Saturday, July 27, 2024
Homeຂ່າວໜ້າໜຶ່ງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຢ້ຽມຢາມທາງການ ທີ່ ສສ ຫວຽດນາມ

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຢ້ຽມຢາມທາງການ ທີ່ ສສ ຫວຽດນາມ

ໃນຕອນເຊົ້າວັນທີ 6 ມັງກອນ 2024 ນີ້, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຂອງ ສປປ ລາວ ໄດ້ເດີນທາງເຖິງ ນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ ໂດຍມີ ສະຫາຍ ຫງວຽນ ຈິ ຢຸ້ງ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງ ສສ ຫວຽດນາມ ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ສົມກຽດ ທີ່ ສະໜາມບິນ ໂນຍບາຍ.

ການເດີນທາງໄປຢ້ຽມຢາມ ສສ ຫວຽດນາມ ຄັ້ງນີ້ ແມ່ນຕອບສະໜອງຕາມຄໍາເຊີນຂອງ ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເຊິ່ງ ສະຫາຍ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ແລະ ຄະນະ ຈະດໍາເນີນການຢ້ຽມຢາມທາງການ ທີ່ ສສ ຫວຽດນາມ ໃນວັນທີ 6-7 ມັງກອນ 2024 ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ລາວ-ຫວຽດນາມ.

ໃນໂອກາດຢ້ຽມຢາມຄັ້ງນີ້, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຈະພົບປະສອງຝ່າຍກັບ ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ຢ້ຽມຂໍ່ານັບ ສະຫາຍ ຫວໍ ວັນ ເຖືອງ ປະທານປະເທດ ແລະ ສະຫາຍ ເວືອງ ດິ່ງ ເຫວ້ ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ, ພ້ອມທັງຈະເປັນປະທານຮ່ວມກອງປະຊຸມຄະນະກໍາມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ຄັ້ງທີ 46 ແລະ ເຂົ້າຮ່ວມກອງປະຊຸມຮ່ວມມືການລົງທຶນ ລາວ-ຫວຽດນາມ ປະຈໍາປີ 2024.

ຂ່າວ-ພາບ: ກົມການຂ່າວ ກະຊວງການຕ່າງກະເທດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments