Sunday, September 8, 2024
Homeຂ່າວຕ່າງປະເທດ“ຄິມ ມິນ-ແຈ” ຢຸດສະຖິຕິຂອງ “ຊົນ ຮຶງ-ມິນ” ຄວ້າລາງວັນນັກເຕະຍອດຢ່ຽມຂອງ ສ ເກົາຫຼີ ປະຈຳປີ 2023

“ຄິມ ມິນ-ແຈ” ຢຸດສະຖິຕິຂອງ “ຊົນ ຮຶງ-ມິນ” ຄວ້າລາງວັນນັກເຕະຍອດຢ່ຽມຂອງ ສ ເກົາຫຼີ ປະຈຳປີ 2023

ຄິມ ມິນ-ແຈ ກອງຫຼັງທີ່ເຂັ້ມແຂງຂອງ ສ ເກົາຫຼີ ຄວ້າລາງວັນນັກເຕະຍອດຢ່ຽມຂອງ ສ ເກົາຫຼີ ປະຈຳປີ 2023 ຈາກການປະກາດຂອງສະມາຄົມບານເຕະ ສ ເກົາຫຼີ (KFA).

ຄິມ ມິນ-ແຈ ອາຍຸ 27 ປີ ສ້າງຊື່ເປັນທີ່ຮູ້ຈັກຈາກເກມປ້ອງກັນອັນແຂງແກ່ນສະໄໝຫຼິ້ນກັບ ນາໂປລີ ຈົນຊ່ວຍນໍາພາທີມຄວ້າແຊັມສະຄູເດັດໂຕເມື່ອປີທີ່ຜ່ານມາ ກ່ອນຍ້າຍມາຫຼິ້ນກັບ ບາເຢິນ ມິວນິກ ຍອດທີມແຫ່ງເຢຍລະມັນ ດ້ວຍຄ່າຕົວ 50 ລ້ານເອີໂຣ.

ກອງຫຼັງຊາວ ສ ເກົາຫຼີ ຍັງຄົງສ້າງຜົນງານໄດ້ດີໃນຊຸດຂອງ ບາເຢິນ ມິວນິກ ລົງຫຼິ້ນໄປແລ້ວ 22 ນັດ ຍິງໄດ້ 1 ປະຕູ ແລະ ກໍາລັງມີສ່ວນຊ່ວຍໃຫ້ຕົ້ນສັງກັດໃນການໄລ່ລ່າຂັນ ບຸນເດສລີກາ ເຢຍລະມັນ ໃນລະດູການນີ້ ແລະ ນັ້ນກໍເຮັດໃຫ້ເຂົາໄດ້ຮັບການລົງຄະແນນໃຫ້ເປັນນັກເຕະຊາວ ສ ເກົາຫຼີ ທີ່ດີທີ່ສຸດແຫ່ງປີ 2023.

ສໍາລັບ 4 ປີທີ່ຜ່ານມາ ລາງວັນນັກເຕະ ສ ເກົາຫຼີ ຍອດຢ່ຽມ ຕົກເປັນຂອງ ຊົນ ຮຶງ-ມິນ ກອງໜ້າດາວດັງຂອງ ທັອດແນມ ຮັອດສະເປີ ມາຕະຫຼອດ ຄວ້າມາ 4 ປີຕິດຕໍ່ກັນ ກ່ອນທີ່ຈະເປັນ ຄິມ ມິນ-ແຈ ທີ່ມາໄດ້ລາງວັນໄປຄອງໃນປີນີ້ ກ່ອນກຽມຊ່ວຍທີມ ສ.ເກົາຫຼີ ໄປແຂ່ງຂັນໃນເອເອັຟຊີ ເອຊຽນ ຄັບ ທີ່ປະເທດກາຕາ ໃນວັນທີ 12 ມັງກອນ – 10 ກຸມພານີ້.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments