Saturday, July 27, 2024
Homeຂ່າວພາຍໃນເຫຼົ່າຮົບຕີພິເສດ ສຸມໃສ່ຫັດແອບຊ້ອມຮົບຢູ່ພາກສະໜາມ

ເຫຼົ່າຮົບຕີພິເສດ ສຸມໃສ່ຫັດແອບຊ້ອມຮົບຢູ່ພາກສະໜາມ

ເຫຼົ່າຮົບຕີພິເສດ ແມ່ນເຫຼົ່າຮົບໜຶ່ງທີ່ມີບົດບາດຄວາມສຳຄັນ ມີໜ້າທີ່ເຄື່ອນໄຫວສູ້ຮົບດັບສູນບັ່ນທອນກຳລັງຂອງສັດຕູ ເພື່ອສ້າງເງື່ອນໄຂໃຫ້ເຫຼົ່າຮົບອື່ນໆບຸກຕີສັດຕູ, ພາຍຫຼັງໄດ້ຮັບຄຳສັ່ງຈາກກົມໃຫຍ່ເສນາທິການກອງທັບກ່ຽວກັບການເຂົ້າຮ່ວມຊ້ອມຮົບປະສານເຫຼົ່າ.

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ຢູ່ສະໜາມຫັດແອບວິທະຍາຄານນາຍທະຫານບົກກົມມະດຳ, ຄະນະຮັບຜິດຊອບໄດ້ຮີບຮ້ອນເຕົ້າໂຮມພະນັກງານ-ນັກຮົບເພື່ອຈັດຕັ້ງເຜີຍແຜ່ຄຳສັ່ງ ແລະ ສ້າງແຜນການ, ແຜນງານຢ່າງລະອຽດແລ້ວເຄື່ອນກຳລັງເຂົ້າຢຶດສະໜາມ ແລະ ສ້າງສະໜາມຝຶກຊ້ອມສຳເລັດ ຊຶ່ງໄດ້ນຳໃຊ້ກຳລັງກອງພັນເຄື່ອນທີ່ໄວ 428 ກອງພັນໃຫຍ່ 497 ເຂົ້າຮ່ວມຊ້ອມຮົບປະສານເຫຼົ່າເພື່ອເຮັດໜ້າທີ່ປິດລັບຫຼອນຕີທຳລາຍສູນສຳນັກບັນຊາຂອງສັດຕູ.

ມາຮອດປັດຈຸບັນຄະນະພັກ, ຄະບັນຊາ ພ້ອມດ້ວຍພະນັກງານ-ນັກຮົບໄດ້ສຸມໃສ່ການຫັດແອບຊ້ອມຮົບດ້ວຍຄວາມຫ້າວຫັນ ແລະ ມີຄວາມຮັບຜິດຊອບສູງ, ສາມາດຮັບຮູ້ເຂົ້າໃຈ ແລະ ເປັນເອກະພາບຕໍ່ເນື້ອໃນບົດເຝິກແອບໄດ້ດີ, ມີຄວາມຄ່ອງແຄ້ວ, ຊຳນິຊຳນານດ້ານສິນລະປະຍຸດ-ຍຸດທະວິທີ ກໍຄືວິຊາສະເພາະຂອງເຫຼົ່າຮົບ ທັງນີ້ເພື່ອຮັບປະກັນໃນການຊ້ອມຮົບປະສານເຫຼົ່າໃຫ້ມີປະສິດທິຜົນສູງ ແລະ ມີຄວາມປອດໄພ 100%.

ໂດຍ: ເປີ້ນ ແສງຄຳມີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments