Sunday, September 8, 2024
Homeຂ່າວຕ່າງປະເທດເສດຖະກິດອາເມຣິກາລາຕິນປະເຊີນກັບສິ່ງທ້າທາຍຫຼາຍຢ່າງໃນປີ 2024

ເສດຖະກິດອາເມຣິກາລາຕິນປະເຊີນກັບສິ່ງທ້າທາຍຫຼາຍຢ່າງໃນປີ 2024

ຂ່າວສານຫວຽດນາມລາຍງານວ່າ: ວັນທີ 4 ມັງກອນຜ່ານມານີ້, ອົງການສະຫະປະຊາຊາດໄດ້ກ່າວເຕືອນວ່າ: ບັນດາປະເທດໃນອາເມຣິກາລາຕິນແລະຄາຣິບບຽນຈະປະສົບກັບຄວາມທ້າທາຍທາງດ້ານເສດຖະກິດ ຄາດວ່າການເຕິບໂຕຈະຫຼຸດລົງຢ່າງຫຼວງຫຼາຍໃນປີນີ້.

ຂ່າວລະບຸວ່າ: ໃນບົດລາຍງານ “ການຄາດຄະເນເສດຖະກິດໂລກແລະສະຖານະການ 2024”, ສະຫະປະຊາຊາດຄາດຄະເນວ່າ ຜະລິດຕະພັນລວມພາຍໃນ (GDP) ຂອງອາເມຣິກາລາຕິນແລະຄາລິບຽນຈະເຕີບໂຕພຽງແຕ່ 1,6%, ຫຼຸດລົງຢ່າງຫຼວງຫຼາຍເມື່ອທຽບກັບການເຕີບໂຕຂອງການຄາດຄະເນຂອງປີກ່ອນ 2,2%.ບົດລາຍງານລະບຸວ່າ ການເຕີບໂຕດ້ານເສດຖະກິດໃນອາເມລິກາລາຕິນແລະເຂດຄາຣິບບຽນຈະຫຼຸດລົງຍ້ອນສະພາບການເງິນທີ່ເຄັ່ງຕຶງສົ່ງຜົນກະທົບຕໍ່ຄວາມຕ້ອງການໃນທົ່ວພາກພື້ນ.ຄຽງຄູ່ກັນນັ້ນ, ຄວາມຕ້ອງການຂອງຕະຫຼາດໂລກທີ່ຫຼຸດຕ່ຳລົງຈະຈຳກັດການເຕີບໂຕຂອງການສົ່ງອອກ, ໃນຂະນະທີ່ພື້ນຖານໂຄງລ່າງທີ່ອ່ອນແອ ແລະ ຄວາມບໍ່ໝັ້ນຄົງທາງດ້ານການເມືອງຈະສົ່ງຜົນກະທົບຕໍ່ການລົງທຶນ.

ສະຫະປະຊາຊາດຄາດຄະເນວ່າ GDP ຂອງເສດຖະກິດທີ່ໃຫຍ່ທີ່ສຸດຂອງອາເມຣິກາລາຕິນ, ປະເທດເບຣຊິນ, ຈະເຕີບໂຕພຽງແຕ່ 1,6% ໃນປີນີ້, ຫຼຸດລົງຢ່າງຫຼວງຫຼາຍເມືອທຽບໃສ່ກັບການເພີ່ມຂຶ້ນ 3,1% ໃນປີທີ່ຜ່ານມາ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments