Sunday, September 8, 2024
Homeຂ່າວການເມືອງກະຊວງການຕ່າງປະເທດ ສະຫຼຸບຜົນງານການເຄື່ອນໄຫວວຽກງານ ປະຈໍາປີ 2023

ກະຊວງການຕ່າງປະເທດ ສະຫຼຸບຜົນງານການເຄື່ອນໄຫວວຽກງານ ປະຈໍາປີ 2023

ໃນວັນທີ 5 ມັງກອນ 2024 ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມສະຫຼຸບຜົນງານການເຄື່ອນໄຫວວຽກງານປະຈໍາປີ 2023 ແລະ ທິດທາງແຜນການ ສຳລັບປີ 2024 ພາຍໃຕ້ການເປັນປະທານຂອງ ທ່ານ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ມີບັນດາຄະນະພັກ-ຄະນະນຳກະຊວງ ຄະນະກົມ ຄະນະພະແນກ ບັນດາພະນັກງານກະຊວງການຕ່າງປະເທດທີ່ຢູ່ພາຍໃນ ແລະ ບັນດາພະນັກງານນັກການທູດລາວ ທີ່ປະຈຳຢູ່ຕ່າງປະເທດ ກໍ່ໄດ້ເຂົ້າຮ່ວມ ໂດຍຜ່ານລະບົບປະຊຸມທາງໄກ.

ໃນກອງປະຊຸມ ທ່ານ ພົງສະຫວັນ ສີສຸລາດ ຫົວໜ້າຫ້ອງການ ກະຊວງການຕ່າງປະເທດ ໄດ້ຂຶ້ນຜ່ານບົດລາຍງານສະຫຼຸບຕີລາຄາໝາກຜົນຂອງການເຄື່ອນໄຫວວຽກງານການຕ່າງປະເທດ ປະຈຳປີ 2023 ແລະ ແຜນ ການຈຸດສຸມສຳລັບປີ 2024 ໂດຍໄດ້ຍົກໃຫ້ເຫັນສະພາບການພົ້ນເດັ່ນຂອງພາກພື້ນ ແລະ ສາກົນ ຕະຫຼອດໄລຍະ 1 ປີ ຜ່ານມາ ສາມາດຍາດແຍ່ງຜົນງານມາໄດ້ຫຼາຍດ້ານ ເຊິ່ງມາຮອດປັດຈຸບັນ ສປປ ລາວ ໄດ້ມີການພົວພັນການທູດກັບ 149 ປະເທດໃນໂລກ (ຫຼ້າສຸດແມ່ນກັບ ສາທາລະນະລັດ ບົດສະວານາ) ມີສໍານັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈໍາຢູ່ຕ່າງປະເທດ ຈໍານວນ 42 ແຫ່ງ ໃນນັ້ນ ມີສະຖານເອກອັກຄະລັດຖະທູດ ຈໍານວນ 28 ແຫ່ງ ສໍານັກງານຜູ້ຕາງໜ້າຖາວອນ ຈໍານວນ 3 ແຫ່ງ ສະຖານກົງສຸນໃຫຍ່ ຈໍານວນ 10 ແຫ່ງ ແລະ ຫ້ອງການກົງສຸນ ຈໍານວນ 1 ແຫ່ງ ພ້ອມດຽວກັນນີ້ ບັນດາຜູ້ເຂົ້າຮ່ວມກອງປະຊຸມ ກໍ່ໄດ້ຮ່ວມກັນປະກອບຄຳຄິດເຫັນຕື່ມໃສ່ບົດລາຍງານສະຫຼຸບຕີລາຄາການເຄື່ອນໄຫວວຽກງານການຕ່າງປະເທດ ໃນໄລຍະປີຜ່ານມາ ແລະ ວຽກຈຸດສຸມໃນຕໍ່ໜ້າ ເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນຍິ່ງຂຶ້ນ.

ໂອກາດດຽວກັນ ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານການເຄື່ອນໄຫວວຽກງານໃນໄລຍະຜ່ານມາ ພ້ອມທັງໄດ້ເຫັນດີເປັນເອກະພາບຕໍ່ບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານການຕ່າງປະເທດ ປະຈຳປີ 2023 ແລະ ທິດທາງວຽກງານຈຸດສຸມຂອງ ປີ 2024 ພ້ອມນີ້ ເພື່ອຮັບປະກັນການປະຕິບັດວຽກງານການຕ່າງປະເທດ ໃນປີ 2024 ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ ໄດ້ຮຽກຮ້ອງໃຫ້ຄະນະນໍາແຕ່ລະຂັ້ນ ແລະ ພະນັກງານ-ລັດຖະກອນທຸກຄົນ ທັງຢູ່ພາຍໃນ ແລະ ຕ່າງປະເທດ ຈົ່ງສືບຕໍ່ເສີມຂະຫຍາຍຜົນສຳເລັດທີ່ຍາດມາໄດ້ ແລະ ເນັ້ນໃສ່ບາງວຽກທີ່ສໍາຄັນ ດັ່ງນີ້: ໃຫ້ພ້ອມກັນສືບຕໍ່ເຄື່ອນໄຫວວຽກງານຢ່າງມີປະສິດທິຜົນ ແລະ ຢູ່ໃນທ່າບຸກ ໂດຍຍຶດໝັ້ນໃນແນວທາງການຕ່າງປະເທດ “ສັນຕິພາບ ເອກະລາດ ມິດຕະພາບ ແລະ ການຮ່ວມມື” ແລະ ປະຕິບັດຕາມຄໍາຂວັນ ຂອງກອງປະຊຸມວຽກງານການຕ່າງປະເທດ ຄັ້ງທີ 14 ຄື: ການທູດປ້ອງກັນເຫດ ແລະ ບຸກທະລຸ ເພື່ອປົກປັກຮັກສາ ແລະ ພັດທະນາປະເທດຊາດ ເພື່ອຮັບປະກັນການເຄື່ອນ ໄຫວວຽກງານການທູດ ໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ໃຫ້ມີປະສິດທິຜົນສູງ ຍາດແຍ່ງການຊ່ວຍເຫຼືອ ການສະໜັບສະໜູນ ແລະ ຄວາມເຫັນອົກເຫັນໃຈຈາກປະເທດເພື່ອນມິດຍຸດທະສາດ ແລະ ອື່ນໆ ເພື່ອສ້າງເງື່ອນໄຂອັນດີໃຫ້ແກ່ການເປັນປະທານອາຊຽນ 2024 ຂອງ ສປປ ລາວ ໃຫ້ປະສົບຜົນສໍາເລັດຢ່າງຈົບງາມ ສືບຕໍ່ເອົາໃຈໃສ່ວຽກງານສຶກສາອົບຮົມທາງດ້ານການເມືອງ-ແນວຄິດ ໃຫ້ແກ່ສະມາຊິກພັກ-ພະນັກງານ ສືບຕໍ່ເອົາໃຈ ໃສ່ຂຶ້ນແຜນກໍ່ສ້າງ ແລະ ຍົກລະດັບຄວາມຮູ້ຄວາມສາມາດຂອງ ພະນັກງານ-ລັດຖະກອນ ຢ່າງເປັນຮູບປະທຳ ເພື່ອແນໃສ່ສ້າງພະນັກງານ-ລັດຖະກອນ ໃຫ້ມີຄວາມຊ່ຽວຊານດ້ານພາສາຕ່າງປະເທດ ແລະ ດ້ານວິຊາສະເພາະສືບຕໍ່ເອົາໃຈໃສ່ການປະຕິບັດວຽກງານວິຊາສະເພາະໃຫ້ມີປະສິດທິຜົນ ໃຫ້ໄດ້ຕາມລະດັບຄາດໝາຍ ເອົາໃຈໃສ່ຕິດຕາມບັນດາໂຄງການ ແລະ ການຈັດຕັ້ງປະຕິບັດບັນດາໂຄງການຕ່າງໆ ຕາມ 6 ແຜນງານ ແລະ 38 ໂຄງການ ໃນໄລຍະປີ 2021-2025 ຂອງກະຊວງການຕ່າງປະເທດ ສືບຕໍ່ປັບປຸງ ແລະ ສ້າງນິຕິກຳຂະແໜງ ການຕ່າງປະເທດ ໃຫ້ແທດເໝາະກັບສະພາບການປັດຈຸບັນ ເພື່ອເປັນບ່ອນອີງໃຫ້ແກ່ການເຄື່ອນໄຫວວຽກງານການຕ່າງປະເທດ ໃຫ້ມີຄວາມຮັດກຸມ ແລະ ມີປະສິດທິຜົນ ສືບຕໍ່ຍົກສູງລະບົບການເຮັດວຽກຕາມຫຼັກການຜ່ານປະຕູດຽວ ແລະ ຊຸກຍູ້ໃຫ້ທຸກພາກສ່ວນທັງສູນກາງ ແລະ ທ້ອງຖິ່ນ ເພີ່ມທະວີການຕິດຕາມ ກວດກາ ປະເມີນ ການລາຍງານ ແລະ ຊຸກຍູ້ການຮ່ວມມື ລະຫວ່າງ ສປປ ລາວ ກັບຕ່າງປະເທດ ໂດຍສະເພາະແມ່ນການຈັດຕັ້ງຜັນຂະຫຍາຍຜົນການເຄື່ອນໄຫວຕ່າງປະເທດ ຂອງ ການນຳຂັ້ນຕ່າງໆ ຂອງ ສປປ ລາວ ກັບຕ່າງປະເທດ ສືບຕໍ່ເອົາໃຈໃສ່ວຽກງານໂຄສະນາ ແລະ ເຜີຍແຜ່ບັນດາແນວທາງນະໂຍບາຍຂອງພັກ-ລັດ ນິຕິກໍາ ທີ່ພົວພັນກັບວຽກງານການຕ່າງປະເທດ ການດຶງດູດການລົງທຶນ ກໍຄືວຽກງານການທູດເສດຖະກິດ ການຂົນຂວາຍຄົນເຊື້ອຊາດລາວຢູ່ຕ່າງປະເທດ ແລະ ອື່ນໆ.

ຂ່າວ: ກະຊວງການຕ່າງປະເທດ ພາບ: ສຳນານ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments