Sunday, September 8, 2024
Homeຂ່າວໜ້າໜຶ່ງທິມງານສື່ສານມວນຊົນຈາກສູນກາງຢ້ຽມຢາມວິທະຍຸ-ໂທລະພາບ ແຂວງຈຳປາສັກ

ທິມງານສື່ສານມວນຊົນຈາກສູນກາງຢ້ຽມຢາມວິທະຍຸ-ໂທລະພາບ ແຂວງຈຳປາສັກ

ທີມງານສື່ມວນຊົນ ຈາກສູນກາງນໍາໂດຍ ທ່ານ ໂພສີ ແກ້ວມະນີວົງ ຮອງລັຖະມົນຕີ ກະຊວງ ຖວທ ລົງໄປຢ້ຽມຢາມສະຖານີວິທະຍຸ-ໂທລະພາບແຂວງຈໍາປາສັກ ໂດຍໄດ້ຮັບຟັງ ທ່ານ ທ້ອງຖິ່ນ ພົມພັກດີ ຮອງຫົວໜ້າພະແນກ ຖວທ ລາຍງານກ່ຽວກັບ ຄວາມສະດວກ, ຄວາມຫຍຸ້ງຍາກ ແລະ ທິດທາງໃນການເຮັດວຽກງານວິຊາສະເພາະໃນສະເພາະໜ້າ ແລະ ຍາວນານ.

ໃນໂອກາດດຽວກັນນີ້, ທ່ານໂພສີແກ້ວມະນີວົງກໍ່ໄດ້ໂອ້ລົມແລກປ່ຽນບາງວິທີທາງໃນການແກ້ໄຂບາງວຽກທີ່ຈໍາເປັນ ນອກນັ້ນ, ທ່ານຍັງໄດ້ຮຽກຮ້ອງໃຫ້ພະນັກງານສືບຕໍ່ຄົ້ນຄວ້າຮໍ່າຮຽນ ແລະ ກໍາແໜ້ນແນວທາງນະໂຍບາຍ ຂອງພັກ-ລັດ ໃຫ້ເລິກເຊິ່ງ, ຕັ້ງໜ້າຮຽນຮູ້ວິຊາສະເພາະໂດຍສະເພາະແມ່ນສືີ່ເກົ່າ ແລະ ສື່ໃໝ່ທີ່ມີການພົວພັນກັນໃຫ້ດີພ້ອມ. ດຽວກັນນີ້ກໍ່ຕ້ອງໄດ້ສືບຕໍ່ຮັດແໜ້ນຄວາມສາມັກຄີຮັກແພງຊ່ວຍເຫລືອກັນເພືີີ່ອເຮັດໃຫ້ວຽກງານເດີນແມ່ນແລ່ນສະດວກດີມີຄຸນນະພາບ, ຂະນະດຽວກັນຕ້ອງໄດ້ຍາດແຍ່ງການຊ່ວຍເຫລືອທັງພາຍໃນ ແລະ ສາກົນໃຫ້ໄດ້ສ່ວນໃດໜຶ່ງເພື່ອມາຍົກລະດັບຄວາມຮູ້, ທັກສະດ້ານວິຊາສະເພາະໃຫ້ມີຄຸນນະພາບເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນໄລຍະໃໝ່ໃຫ້ນັບມື້ນັບດີຂຶ້ນຕາມລຳດັບ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments