Saturday, July 27, 2024
Homeຂ່າວການເມືອງຊົມເຊີຍວັນສ້າງຕັ້ງສໍານັກຂ່າວສານປະເທດລາວ ຄົບຮອບ 56 ປີຢ່າງສຸດໃຈ !

ຊົມເຊີຍວັນສ້າງຕັ້ງສໍານັກຂ່າວສານປະເທດລາວ ຄົບຮອບ 56 ປີຢ່າງສຸດໃຈ !

ພັກປະຊາຊົນ ປະຕິວັດລາວ ບໍ່ວ່າເວລາໃດ ຂອງການປະຕິວັດ ກໍເອົາໃຈໃສ່ນໍາພາ-ຊີ້ນໍາວຽກງານຖະແຫຼງຂ່າວ-ສື່ມວນຊົນ ໂດຍຖືເອົາວຽກງານດັ່ງກ່າວ ເປັນເວທີໂຄສະນາ, ສຶກສາອົບຮົມ, ຂົນຂວາຍ ແລະຈັດຕັ້ງປະຊາຊົນ ເປັນວິທີຍຸດທະສາດອັນໜຶ່ງ ແລະຖືເປັນສະໜາມຮົບແນວຄິດ-ວັດທະນະທໍາ ໃນຍຸກສັງຄົມຂໍ້ມູນຂ່າວສານ.

ປະທານ ໄກສອນ ພົມວິຫານ ຮຽກຮ້ອງໃຫ້ພັກເຮົາ ເອົາໃຈໃສ່ ນໍາພາ-ຊີ້ນໍາ ວຽກງານສື່ມວນຊົນ ໃຫ້ກາຍ ເປັນເຄື່ອງມືອັນແຂງແຮງ ໃນການຮັບໃຊ້ວຽກງານໂຄສະນາແນວທາງຂອງພັກ.

ສໍານັກຂ່າວສານປະເທດລາວ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 6 ມັງກອນ 1968 (ຢູ່ຖານທີ່ໝັ້ນການປະຕິວັດເມືອງ ວຽງໄຊ ແຂວງຫົວພັນ) ໂດຍແມ່ນ ສະເດັດເຈົ້າສຸພານຸວົງ ປະທານສູນກາງແນວລາວຮັກຊາດ ໄດ້ລົງນາມມະຕິຕົກລົງ ວ່າດ້ວຍການສ້າງຕັ້ງ ເພື່ອເຮັດໜ້າທີ່ຖະແຫຼງຂ່າວຢູ່ພາຍໃນ ແລະຕ່າງປະເທດ ກ່ຽວກັບຂະບວນການຕໍ່ ສູ້ຢ່າງພິລະອາດຫານ ຂອງປະຊາຊົນລາວບັນດາເຜົ່າຕ້ານກັບຈັກກະພັດ ແລະລູກແຫຼ້ງຕີນມື ຂອງພວກເຂົາ ທີ່ ມີຕໍ່ປະຊາຊົນລາວ.

ສໍານັກຂ່າວສານປະເທດລາວ ມີຊື່ຂຽນເປັນຕົວອັກສອນຫຍໍ້ວ່າ: “ຂປລ” ແລະເປັນພາສາຝຣັ່ງວ່າ: “AGENCE DE PRESSE LAO OU KHAOSANE PATHET LAO” ຂຽນເປັນຕົວອັກສອນຫຍໍ້ “KPL”; ມີພາລະບົດບາດເປັນສໍານັກຂ່າວທາງການ, ສະໜອງຂໍ້ມູນຂ່າວສານ ແລະຮູບພາບ ໃຫ້ແກ່ອົງ ການສື່ມວນຊົນ ແລະການຈັດຕັ້ງສັງຄົມທົ່ວໄປ, ມີໜ້າທີ່ຄົ້ນຄວ້າເຊື່ອມຊຶມ ແລະຫັນເອົາແນວທາງນະໂຍບາຍ ຂອງພັກ, ທິດທາງແຜນການ ຂອງລັດຖະບານ, ຂອງກະຊວງມາເປັນແຜນການ, ແຜນງານ, ໂຄງການລະອຽດ ພ້ອມທັງຈັດຕັ້ງປະຕິບັດໃຫ້ປາກົດຜົນເປັນຈິງ; ສຶກສາອົບຮົມການເມືອງ-ແນວຄິດ, ຄຸ້ມຄອງ, ບໍາລຸງສ້າງ, ປະ ຕິບັດນະໂຍບາຍຕໍ່ພະນັກງານ-ລັດຖະກອນ ພາຍໃນສໍານັກງານ; ເຜີຍແຜ່ແນວທາງນະໂຍບາຍ ແຜນພັດທະນາເສດຖະກິດ-ສັງຄົມ, ລະບຽບກົດໝາຍຂອງລັດ ແລະນໍາສະເໜີ ເຫດການທີ່ເກີດຂຶ້ນ, ນໍາເອົາຄວາມຄິດເຫັນ ຂອງສັງຄົມ ແລະຂໍ້ມູນຂ່າວສານຢູ່ຮາກຖານ ກ່ຽວກັບການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດ ເພື່ອນໍາສະເໜີ ສູ່ສັງຄົມດ້ວຍຜະລິດຕະພັນຂອງຕົນ ຕາມທີ່ໄດ້ກໍານົດໄວ້; ໂຄສະນາຕໍ່ສາກົນ ກ່ຽວກັບນະ ໂຍບາຍການຕ່າງປະເທດ ຂອງພັກ-ລັດ ແຫ່ງ ສປປ ລາວ ແລະຜົນສໍາເລັດດ້ານຕ່າງໆ ໃນການພັດທະນາເສດ ຖະກິດ-ສັງຄົມ ຂອງ ສປປ ລາວ, ເລືອກເຟັ້ນ ແລະເຜີຍແຜ່ຂໍ້ມູນຂ່າວສານ ຂອງຕ່າງປະເທດ, ສະຖານະການທາງດ້ານການເມືອງ, ເສດຖະກິດ-ສັງຄົມ, ວິທະຍາສາດ, ເຕັກໂນໂລຊີ ແລະບັນຫາໃໝ່ທີ່ເກີດຂຶ້ນຢູ່ໃນໂລກ.

#ສຳນັກຂ່າວສານປະເທດລາວ#ຂປລ

#LaoNewsAgency#KPL

#ວັນສ້າງຕັ້ງສໍານັກຂ່າວສານປະເທດລາວຄົບຮອບ56ປີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments