Saturday, July 27, 2024
Homeຂ່າວພາຍໃນຜູ້ແທນສະຖາບັນການເມືອງແຫ່ງຊາດ ຫວຽດນາມ ຢ້ຽມຢາມພົບປະຄະນະອໍານວຍການໂຮງຮຽນການເມືອງ-ການປົກຄອງ ແຂວງຫຼວງພະບາງ

ຜູ້ແທນສະຖາບັນການເມືອງແຫ່ງຊາດ ຫວຽດນາມ ຢ້ຽມຢາມພົບປະຄະນະອໍານວຍການໂຮງຮຽນການເມືອງ-ການປົກຄອງ ແຂວງຫຼວງພະບາງ

ວັນທີ 26 ທັນວາ 2023 ນີ້, ຄະນະຜູ້ແທນສະຖາບັນການເມືອງແຫ່ງຊາດ ຫວຽດນາມ ເຊິ່ງນໍາໂດຍ ທ່ານ ຫງວຽນ ຊຸຍ ບັ້ກ ຮອງຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ມີທ່ານ ດາວສະຫວັນ ເຄືອມີໄຊ ຮອງຫົວໜ້າສະຖາບັນການເມືອງ-ການປົກຄອງແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຢາມ ແລະພົບປະແລກປ່ຽນບົດຮຽນ ກັບຄະນະອໍານວຍການ ແລະຄູອາຈານໂຮງຮຽນການເມືອງ-ການປົກຄອງແຂວງຫຼວງພະບາງ.

ໂອກາດດັ່ງກ່າວ ທ່ານ ພູທອນ ຫຼວງວິໄລ ຫົວໜ້າໂຮງຮຽນການເມືອງ-ການປົກຄອງ ແຂວງຫຼວງພະບາງ ກໍ່ໄດ້ກ່າວຕ້ອນຮັບຄະນະຜູ້ແທນສະຖາບັນການເມືອງແຫ່ງຊາດ ຫວຽດນາມ ພ້ອມທັງລາຄາສູງຕໍ່ສາຍພົວພັນການຮ່ວມມື ໄມ້ຕີຣຈິດມິດຕະພາບ ຄວາມສາມັກຄີຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງ ລາວ-ຫວຽດນາມ ເວົ້າສະເພາະການພົວພັນຮ່ວມມື ລະຫວ່າງ ບັນດາສະຖານບັນການເມືອງ, ໂຮງຮຽນການເມືອງ-ການປົກຄອງ ຂອງບັນດາແຂວງ, ນະຄອນ ແຫ່ງສສ ຫວຽດນາມ ກັບໂຮງຮຽນການເມືອງ-ການປົກຄອງແຂວງຫຼວງພະບາງ ພ້ອມນັ້ນ, ທ່ານກໍ່ໄດ້ລາຍງານສະພາບການຈັດຕັ້ງປະຕິບັດ ການຮຽນ-ການສອນ ຂອງໂຮງຮຽນການເມືອງ-ການປົກຄອງແຂວງ ໃຫ້ຄະນະຜູ້ແທນຮັບຊາບໂດຍຫຍໍ້ ວ່າ: ໂຮງຮຽນການເມືອງ-ການປົກຄອງແຂວງຫຼວງພະບາງ ມີພາລະບົດບາດສໍາຄັນໃນການກໍ່ສ້າງ-ຍົກລະດັບດ້ານທິດສະດີການເມືອງ-ການປົກຄອງ ລະບົບຊັ້ນສູງ, ຊັ້ນກາງ, ຊັ້ນຕົ້ນ ແລະຝຶກອົບຮົມໄລະຍະສັ້ນ ໃຫ້ກັບພະນັກງານຫຼັກແຫຼ່ງ ຂອງບັນດາພະແນກການ, ບັນດາເມືອງ, ກົມກອງ ແລະບ້ານຕ່າງໆ ຕາມຫຼັກສູດ ຂອງສະຖາບັນການເມືອງ-ການປົກຄອງແຫ່ງຊາດ ໄດ້ກໍານົດໄວ້. ການຍົກລະດັບຄວາມຮູ້ດ້ານທິດສະດີການເມືອງ-ການປົກຄອງ ເປັນຕົ້ນແມ່ນ: ທິດສະດີມາກ ເລນິນ ແນວຄິດປະທານໄກສອນ ພົມວິຫານ, ແນວທາງນະໂຍບາຍປ່ຽນແປງໃໝ່ຂອງພັກໃນແຕ່ລະໄລຍະ, ເພື່ອກໍ່ສ້າງພະນັກງານໃຫ້ມີຄຸນທາດການເມືອງໜັກແໜ້ນ

ໂອກາດດຽວກັນນີ້, ທ່ານ ດາວສະຫວັນ ເຄືອມີໄຊ ຮອງຫົວໜ້າສະຖາບັນການເມືອງ-ການປົກຄອງແຫ່ງຊາດ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ຄະນະອໍານວຍການໂຮງຮຽນການເມືອງ-ການປົກຄອງແຂວງຫຼວງພະບາງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນການເມືອງແຫ່ງຊາດ ຫວຽດນາມ ແລະສະຖາບັນການເມືອງ-ການປົກຄອງແຫ່ງຊາດ ຢູ່ແຂວງຫຼວງພະບາງ ຄັ້ງນີ້ ແລະທ່ານຍັງໄດ້ກ່າວວ່າ: ຈຸດປະສົງຂອງການມາຢ້ຽມຢາມ ແລະເຮັດວຽກ ຢູ່ ສປປ ລາວ ຂອງຜູ້ແທນສະຖາບັນການເມືອງແຫ່ງຊາດ ຫວຽດນາມ ຄັ້ງນີ້, ວ່າ: ແມ່ນເປັນການມາພົບປະແລກປ່ຽນບົດຮຽນ ກ່ຽວກັບເລື່ອງການປັບປຸງລະບົບຫຼັກສູດໃໝ່ ລະບົບຊັ້ນສູງ, ລະບົບປະລິນຍາຕີ ແລະລະບົບປະລິນຍາໂທ ຂອງສະຖາການເມືອງ ແຫ່ງຊາດຫວຽດນາມ ເນື່ອງຈາກວ່າ: ປະຈຸບັນນີ້, ມີພະນັກງານຫຼັກແຫຼ່ງ ແລະນັກສຶກສາຂອງລາວໄປຄົ້ນຄວ້າດ້ານທິດສະດີການເມືອງ-ການປົກຄອງ ຢູ່ ສສ ຫວຽດນາມເປັນຈໍານວນຫຼາຍ. ພ້ອມດຽວກັນນີ້, ກໍ່ເປັນການແລກປ່ຽນບົດຮຽນກ່ຽວກັບການຮຽນ-ການສອນ ແລະການຍົກລະດັບດ້ານດີສະດີການເມືອງ-ການປົກຄອງໃຫ້ກັບພະນັກງານຫຼັກແຫຼ່ງ ສຶບທອດປ່ຽນແທນ ລວມເຖິງການການປັບປຸງລະບົບຫຼັກສູດໃໝ່ໃນຕໍ່ໜ້າ.

ຂ່າວ: ເພັດສາຄອນ ສິມມະວົງ

#MediaLaos

—————————-

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments