Sunday, September 8, 2024
Homeຂ່າວພາຍໃນກອງທັບແມ່ນກຳລັງຫຼັກແຫຼ່ງຂອງປະຊາຊົນ

ກອງທັບແມ່ນກຳລັງຫຼັກແຫຼ່ງຂອງປະຊາຊົນ

ເນື່ອງໃນໂອກາດຂໍ່ານັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ( 20 ມັງກອນ 1949-20 ມັງກອນ 2024 ), ສະຫາຍ ພັນຕີ ໂຊເລ້ ບຸນເຮືອງ ຮອງຫົວໜ້າພະແນກຂ່າວເສດຖະກິດ-ສັງຄົມ ໜັງສືພິມກອງທັບປະຊາຊົນລາວ ໄດ້ສະແດງຄວາມຮູ້ສຶກຕໍ່ວັນສຳຄັນດັ່ງກ່າວວ່າ: ນັບແຕ່ປະເທດຊາດກ້າວເຂົ້າສູ່ລະບອບໃໝ່ ກອງທັບໄດ້ເປັນກໍາລັງຫຼັກແຫຼ່ງໃນການຮັກສາເອກະລາດ ອຳນາດອະທິ ປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ຊຶ່ງເປັນໜ້າທີ່ອັນໜັກໜ່ວງ ແລະ ມີກຽດສະຫງ່າທີ່ພັກ-ລັດ ແລະ ປະ ຊາຊົນລາວບັນດາເຜົ່າມອບໝາຍໃຫ້. ເວລາໃດກອງທັບກໍຖືສຳຄັນ ແລະ ຕັ້ງໜ້າປະຕິບັດພາລະກໍາຂອງຕົນໄດ້ມີຜົນສໍາເລັດເປັນກ້າວໆ ສາມາດສ້າງໄດ້ບັນດາຜົນງານອັນໃໝ່ໃຫຍ່ຫຼວງກວ່າເກົ່າຮ່ວມກັບປະຊາຊົນລາວບັນດາ ເຜົ່າ ເຮັດໜ້າທີ່ປົກປັກຮັກສາໝາກຜົນຂອງການປະຕິວັດໄດ້ຢ່າງໝັ້ນຄົງ ປະກອບສ່ວນສ້າງສາພັດທະນາປະ ເທດຊາດ ເຮັດໃຫ້ເສດຖະກິດ ແລະ ຊີວິດການເປັນຢູ່ຂອງພະນັກງານ-ນັກຮົບ ແລະ ປະຊາຊົນບັນດາເຜົ່າດີຂຶ້ນເທື່ອລະກ້າວ, ປະເທດຊາດມີຄວາມໝັ້ນຄົງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານຕະຫຼອດມາ.

ສະຫາຍ ພັນຕີ ໂຊເລ້ ບຸນເຮືອງ ກ່າວໃຫ້ຮູ້ອີກວ່າ: ປັດຈຸບັນ, ກອງທັບເຮົາໄດ້ເຕີບໃຫຍ່ເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະພາບ ກ້າວຂຶ້ນເປັນກອງທັບທີ່ມີລະບຽບແບບແຜນ ແລະ ທັນສະໄໝ ມັນໄດ້ສ້າງຄວາມເຊື່ອໝັ້ນໄວ້ເນື້ອເຊື່ອໃຈຈາກພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າ ໃນການປະຕິບັດສອງໜ້າຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ສະນັ້ນ, ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ຂ້າພະເຈົ້າໃນນາມພະນັກງານໜຸ່ມນ້ອຍ ຮູ້ສຶກພາກພູມໃຈທີ່ເຫັນໄດ້ເຖິງຄວາມເຕີບໃຫຍ່ເຂັ້ມແຂງຂອງກອງທັບປະຊາຊົນລາວ. ເວົ້າລວມ, ເວົ້າສະເພາະໃນຂົງເຂດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ກໍຄືວຽກງານວິຊາເພາະຂອງກອງບັນນາທິການໜັງສືພິມກອງທັບ ຊຶ່ງເຮັດໜ້າທີ່ເປັນກະບອກສຽງອັນແຫຼມຄົມໃຫ້ແກ່ກຳລັງປະກອບອາວຸດ. ຊຶ່ງໃນໄລຍະຜ່ານມາແມ່ນໄດ້ຮັບການປັບ ປຸງຢ່າງເຂັ້ມແຂງ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ກໍຄືວຽກງານ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

(ນ້ໍາໃຈວັນທີ 20 ມັງກອນໝັ້ນຍືນ).

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments