Sunday, September 8, 2024
Homeຂ່າວຕ່າງປະເທດອັດຕາເງິນເຟີ້ ອິນໂດເນເຊຍ ລະດັບ 2,61% ໃນປີ2023

ອັດຕາເງິນເຟີ້ ອິນໂດເນເຊຍ ລະດັບ 2,61% ໃນປີ2023

ວິທະຍຸສາກົນ ແຫ່ງ ສປ ຈີນ, ເມື່ອບໍ່ດົນມານີ້, ອົງການ ສະຖິຕິ ສູນກາງ ອິນໂດເນເຊຍ ໄດ້ເປີດເຜີຍວ່າ: ຕະຫລອດປີ 2023 ອັດຕາ ເງິນເຟີ້ ຂອງອິນໂດເນເຊຍ ລະດັບ 2,61%, ເຖິງຢູ່ໃນ ຂອບເຂດ ເປົ້າໝາຍຄື 2%–4 %ທີ່ກຳນົດໂດຍ ທະນາຄານກາງ ອິນໂດເນເຊຍ.ຂະນະທີ່, ລາຄາອາຫານ ໄດ້ຖີບໂຕສູງຂຶ້ນ ເປັນແຮງຊຸກຍູ້ ຕົ້ນຕໍ່ ຂອງໄພເງິນເຟີ້. ນອກນີ້, ລາຄານ້ຳມັນ ເຊື້ອໄຟ ກໍສູງຂຶ້ນ ເຮັດໃຫ້ຕົ້ນທຶນ ການຂົນສົ່ງ ເພີ່ມສູງຂຶ້ນ ແລະ ກໍໄດ້ສ້າງຜົນກະທົບ ຕໍ່ໄພເງິນເຟີ້ເຊັ່ນກັນ. ອົງການດັ່ງກ່າວ ຄາດຄະເນວ່າ: ອັດຕາເງິນເຟີ້ ຂອງອິນໂດເນເຊຍໃນປີ 2024 ຈະຮັກສາໄວ້ ໃນຂອບເຂດ ລະຫວ່າງ 2% – 4 %.(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments