Home ຂ່າວພາຍໃນ ກອງປະຊຸມສໍາມະນາກ່ຽວກັບພິທີກໍາທາງພຸດທະສາສະໜາ

ກອງປະຊຸມສໍາມະນາກ່ຽວກັບພິທີກໍາທາງພຸດທະສາສະໜາ

0
108

ວັນທີ 28 ທັນວາ ນີ້ ທີ່ ສນຊ ກົມສາສະໜາ ສູນກາງແນວລາວສ້າງຊາດ ຮ່ວມກັບ ອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ ໄດ້ຈັດກອງປະຊຸມສໍາມະນາກ່ຽວກັບພິທີກໍາທາງພຸດທະສາສະໜາ ໂດຍການເປັນປະທານກອງປະຊຸມຂອງ ທ່ານ ຈັນເພັງ ສຸດທິວົງ ຮອງປະທານສູນກາງແນວລາວສ້າງຊາດ ແລະ ພະອາຈານໃຫຍ່ມະຫາເວດ ມະເສໄນ ຮອງປະທານ ສູນກາງອົງການພຸດທະສາສະໜາສໍາພັນແຫ່ງ ສປປ ລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ທີ່ ສນຊ.

ກອງປະຊຸມຄັ້ງນີ້, ໄດ້ຮັບຟັງການສະເໜີເອກະສານກ່ຽວຂ້ອງກັບພິທີສຳຄັນທາງພຸດທະສາສະໜາ ແລະ ຄວາມໝາຍຄວາມສໍາຄັນຂອງ ຜູ້ເປັນໝໍພອນ ແລະ ສີລາວັດ ຊຶ່ງມີ 4 ເອກະສານຄື: ບົດບາດສໍາຄັນຂອງອຸບາສົກ-ອຸບາສິກາ ຕໍ່ພິທີກໍາທາງພຸດທະສາສະໜາໃນປາງບຸນຕ່າງໆ ບົດບາດຄວາມສໍາຄັນຂອງສີລະວັດຕໍ່ພິທີກໍາທາງພຸດທະສາສະໜາໃນ ສປປ ລາວ; ບົດຄວາມສໍາຄັນຂອງພິທີກໍາທາງພຸດທະສາສະໜາ ໃນ ສປປ ລາວ ແລະ ບົດຮຽນການສົ່ງເສີມ ແລະ ປະກວດໝໍພອນ; ໃນນີ້, ຍັງໄດ້ປຶກສາຫາລື ແລກປ່ຽນປະສົບການ, ບົດຮຽນການເຄື່ອນໄຫວຂອງ ໝໍພອນ ແລະ ສາສະນະພິທີ ຢູ່ໃນຂອບເຂດທົ່ວປະເທດ: ເພື່ອຄົ້ນຄ້ວາ ປຶກສາຫາລື ຊອກຫາວິທີການສົ່ງເສີມ ເສີມຂະຫຍາຍດ້ານທີ່ຕັ້ງໜ້າ ແລະ ພ້ອມທັງຊອກວິທີການແກ້ໄຂ ປັບປຸງ ບັນດາຂໍ້ຄົງຄ້າງ ແລະ ຫາງສຽງຕ່າງໆ ຂອງສັງຄົມ ແນໃສ່ປັບປຸງໃຫ້ມີຄວາມສອດຄ່ອງກັບຍຸກສະໄໝ ແລະ ສະພາບເງື່ອນໄຂປັດຈຸບັນ.

ທ່ານ ຈັນເພັງ ສຸດທິວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຄະນະຮັບຜິດຊອບກະກຽມດໍາເນີນກອງປະຊຸມຄັ້ງນີ້ ຊຶ່ງເປັນຂີດໝາຍສໍາຄັນທາງພຸດທະສາສະໜາໃນປັດຈຸບັນ ທີ່ຕິດພັນກັບການດໍາລົງຊີວິດຂອງຄົນລາວ ແລະ ຄວາມເຊື່ອຮີດຄອງປະເພນີຂອງບັນດາເຜົ່າໂດຍສະເພາະແມ່ນຮີດ 12, ຄອງ 14 ຂອງພຸດທະສາສະນິດກະຊົນລາວ ທີ່ຕິດພັນກັບພຸດທະສາສະໜາ, ການເຊື່ອຖືຮີດຄອງເກົ່າແກ່ ແລະ ພິທີກໍາມາແຕ່ບູຮານຂອງປະຊາຊົນລາວບັນດາເຜົ່າ. ການບາສີສູ່ຂວັນ ເປັນພິທີກໍາອັນໜຶ່ງຂອງຊົນເຜົ່າລາວ, ທີ່ສືບທອດກັນມາແຕ່ບູຮານນະການ ແລະ ເປັນພິທີກໍາທີ່ມີຄວາມໝາຍສໍາຄັນຢ່າງຍິ່ງຕໍ່ວິຖີຊີວິດຂອງປະຊາຊົນລາວໃນເມື່ອກ່ອນ ແລະ ໃນປັດຈຸບັນພິທີສູ່ຂວັນຈັດຂຶ້ນຢ່າງກວ້າງຂວາງ ພ້ອມກັນນັ້ນ, ທ່ານຍັງໄດ້ເນັ້ນຕື່ມວ່າ: ການຈັດຕັ້ງງານບຸນທາງພຸດທະສາສະໜາໃນຕໍ່ໜ້າສົມຄວນຈະແຍກອອກເປັນແຕ່ລະລະດັບຕາມຄວາມເໝາະສົມເປັນຕົ້ນ: ລະດັບທາງການ, ລະດັບຊາດ ແລະ ລະດັບສາມັນທົ່ວໄປ, ລະດັບທ້ອງຖິ່ນ; ພິທີທາງພຸດທະສາສະໜາ ຄວນມີຂະບວນທີ່ລຽບງ່າຍ, ບໍ່ຟຸ່ມເຟືອຍ, ບໍ່ຫຍຸ້ງຍາກ; ໃນຕໍ່ໜ້າຄວນຈະມີການແຕ່ງຕັ້ງຄະນະຮັບຜິດຊອບ, ສ້າງລະບຽບການ ຂໍ້ກໍານົດຫຼືຄູ່ມືກ່ຽວກັບສາສະໜາພິທີຂອງງານຕ່າງໆ; ສ້າງເງື່ອນໄຂ ໃນການກະກຽມຈັດຕັ້ງເປັນສະມາຄົມໝໍພອນ ຫຼື ໃຫ້ມີການຈັດຕັ້ງໃດໜຶ່ງຄຸ້ມຄອງໝໍພອນໃນຕໍ່ໜ້າ.

ຂ່າວ-ພາບ: ສຸວັນລີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here