Sunday, September 8, 2024
Homeບຸນປະເພນີຊົນເຜົ່າກຶມມຸ ຢູ່ເມືອງຫລວງນໍ້າທາ ສະຫລອງບຸນປົດປີ

ຊົນເຜົ່າກຶມມຸ ຢູ່ເມືອງຫລວງນໍ້າທາ ສະຫລອງບຸນປົດປີ

ແຫລ່ງຂ່າວຈາກ ແຂວງຫລວງນ້ຳທາ ໃຫ້ຮູ້ວ່າ: ການຈັດຕັ້ງບ້ານ ແລະ ພໍ່ແມ່ປະຊາຊົນ ບ້ານຫ້ວຍດຳ ເມືອງຫລວງນໍ້າທາ ແຂວງຫລວງນ້ຳທາ ສະເຫລີມສະຫລອງບຸນເກຣີ ຫລື ບຸນປົດປີຂອງຊົນເຜົ່າກຶມມຸ ໃນວັນທີ 27 ທັນວາ 2023 ໂດຍການເຂົ້າຮ່ວມຂອງທ່ານ ສຸກສັນ ພະກາສີ ຫົວໜ້າຫ້ອງການຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງຫລວງນໍ້າທາ ພ້ອມດ້ວຍພໍ່ແມ່ປະຊາ ຊົນເຂົ້າຮ່ວມ.

ການເຮັດບຸນປະເພນີບຸນເກຣີ ຫລື ບຸນປົດປີ ຂອງຊົນເຜົ່າກຶມມຸ ຈັດຂຶ້ນໃນລະຫວ່າງເດືອນຈຽງຫາເດືອນຍີ່ ກົງກັບເດືອນ 12 ຕໍ່ໃສ່ເດືອນ 1 ສາກົນ ເຊິ່ງການເຮັດບຸນເກຣີນີ້ ເປັນການເອກອ້າງເຖິງຜົນງານການເກັບກ່ຽວຜົນລະປູກຕ່າງໆໃນຮອບ 1 ປີຜ່ານມາ ແລະ ເອກອ້າງເຖິງວັດທະນະທຳຮີດຄອງປະເພນີອັນດີງາມ ທີ່ເຄີຍສືບທອດກັນມາແຕ່ດຶກດຳບັນ ທັງເປັນການສືບສານວັດທະນະທຳຮີດຄອງອັນດີງາມ ເພື່ອໃຫ້ຄົນຮຸ່ນໃໝ່ໄດ້ຮັບຮູ້ ແລະ ຮັກສາຮີດຄອງປະເພນີອັນດີງາມນີ້ໄວ້ໃຫ້ໝັ້ນຄົງ. ບຸນເກຣີ ມີຄວາມໝາຍວ່າ ຄືບຸນຄຸນເຂົ້າ, ເຜືອກມັນ, ພໍ່ແມ່, ປູຍ່າຕາຍາຍ ຕາມການນັບຖືຜີຂອງບັນພະບູລຸດຂອງຕົນເອງ ເມື່ອຮອດມື້ບຸນເຂົາເຈົ້າໄດ້ຫ້າງຫາກະກຽມໄກ່ຜູ້ໂອກ ແລະ ໄກ່ແມ່ ແນວລະໂຕ, ມີເຫລົ້າໄຫ, ເຄື່ອງຜົນລະປູກ ແລະເຄື່ອງມືການຜະລິດທຸກຢ່າງມາປະດັບເອ້ ມື້ທຳພິທີນັ້ນເພີ່ນຈະເອົາເລືອດໄກ່ມາທາຫົວເຂົ່າຂອງສະມະຊິກທຸກຄົນຢູ່ໃນຄອບຄົວ, ເພື່ອໃຫ້ສິ່ງຊົ່ວຮ້າຍຕົກໄປນໍາປີເກົ່າໃຫ້ໝົດ ແລະ ນໍາເອົາສິ່ງທີ່ດີໆໃນປີໃໝ່ເຂົ້່າມາສູ່ຄອບຄົວເຮືອນຊານ, ໃຫ້ມີຄວາມອຸດົມສົມບູນຕະຫລອດໄປ ພ້ອມນັ້ນທຸກຄົນພາຍໃນບ້ານ ແລະ ແຂກຖືກເຊີນໄດ້ພາກັນແຫ່ຕີຄ້ອງ, ຕີກອງ, ຕົບແສ່ງ, ຟ້ອນດາບ, ຂີ່ກົງກວຽນ ແລະ ອື່ນໆ. ນອກຈາກນີ້, ຍັງມີການຂັບເຕີມ ຟ້ອນແຊ ອ້ອມຫລັກຄ້ຳຫລັກຄູນ ຕາມຮີດຄອງປະເພນີຂອງເຜົ່າຢ່າງມີຄວາມເບີກບານມ່ວນຊື່ນ.

ບຸນດັ່ງກ່າວ ຈັດຂຶ້ນເພື່ອເປັນການອະນຸລັກ ຮັກສາຮີດຄອງປະເພນີ ອັນດີງາມຂອງເຜົ່່າ, ທັງເປັນການໂຄສະນາເຜີຍແຜ່ມູນເຊື້ອ ໃຫ້ແຂກພາຍໃນ ແລະ ຕ່າງປະເທດ ໄດ້ຮັບຮູ້ຢ່າງກວ້າງຂວາງ ພ້ອມທັງເປັນການຊຸກຍູ້ສົ່ງເສີມການທ່ອງທ່ຽວລາວປີ 2024 ໃຫ້ມີບັນຍາກາດຄຶກຄື້ນມ່ວນຊື່ນ.

ຂ່າວ: ພັນທະມິດ ສີ່ສະເກີ່ງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments