Sunday, September 8, 2024
Homeສາລະໜ້າຮູ້ວິທີຕົ້ມຜັກຂີ້ເຫຼັກບໍ່ໃຫ້ຂົມ

ວິທີຕົ້ມຜັກຂີ້ເຫຼັກບໍ່ໃຫ້ຂົມ

ຜັກຂີ້ເຫຼັກມີລົດຊາດເປັນເອກະລັກ ແລະ ຄຸນປະໂຫຍດດ້ານໂພຊະນາການ ແລະ ມີລົດຊາດຂົມ! ເຮົາມີວິທີທີ່ຊ່ວຍໃນການຕົ້ມຂີ້ເຫຼັກບໍ່ໃຫ້ຂົມ ແລະ ກາຍເປັນເມນູແຊບທີ່ສຸດ ມາເບີ່ງຂັ້ນຕອນຕ່າງໆ ນຳກັນເລີຍ ເພື່ອໃຫ້ແນ່ໃຈວ່າຜັກຂີ້ເຫຼັກຂອງທ່ານແຊບ ແລະ ເປັນຕາກິນ.

ກຽມວັດຖຸ:

  • ຜັກຂີ້ເຫຼັກ
  • ນໍ້າ
  • ເກືອ (ຕາມຄວາມຕ້ອງການ)

ວິທີຕົ້ມ

  • ເລືອກຜັກຂີ້ເຫຼັກທີ່ໃໝ່ ໂດຍເກັບຍອດທີ່ມີສີຂຽວ ແລະ ເປັນຍອດອ່ອນ ງາມໆ ບໍ່ເອົາຍອດທີ່ມີເພັ້ຍ ແລະ ບໍ່ເອົາຍອດທີ່ບໍ່ງາມ ຫຼື ປ່ຽນສີ ເນື່ອງຈາກຂີ້ເຫຼັກມີລົດຊາດຂົມຢູ່ແລ້ວ.
  • ລ້າງຜັກຂີ້ເຫຼັກໃຫ້ສະອາດ ແລ້ວເອົາຍອດຜັກຂີ້ເຫຼັກທີ່ລ້າງສະອາດມາເດັດເອົາແຕ່ສ່ວນອ່ອນໆ ຍອດແກ່ບໍ່ເອົາ ໃຫ້ເດັດສຳລັບພໍດີກິນ ຫຼື ຕາມຄວາມຕ້ອງການ.
  • ແລ້ວນຳເອົາຜັກຂີ້ເຫຼັກໄປຕົ້ມໃສ່ໝໍ້ໃຫຍ່ທີ່ພໍດີ ໂດຍບໍ່ເຮັດໃຫ້ນໍ້າລົ້ນ ໃສ່ນໍ້າລົງໃນໝໍ້ໃຫ້ພໍຖ້ວມຜັກ ໃສ່ເກືອຕາມປະລິມານຄວາມເໝາະສົມ ຕົ້ມໄຟທີ່ຮ້ອນປານກາງ ປ່ອຍໃຫ້ນໍ້າຟົດກ່ອນຈີ່ງເອົາຜັກຂີ້ເຫຼັກລົງ ຊື່ງນໍ້າຟົດຈະຊ່ວຍໃຫ້ຜັກສຸກໄວ ແລະ ສີຂອງຜັກຈະງາມ ແລະ ເປັນຕາກິນ ປະໄວ້ປະມານ 2-3 ນາທີ ແລ້ວໃຫ້ສັງເກດເບີ່ງວ່າມີນໍ້າສີເຫຼືອງ ຖືວ່າໃຊ້ໄດ້ ຫຼັງຈາກນັ້ນຖອກນໍ້າຖີ້ມ ແລ້ວເອົາໄປຕົ້ມອີກ ຖອກນໍ້າຖີ້ມປະມານ 2 ເທື່ອຈະເຮັດໃຫ້ບໍ່ມີລົດຊາດຂົມ.
  • ຫຼັງຈາກຕົ້ມຜັກຂີ້ເຫຼັກສຸກແລ້ວ ໃຫ້ເອົາໄປໃສ່ນໍ້າເຢັນທັນທີ.
  • ລ້າງຜັກຂີ້ເຫຼັກໃຫ້ສະອາດແລ້ວປັ້ນເປັນກ້ອນໃຫ້ແຫ້ງ ແລະ ສາມາດເອົາໄປປະກອບເປັນອາຫານ ຫຼື ຖ້າໃຜທີ່ຍັງບໍ່ທັນກິນກໍ່ສາມາດເອົາໄວ້ໃສ່ຖົງ ແລ້ວໃສ່ຕູ້ເຢັນໄວ້ກໍ່ສາມາດເກັບໄວ້ໄດ້ດົນ.

ທັງໝົດນີ້ແມ່ນວິທີການຕົ້ມຜັກຂີ້ເຫຼັກບໍ່ໃຫ້ຂົມ ຊື່ງຜູ້ຂຽນທົດລອງຕົ້ມແລ້ວແມ່ນໄດ້ຜົນແທ້ ບໍ່ຂົມ ຫຼື ອາດຈະຂົມໜ້ອຍດຽວ ເພາະຖ້າຜັກຂີ້ເຫຼັກບໍ່ຂົມເລີຍແມ່ນບໍ່ແຊບ.

#ຂໍ້ແນະນຳບໍ່ຄວນຕົ້ມດົນເກີນໄປ ຈະເຮັດໃຫ້ຜັກຂີ້ເຫຼັກຈືດ ແລະ ສົ້ມ ບໍ່ຄວນຕົ້ມເກີນ 2 ນໍ້າ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments