Sunday, September 8, 2024
Homeຂ່າວການເມືອງແນວທາງມະຫາຊົນ ໜຶ່ງບົດຮຽນອັນລໍ້າຄ່າ ຂອງປະທານ ຄໍາໄຕ ສີພັນດອນ

ແນວທາງມະຫາຊົນ ໜຶ່ງບົດຮຽນອັນລໍ້າຄ່າ ຂອງປະທານ ຄໍາໄຕ ສີພັນດອນ

ເມື່ອບໍ່ດົນຜ່ານມານີ້, ທ່ານ ບົວສອນ ບຸບຜາວັນ ອະດີດກຳມະການກົມການເມືອງສູນກາງພັກ ອະດີດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຊຶ່ງເປັນຜູ້ໜຶ່ງທີ່ເຄີຍເຮັດວຽກພົວພັນຢ່າງໃກ້ຊິດກັບ ປະທານ ຄໍາໄຕ ສີພັນດອນ ໄດ້ໃຫ້ສຳພາດກັບສື່ມວນຊົນໃຫ້ຮູ້ວ່າ: ໜຶ່ງໃນບົດຮຽນອັນລໍ້າຄ່າ ຂອງປະທານ ຄໍາໄຕ ສີພັນດອນ ທີ່ຕົນສາມາດເຫັນໄດ້ ແລະ ນໍາໃຊ້ເຂົ້າໃນການປະຕິບັດວຽກງານຕົວຈິງ ນັ້ນກໍຄື: “ແນວທາງມະຫາຊົນ”.

ທ່ານ ບົວສອນ ບຸບຜາວັນ ເຄີຍເປັນເລຂາຂອງ ປະທານ ຄໍາໄຕ ສີພັນດອນ ນັບແຕ່ປີ 1992, ສະໄໝທີ່ ປະທານ ຄໍາໄຕ ດຳລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ຈົນເຖິງປີ 1996; ໃນໄລຍະນັ້ນ, ທ່ານປະທານຄໍາໄຕ ມີວຽກຫຍັງ ກໍຍັງມັກເອີ້ນເຂົ້າຮັບຄໍາແນະນໍາ ຫຼື ເຂົ້າໄປກະກຽມເອກະສານໃຫ້ເພິ່ນເປັນປະຈໍາ, ຕະຫຼອດເວລາທັງທີ່ຕົນເປັນນາຍົກລັດຖະມັນຕີ ກໍຍັງໄດ້ກະກຽມເອກະສານໃຫ້ປະທານ ຄໍາໄຕ ຫຼາຍສະບັບ.

ຜ່ານວຽກງານຈາກການຊີ້ນໍາ-ນໍາພາຂອງປະທານ ຄໍາໄຕ ສີພັນດອນ, ໂດຍສ່ວນຕົວຂອງ ທ່ານ ບົວສອນ ບຸບຜາວັນ ແມ່ນສາມາດເຫັນບົດຮຽນອັນລໍ້າຄ່າທີ່ວ່າ: “ປະທານ ຄໍາໄຕ ສີພັນດອນ ເປັນຜູ້ນໍາທີ່ຍຶດໝັ້ນແນວທາງມະຫາຊົນ” ເພິ່ນມັກເວົ້ານໍາ ທ່ານ ບົວສອນ ບຸບຜາວັນ ວ່າ: “ພາລະກິດການປະຕິວັດ ຫຼື ວຽກງານຂອງພັກ, ຂອງລັດ ຈະຍາກລໍາບາກປານໃດກໍຕາມ ພຽງແຕ່ເຮົາຮູ້ອີງໃສ່ມະຫາຊົນ, ຮູ້ປຸກລະດົມຂົນຂວາຍໃຫ້ມະຫາຊົນເຂົ້າຮ່ວມ ພວກເຮົາກໍສາມາດຜ່ານຜ່າ ແລະ ຍາດໄດ້ໄຊຊະນະ”.

ເພື່ອຢືນຢັນທັດສະນະແນວຄິດຊີ້ນໍາດັ່ງກ່າວນັ້ນ, ທ່ານ ບົວສອນ ບຸບຜາວັນ ໄດ້ຍົກໃຫ້ເຫັນວ່າ: “ໃນສະໄໝການປະຕິວັດຊາດປະຊາທິປະໄຕ, ສະໄໝຕ້ານພວກລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່, ການລວມລາວ 2 ຄັ້ງຜ່ານມາ, ຕະຫຼອດເຖິງການຍຶດອຳນາດຄັ້ງສຸດທ້າຍ ໃນປີ 1975, ປະທານ ຄໍາໄຕ ສີພັນດອນ ກໍໄດ້ໃຊ້ແນວທາງມະຫາຊົນ ຢ່າງປະດິດສ້າງ ເຂົ້າໃນການຍຶດອຳນາດ ເປັນຕົ້ນໃຊ້ເຂົ້າໃນການດຳເນີນ 3 ບາດຄ້ອນຍຸດທະສາດ ເພື່ອຍຶດອຳນາດແບບບໍ່ແຕກສຽງປືນ.

ຈາກການທີ່ໄດ້ຮັບໃຊ້, ໄດ້ຮ່ວມເຮັດວຽກ ແລະ ຮໍ່າຮຽນບົດຮຽນອັນລໍ້າຄ່າຂອງ ປະທານ ຄໍາໄຕ ສີພັນດອນ, ໃນນາມທີ່ ທ່ານ ບົວສອນ ບຸບຜາວັນ ກໍເຄີຍເປັນການນໍາຂັ້ນສູງຂອງລາວ ໄດ້ນໍາໃຊ້ “ແນວທາງມະຫາຊົນ” ຂອງປະທານ ຄໍາໄຕ ສີພັນດອນ ໂດຍໄດ້ຍົກໃຫ້ເຫັນວ່າ: “ຂ້າພະເຈົ້າ ເຫັນໄດ້ເຖິງການນໍາໃຊ້ກຳລັງແຮງມະຫາຊົນ ທີ່ເປັນກຳລັງແຮງທີ່ມະຫາສານ ແລະ ກຳລັງແຮງທີ່ຊະນະເລີດ; ສະນັ້ນ, ວຽກງານຂອງພັກ, ຂອງລັດພວກເຮົາ ຊຶ່ງຈະແມ່ນວຽກງານຂອງລັດຖະບານ ໃນການແກ້ໄຂບັນຫາເສດຖະກິດ, ບັນຫາສັງຄົມ, ບັນຫາຄວາມບໍ່ສະຫງົບ ໂດຍຜ່ານບັນດາການຈັດຕັ້ງມະຫາຊົນຕ່າງໆ.

ທ່ານ ບົວສອນ ບຸບຜາວັນ ຍັງໄດ້ກ່າວສະແດງຄວາມຊົມເຊີຍ ແລະ ເຫັນດີເຫັນພ້ອມ ທີ່ກົມການເມືອງໄດ້ຕົກລົງໃຫ້ມີການຈັດຕັ້ງສະເຫຼີມສະຫຼອງວັນຄ້າຍວັນເກີດຂອງປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ ດ້ວຍການຈັດຕັ້ງກອງປະຊຸມສຳມະນາວິທະຍາສາດ ເພື່ອໃຫ້ໂອກາດແກ່ບັນດານັກຄົ້ນ ຄວ້າ, ນັກວິທະຍາສາດ ຫຼື ຜູ້ທີ່ເຄີຍຮັບໃຊ້ເພິ່ນ ໄດ້ມີຄວາມຄິດຄວາມເຫັນເພື່ອເປັນການແລກປ່ຽນ ແລະ ເອົາສິ່ງນີ້ເປັນເອກະສານ ເພື່ອສຶກສາອົບຮົມໃຫ້ພະນັກງານຮຸ່ນໃໝ່ ໃຫ້ຮໍ່າຮຽນເອົາແບບຢ່າງ ແລະ ຄຸນ ສົມບັດສິນທໍາປະຕິວັດຂອງປະທານ ຄໍາໄຕ ສີພັນດອນ.

ຂ້າງເທິງນັ້ນ, ກໍຄືທັດສະນະຂອງອະດີດການນໍາຂັ້ນສູງ ຜູ້ໜຶ່ງທີ່ໃກ້ຊິດ, ເຄີຍຮັບໃຊ້ ເຄີຍຮ່ວມວຽກງານ ແລະ ໄດ້ຮໍ່າຮຽນເອົາບົດຮຽນອັນລໍ້າຄ່າກ່ຽວກັບ “ແນວທາງມະຫາຊົນ” ຂອງ ປະທານ ຄໍາໄຕ ສີພັນດອນ ທີ່ສາມາດນໍາໃຊ້ເຂົ້າໃນວຽກງານຕົວຈິງໄດ້ ຊຶ່ງເປັນໜຶ່ງທັດສະນະຊີ້ນໍາຂອງປະທານ ຄໍາໄຕ ສີພັນດອນ ທີ່ພະນັກງານເຮົາ ຄວນຮໍ່າຮຽນເອົາເປັນແບບຢ່າງ ແລະ ຮູ້ໝູນໃຊ້ໃຫ້ເກີດປະໂຫຍດແກ່ປະເທດຊາດ.

ໂດຍ: ສ.ບຸດປະຊາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments