Friday, October 18, 2024
Homeຂ່າວພາຍໃນຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ອວຍພອນວັນສ້າງຕັ້ງ ຂປລ

ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ອວຍພອນວັນສ້າງຕັ້ງ ຂປລ

ວັນທີ 5 ມັງກອນ 2024 ນີ້, ທ່ານ ຄໍາເຜີຍ ພິລາພາ ຜູ້ອຳນວຍການໃຫຍ່ ສຳນັກຂ່າວສານປະເທດລາວ ພ້ອມຄະນະ ໄດ້ຕ້ອນຮັບ ທ່ານ ນາງ ວິລະວອນ ພັນທະວົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນໍາກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໃນໂອກາດມາອວຍພອນປີໃໝ່ສາກົນ 2024 ແລະ ໃນໂອກາດວັນສ້າງຕັ້ງສຳນັກຂ່າວສານປະເທດລາວ (ຂປລ) ຄົບຮອບ 56 ປີ. ພ້ອມທັງໄດ້ມອບຕູ້ລໍາໂພງ 1 ໜ່ວຍ ເພື່ອປະກອບສ່ວນເຂົ້າໃນວຽກງານຕົວຈິງ.

ໂອກາດນີ້, ທ່ານຜູ້ອໍານວຍການໃຫຍ່ສໍານັກຂ່າວສານປະເທດລາວ ກໍໄດ້ຕາງໜ້າຄະນະນໍາ ກໍຄື ພະນັກງານພາຍໃນ ຂປລ ສະແດງຄວາມຂອບໃຈ ແລະ ອວຍພອນໄຊອັນປະເສີດ ມາຍັງ ທ່ານ ນາງ ວິລະວອນ ພັນທະວົງ ເຊັ່ນດຽວກັນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments