Home ຂ່າວຕ່າງປະເທດ ເຢຍລະມັນ ປ່ອຍແກັສເຮືອນແກ້ວຕ່ຳສຸດໃນຮອບ 70ປີ

ເຢຍລະມັນ ປ່ອຍແກັສເຮືອນແກ້ວຕ່ຳສຸດໃນຮອບ 70ປີ

0

ສຳນັກຂ່າວເອເອຟພີ ເມື່ອບໍ່ດົນມານີ້, ເຢຍລະມັນ ປ່ອຍອາຍແກັສເຮືອນແກ້ວ ໃນລະດັບຕ່ຳສຸດໃນຮອບ 70 ປີ ຜ່ານມາ ເນື່ອງຈາກປະເທດສາມາດຫລຸດຜ່ອນການອາໄສ ຖ່ານຫີນ ໄດ້ໄວກວ່າ ຄາດການໄວ້ ຫລັງຈາກ ປະເທດນີ້ ປ່ອຍອາຍແກັສ ລະດັບ 673 ລ້ານໂຕນ ໃນປີກາຍນີ້ ຊຶ່ງຕ່ຳກວ່າ ປີ2022 ແລະ ປີ 1990 ເຖິງ 9,8% ແລະ 46% ຕາມລຳດັບ ອີກຍັງເຂົ້າໃກ້ ຄາດໝາຍ ຫລຸດການປ່ອຍ ອາຍແກັສ ເຮືອນແກ້ວ ປີ2030 ຂອງສະຫະພາບ ເອີຣົບ (ອີຢູ) 55%ເມື່ອທຽບໃສ່ປີ ອ້າງອີງດຽວກັນ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version