Saturday, July 27, 2024
Homeຂ່າວໜ້າໜຶ່ງກະກຽມຄວາມພ້ອມ ການສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ

ກະກຽມຄວາມພ້ອມ ການສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ

ອະນຸໂຄສະນາ-ຂະບວນການ ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ເພື່ອກະກຽມຄວາມພ້ອມ ບັນດາກິດຈະກຳການສະເຫຼີມສະຫຼອງວັນສຳຄັນດັ່ງກ່າວ ສູນກາງແນວລາວສ້າງຊາດ ໄດ້ຈັດກອງປະຊຸມປຶກສາຫາລືຂຶ້ນ ໂດຍການເປັນປະທານ ຂອງທ່ານ ດຣ ນາງ ອິນລາວັນ ແກ້ວບຸນພັນ ກໍາມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ ທັງເປັນຄະນະກຳມະການລະດັບຊາດ ມີບັນດາທ່ານກຳມະການສູນກາງແນວລາວສ້າງຊາດ ຫົວໜ້າຄະນະທີ່ປຶກສາ ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ ແນວລາວສ້າງຊາດນະຄອນຫຼວງ ສະຫະພັນນັກຮົບເກົ່າແຫ່ງຊາດລາວ ອົງການຈັດຕັ້ງມະຫາຊົນ ຂັ້ນສູນກາງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ທີ່ສູນກາງແນວລາວສ້າງຊາດ ໃນວັນທີ 5 ມັງກອນ 2024;

ໃນກອງປະຊຸມໄດ້ຮັບຟັງການລາຍງານຫຍໍ້ກ່ຽວກັບບັນດາກິດຈະກຳຕ່າງໆ ເນື່ອງໃນໂອກາດສະເຫຼີມສະ ຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ຈາກທ່ານ ພົຕ ສາຍໃຈ ກົມມະສິດ ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ ພ້ອມກັນນີ້ ບັນດາທ່ານທີ່ເຂົ້່າຮ່ວມກອງປະຊຸມໄດ້ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ກ່ຽວກັບບັນດາກິດຈະກຳ ຂອງອະນຸກຳມະການໂຄສະນາ-ຂະບວນການ ເປັນຕົ້ນແມ່ນ ການສ້າງຂະບວນການປະດັບປະດາ ພາຍໃນ ນະຄອນຫຼວງວຽງຈັນ ການຈັດຕັ້ງພິທີປາຖະກະຖາ ຂະບວນການລົງຢ້ຽມຢາມພະນັກງານປະຕິວັດອາວຸໂສ-ບຳນານ ແລະ ຂະບວນການຍ່າງ ເພື່ອສຸຂະພາບ ແລະ ໂຄສະນາຜ່ານສືຕ່າງໆ ດ້ວຍຫຼາຍຮູບການຢ່າງກວ້າງຂວາງກ່ຽວກັບທາດແທ້ ມູນເຊື້ອພິລະອາດຫານ ແລະ ຜົນງານອັນໃຫຍ່ຫຼວງ ທີ່ກອງທັບ ແລະ ປະຊາຊົນລາວຍາດມາໄດ້ຕະຫຼອດໄລຍະ 75 ປີ ໃຫ້ມີບັນຍາກາດຟົດຟື້ນ ຮັບປະກັນຄວາມສະຫງົບ ປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍ ໃນສັງຄົມ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments