Saturday, July 27, 2024
Homeຂ່າວພາຍໃນເຊກອງ ມີໂຄງການສຶກສາ, ສໍາຫລວດ-ອອກແບບ ແລະ ກໍ່ສ້າງເຂື່ອນ 50 ກວ່າໂຄງການ

ເຊກອງ ມີໂຄງການສຶກສາ, ສໍາຫລວດ-ອອກແບບ ແລະ ກໍ່ສ້າງເຂື່ອນ 50 ກວ່າໂຄງການ

ຕາມການລາຍງານຂອງທ່ານ ສາກົນ ພອນປະເສີດ ຫົວໜ້າພະແນກແຜນການ ແລະ ການລົງທຶນ #ແຂວງເຊກອງ ໃຫ້ຮູ້ວ່າ: ທົ່ວແຂວງມີໂຄງການທີ່ແຂວງ ແລະ ສູນກາງອະນຸຍາດການສຶກສາ, ສໍາຫລວດ-ອອກແບບ ແລະ ກໍ່ສ້າງເຂື່ອນໄຟຟ້າທັງໝົດ 54 ໂຄງການ. ໃນນີ້, ໂຄງການທີ່ຢູ່ໃນຂັ້ນຕອນບັນທຶກຄວາມເຂົ້າໃຈ (MOU) 28 ໂຄງການ; ໂຄງການທີ່ຢູ່ໃນຂັ້ນຕອນສັນຍາພັດທະນາໂຄງການ (PDA) 15 ໂຄງການ ແລະ ໂຄງການທີ່ຢູ່ໃນຂັ້ນຕອນສັນຍາສໍາປະທານໂຄງການ (CA) 11 ໂຄງການ.

ພ້ອມນີ້, ທົ່ວແຂວງຍັງມີແຫລ່ງຜະລິດພະລັງງານໄຟຟ້າ ທີ່ດຳເນີນການຜະລິດທັງໝົດ 3 ແຫ່ງ, ມີກໍາລັງຕິດຕັ້ງລວມ 353 MW, ສາມາດຜະລິດພະລັງງານໄຟຟ້າໄດ້ທັງໝົດ 1.383,35 GWh/ປີ ຄື: ເຂື່ອນໄຟຟ້າຫ້ວຍລຳພັນໃຫ່ຍມີກຳລັງຕິດຕັ້ງ 88 MW, ສາມາດຜະລິດພະລັງງານໄຟຟ້າໄດ້ 370,6 GWh/ປີ, ທຽບໃສ່ປີ 2022 ເພີ່ມຂຶ້ນ 0.67 GWh/ປີ, ຂາຍກະແສໄຟຟ້າໄດ້ 201,4 ຕື້ກີບ ຫລື ປະມານ 9,3 ລ້ານໂດລາ; ເຂື່ອນໄຟຟ້າຫ້ວຍລຳພັນຕອນລຸ່ມມີກຳລັງຕິດຕັ້ງ 15 MW, ສາມາດຜະລິດພະລັງງານໄຟຟ້າໄດ້ 48,2 GWh/ປີ, ທຽບໃສ່ປີ 2022 ຫລຸດລົງ 12,2 GWh/ປີ, ຂາຍກະແສໄຟຟ້າໄດ້ 24,58 ຕື້ກີບ ຫລື ປະມານ 1,11 ລ້ານໂດລາ ແລະ ເຂື່ອນໄຟຟ້າເຊກະໜານ 3 ມີກຳລັງຕິດຕັ້ງ 250 MW, ສາມາດຜະລິດພະລັງງານໄຟຟ້າໄດ້ 964,55 GWh/ປີ, ທຽບໃສ່ປີ 2022 ເພີ່ມຂຶ້ນ 16,69 GWh/ປີ, ຂາຍກະແສໄຟຟ້າໄດ້ 1.170 ຕື້ກີບ ຫລື ປະມານ 54,20 ລ້ານໂດລາ.

ທ່ານ ສາກົນ ພອນປະເສີດ ໃຫ້ຮູ້ຕື່ມວ່າ: ທົ່ວແຂວງມີຕາຂ່າຍໄຟຟ້າຍາວທັງໝົດ 1.407.69 km/ວົງຈອນ. ໃນນີ້, ຕາຂ່າຍໄຟຟ້າ 22 KV ຍາວ 996,01 Km/ວົງຈອນ; ຕາຂ່າຍ 22,7 KV ຍາວ 29,89 Km/ວົງຈອນ; ຕາຂ່າຍ 0,4 KV ຍາວ 431,55 Km/ວົງຈອນ ແລະ ຕາຂ່າຍ 0,23 KV ຍາວ 1,65 Km/ວົງຈອນ; ມີໝໍ້ແປງທັງໝົດ 622 ໜ່ວຍ, ປະຊາຊົນໄດ້ຊົມໃຊ້ກະແສໄຟຟ້າໃນລະບົບທັງໝົດ 164 ບ້ານ 18.633 ຫລັງຄາເຮືອນ ກວມເອົາ 83,51% ຂອງຈໍານວນຫລັງຄາເຮືອນທົ່ວແຂວງ.

ຂ່າວ: ສັນຍາ

ພາບ: ບູ້ສຸວັນ

#Medialaos#sekong

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments