກການກະທໍາຜິດຕໍ່ສານ. ຢູ່ຂັ້ນທ້ອງຖິ່ນແມ່ນມອບໃຫ້ຮອງຫົວໜ້າພະແນກຍຸຕິທໍາແຂວງ-ກໍາແພງນະຄອນ ເປັນຜູ້ເຮັດໜ້າທີ່ເປັນທັງຫົວໜ້າໄອຍະການ ແລະ ຫົວໜ້າສານ. ດັ່ງນັ້ນ, ຈຶ່ງເອີ້ນວ່າ: “ໄອຍະການສານ ຫຼື ສານໄອຍະການ”.

ວັນທີ 2 ພະຈິກ 1989 ກອງປະຊຸມສະໄໝສາມັນຂອງສະພາປະຊາຊົນສູງສຸດ ຊຸດທີ II ໄດ້ຮັບຮອງເອົາກົດ ໝາຍວ່າດ້ວຍອົງການໄອຍະການປະຊາຊົນແຫ່ງ ສປປລາວ ສະບັບທຳອິດ ແລະ ປະກາດໃຊ້ໂດຍດຳລັດຂອງປະທານປະເທດ ເລກທີ 05/ປປທ, ລົງວັນທີ 9 ມັງກອນ 1990 ແລະ ໄດ້ກຳນົດເອົາວັນດັ່ງກ່າວເປັນວັນສ້າງຕັ້ງອົງການໄອຍະການປະຊາຊົນເອກະລາດສາມາດເຄື່ອນໄຫວ ແລະ ປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ພາຍໃຕ້ລັດຖະທຳມະນູນ ແລະ ກົດໝາຍ.

ນັບແຕ່ໄດ້ຮັບການສ້າງຕັ້ງ ອົງການໄອຍະການປະຊາຊົນໄດ້ຕັ້ງໜ້າເຄື່ອນໄຫວປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນຕາມລັດຖະທຳມະນູນ ແລະ ກົດໝາຍຢ່າງເຂັ້ມງວດ ແລະ ເຕີບໃຫຍ່ເຂັ້ມແຂງໃນທຸກດ້ານ ຜ່ານຜ່າຄວາມຫຍຸ້ງຍາກ, ສັບສົນ ແລະ ໄດ້ປະເຊີນໜ້າກັບສິ່ງທົດສອບ ແລະ ທ້າທາຍຫຼາຍປະການ ໂດຍພາຍໃຕ້ການ

ນຳພາຂອງສູນກາງພັກ ແລະ ຄວາມບຸກບືນຜ່ານຜ່າຂອງພະນັກງານ-ສະມາຊິກພັກທຸກທົ່ວໜ້າ, ອົງການໄອຍະການປະຊາຊົນແຕ່ສູນກາງລົງຮອດຖ້ອງຖິ່ນໄດ້ຮັບການພັດທະນາຢ່າງຮອບດ້ານ ແລະ ເຮັດລ້ອນໜ້າທີ່ການເມືອງທີ່ພັກ-ລັດມອບໝາຍໃຫ້ເປັນຢ່າງດີ. ມາຮອດປັດຈຸບັນ, ອົງການໄອຍະການປະຊາຊົນ ປະກອບດ້ວຍອົງການໄອຍະການປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນ 3 ພາກ, ອົງການໄອຍະການປະຊາຊົນແຂວງ 17 ແຂວງ, 1 ນະ ຄອນຫຼວງວຽງຈັນ, ອົງການໄອຍະການປະຊາຊົນເຂດ 46 ເຂດ ແລະ ຫ້ອງການອົງການໄອຍະການປະຊາຊົນເຂດປະຈໍາເມືອງມີ 13 ເມືອງໃນຂອບເຂດທົ່ວປະເທດ ແລະ ອົງການໄອຍະການທະຫານປະກອບດ້ວຍອົງການໄອຍະການທະຫານຂັ້ນສູງ, ອົງການໄອຍະການທະຫານພາກ, ອົງການໄອຍະການທະຫານແຂວງ-ນະຄອນຫຼວງ ປະຕິບັດໜ້າທີ່ຕິດຕາມກວດກາການເຄົາລົບ ແລະ ປະຕິບັດກົດໝາຍໃນທົ່ວກອງທັບ ແລະ ສັ່ງຟ້ອງຜູ້ຖືກຫາຂຶ້ນສານຕາມກົດໝາຍ.

ຜ່ານການເຄື່ອນໄຫວປະຕິບັດໜ້າທີ່ວຽກງານ ພາຍໃຕ້ການນຳພາຂອງສູນກາງພັກ, ສະພາແຫ່ງຊາດກໍຄືລັດ ຖະບານຢ່າງໃກ້ຊິດ, ອົງການໄອຍະການປະຊາຊົນມີມູນເຊື້ອ 1) ບໍລິສຸດຕໍ່ພັກ, ຕໍ່ອຸດົມການສັງຄົມນິຍົມ, ມີມະນາຈິດປະຕິວັດສຸດກົກສຸດປາຍ, ມີສະຕິຕໍ່ການຈັດຕັ້ງ, ຜ່ານຜ່າການທົດສອບທຸກສິ່ງທຸກຢ່າງ ແລະ ຄວາມຫຍຸ້ງຍາກນາໆປະ ການ, ເສີມຂະຫຍາຍມູນເຊື້ອປະຕິວັດ, ມູນເຊື້ອຄວາມສາມັກຄີເປັນເອກະພາບໜັກແໜ້ນພາຍໃນກັບມະຫາຊົນຢ່າງ ກ້ວາງຂວາງຕາມແບບແຜນ ແລະ ແນວທາງນະໂຍບາຍຂອງພັກ, ເຮັດສຳເລັດທຸກໜ້າທີ່ໆພັກ ແລະ ປະຊາຊົນມອບ ໝາຍໃຫ້; 2) ຊື່ສັດ, ສຸດຈະລິດເຄົາລົບ, ປະຕິບັດຕາມກົດໝາຍຢ່າງເຂັ້ມງວດ, ປົກປ້ອງຜົນປະໂຫຍດອັນຊອບທຳຂອງປະຊາຊົນເປັນຫຼັກການພື້ນຖານຂອງການເຄື່ອນໄຫວວຽກງານຂອງພະນັກງານໄອຍະການປະຊາຊົນ; 3) ດຸໝັ່ນ, ຂະຫຍັນພຽນໃນການຝຶກຝົນຫຼໍ່ຫຼອມ ແລະ ພັດທະນາຕົນເອງ ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆ, ມີມູນເຊື້ອປະດິດສ້າງບັນດາບົດຮຽນ, ປະສົບການ, ທິດສະດີວິທະຍາສາດຕ່າງໆເຂົ້າໃນການປັບປຸງ, ແກ້ໄຂ ແລະ ພັດທະນາວຽກງານໄອຍະການປະຊາຊົນໃຫ້ນັບມື້ນັບເຕີບໃຫຍ່ເຂັ້ມແຂງຂຶ້ນໄປເລື້ອຍໆ; 4) ສາມັກຄີສາກົນ ໂດຍສະເພາະແມ່ນຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານກັບອົງການໄອຍະການປະຊາຊົນ ສສ ຫວຽດນາມ ແລະ ການພົວ ພັນຮ່ວມມືແບບພິເສດຮອບດ້ານໝັ້ນຄົງ ແລະ ຍາວນານກັບອົງການໄອຍະການປະຊາຊົນ ສປ ຈີນ.

ການສ້າງຕັ້ງອົງການໄອຍະການປະຊາຊົນ ໄດ້ປະກອບສ່ວນເຮັດໃຫ້ປະເທດເຮົາມີຄວາມໝັ້ນຄົງທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດໄດ້ຮັບການພັດທະນາຂະຫຍາຍຕົວຢ່າງຕໍ່ເນື່ອງໂດຍດີຕະຫຼອດມາ, ເຮັດໃຫ້ການແກ້ໄຂຂໍ້ຂັດແຍ່ງຖືກຕ້ອງເປັນທຳ, ສັກສິດ, ສົມເປັນກຳລັງແຮງຂອງພັກ. ລະບົບການຈັດຕັ້ງຂອງອົງການໄອຍະການປະຊາຊົນໄດ້ຮັບການປັບປຸງໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງເປັນກ້າວໆ ແລະ ຮັດກຸມກວ່າເກົ່າ; ຮັບປະກັນໄດ້ການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນເປັນຢ່າງດີ; ຖັນແຖວພະນັກ ງານໄອຍະການສ່ວນຫຼວງຫຼາຍໄດ້ຮັບການກໍ່ສ້າງ-ບຳລຸງຍົກລະດັບທາງດ້ານຄຸນທາດການເມືອງ ແລະ ວິຊາສະເພາະ, ມີທັດສະນະຫຼັກໝັ້ນການເມືອງ, ມີຄຸນສົມບັດສິນທຳປະຕິວັດຮັບໃຊ້ປະຊາຊົນ ແລະ ຄູ່ຄວາມດ້ວຍຄວາມໂປ່ງໃສ ແລະ ຍຸຕິທຳ, ມີຈິດໃຈສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກ ເຮັດລ້ອນໜ້າທີ່ອັນໜັກໜ່ວງ, ສັບສົນເປັນຢ່າງດີ, ປະກອບສ່ວນເຂົ້າໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍນັບມື້ມີຄວາມສັກສິດ, ຮັບປະກັນໄດ້ສະຖຽນລະພາບທາງດ້ານການ ເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດ-ສັງຄົມໄດ້ຮັບການພັດທະນາຕາມແນວທາງຂອງພັກທີ່ວາງໄວ້ຢ່າງບໍ່ຢຸດຢັ້ງ.

ເຖິງຢ່າງໃດກໍຕາມ ເຫັນວ່າຍັງມີບາງດ້ານຕ້ອງໄດ້ປັບປຸງແກ້ໄຂເປັນຕົ້ນ ຄຸນນະພາບຂອງການຕິດຕາມກວດກາການປະຕິບັດກົດໝາຍຂອງອົງການໄອຍະການປະຊາຊົນບາງດ້ານຍັງບໍ່ທັນສູງເທົ່າທີ່ຄວນ; ລະບົບການຈັດຕັ້ງຂອງອົງການໄອຍະການປະຊາຊົນຍັງບໍ່ທັນຄົບຖ້ວນ, ພະນັກງານຈຳນວນໜຶ່ງຄວາມຮູ້-ຄວາມສາມາດຍັງຈຳກັດ.

ທ່ານ ຄຳເພັດ ສົມວໍລະຈິດ ກ່າວເນັ້ນຕື່ມວ່າ: ເພື່ອໃຫ້ອົງການໄອຍະການປະຊາຊົນ ສືບຕໍ່ເຕີບໃຫຍ່ເຂັ້ມແຂງ, ຮັບປະກັນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນຕາມລັດຖະທຳມະນູນ ແລະ ກົດໝາຍນັ້ນ ໃນຕໍ່ໜ້ານີ້ຈະສຸມໃສ່ບາງວຽກງານບູລິມະສິດດັ່ງນີ້: 1. ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດຂອງສະມາຊິກພັກ ແລະ ພະນັກງານ-ລັດຖະກອນໃນລະບົບອົງການໄອຍະການປະຊາຊົນໃຫ້ມີທັດສະນະດ້ານການເມືອງ, ຄຸນສົມບັດສິນທຳປະຕິວັດ, ຈັນຍາບັນ, ຈັນຍາທຳໜັກແໜ້ນ, ມີນ້ຳໃຈຮັບໃຊ້ຊາດ, ຮັບໃຊ້ປະຊາຊົນດ້ວຍຄວາມບໍລິສຸດໃຈ; 2. ປັບ ປຸງບູລະນະກົງຈັກການຈັດຕັ້ງ ແລະ ພັດທະນາບຸກຄະລາກອນອົງການໄອຍະການປະຊາຊົນຮອບດ້ານ, ສົມເປັນເຄື່ອງມືຜະເດັດການກຳມະຊີບຂອງພັກ, ອຳນາດການປົກຄອງປະຊາທິປະໄຕປະຊາຊົນ, ສ້າງອົງການໄອຍະການປະຊາຊົນເຂດຢູ່ເມືອງທີ່ມີເງື່ອນໄຂ; 3. ຍົກສູງຄຸນນະພາບການຕິດຕາມກວດກາ ການປະຕິບັດກົດໝາຍຂອງອົງການໄອຍະການປະຊາຊົນ, ຮັບປະກັນການດຳເນີນຄະດີເປັນເອກະພາບ, ຖືກຕ້ອງ, ຍຸຕິທຳ; 4. ສ້າງ, ປັບປຸງສົນທິສັນຍາ, ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ເພື່ອຮັບປະກັນການປະຕິບັດໜ້າທີ່ຂອງອົງການໄອຍະການປະຊາຊົນຢ່າງມີຜົນສຳເລັດ; 5. ພັດທະນາພື້ນຖານວັດຖຸເຕັກນິກ, ປະກອບພາຫະນະອຸປະກອນຮັບໃຊ້ອັນຈຳເປັນໃຫ້ແກ່ອົງການໄອຍະການປະຊາຊົນແຕ່ລະຂັ້ນ ເພື່ອຮັບປະກັນໃນການເຄື່ອນໄຫວວຽກງານໃຫ້ມີປະສິດທິຜົນເທື່ອລະກ້າວ; 6. ປະຕິບັດແນວທາງການຕ່າງປະເທດຂອງພັກ ແລະ ລັດຢ່າງເປັນເຈົ້າການ; ເພີ່ມທະວີການພົວພັນຮ່ວມມືກັບປະເທດເພື່ອນມິດຍຸດທະສາດ; ຮ່ວມມືກັບບັນດາປະເທດໃກ້ຄຽງ, ປະເທດສະມາຊິກອາຊຽນ ແລະ ອົງການຈັດຕັ້ງສາກົນຕ່າງໆຢ່າງເປັນເຈົ້າການ, ພັດທະນາວຽກງານໄອຍະການປະຊາຊົນຢ່າງມີປະສິດທິຜົນ; 7. ເພີ່ມທະວີການນຳພາຂອງພັກຕໍ່ວຽກງານໄອຍະການປະຊາຊົນ. ສັງລວມແລ້ວຕະຫຼອດໄລຍະ 34 ປີຜ່ານມາ, ອົງການໄອຍະການປະຊາຊົນໄດ້ເຕີບໃຫຍ່ ເຂັ້ມແຂງຮອບດ້ານ, ສາມາດປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນໃນການຕິດຕາມກວດກາ ການປະຕິບັດກົດໝາຍຂອງທົ່ວສັງຄົມ ແລະ ສັ່ງຟ້ອງຜູ້ຖືກຫາຂຶ້ນສານຕາມລັດຖະທຳມະນູນ ແລະ ກົດໝາຍຢ່າງສັກສິດ ປະກອບສ່ວນເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ ສ້າງເງື່ອນໄຂໃຫ້ປະຊາຊົນໄດ້ທໍາມາຫາກິນ, ດໍາລົງຊີວິດຢ່າງຜາສຸກ, ປະເທດຊາດໄດ້ຮັບການພັດທະນາທາງດ້ານເສດຖະກິດ-ສັງຄົມຂະຫຍາຍຕົວ ແລະ ຈະເລີນຮຸ່ງ ເຮືອງຢ່າງບໍ່ຢຸດຢັ້ງກ້າວສູ່ຈຸດໝາຍສັງຄົມນິຍົມ.

ໂດຍ: ຄໍາເພັດ ສົມວໍລະຈິດ, ຈະເລີນສິນ ສີພັນດອນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments