Home ແຈ້ງການສໍາຄັນ ສະພາບອາກາດ ວັນທີ 03 ມັງກອນ 2024

ສະພາບອາກາດ ວັນທີ 03 ມັງກອນ 2024

0

ສະພາບອາກາດ ເຊົ້າວັນທີ 03 ມັງກອນ 2024, ຄວາມກົດດັນສູງຂອງ ອາກາດເຢັນໄດ້ປົກຄຸມຢູທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງປານ ກາງ, ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມ. ຊຶ່ງຈະ ເຮັດໃຫ້ອາກາດຍັງຈະໜາວເຢັນ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນ ຕອນເຊົ້າຢູູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງ ບໍລະເວນ. ສ່ວນແຂວງພາກກາງ ແລະ ພາກໃຕ້ອາກາດຈະເຢັນ ໃນຕອນກາງຄືນ ຫາ ຕອນເຊົ້າ ແລະ ຈະມີລົມພັດແຮງຢູ່ບາງທ້ອງຖິ່ນ.

ສໍາລັບນະຄອນຫລວງວຽງຈັນ ອາກາດເຢັນໃນຕອນກາງຄືນ ຫາ ຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີລົມພັດແຮງ ຢູ່ບາງບໍລິເວນ. ອຸນຫະພູມໃນລະຫວ່າງ 18-33 ອົງສາ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version