Wednesday, May 15, 2024
Homeທ່ອງທ່ຽວເຄັດລັບແຫ່ງການພັດທະນາຂອງຈີນ

ເຄັດລັບແຫ່ງການພັດທະນາຂອງຈີນ

ເມື່ອ 45 ປີກ່ອນ, ທ່ານ ເຕີ້ງສ້ຽວຜິງ ຜູ້ນຳປະເທດຈີນໃນເວລານັ້ນໄດ້ຕົກລົງດຳເນີນການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ ຊຶ່ງຖືກຍ້ອງຍໍວ່າເປັນຂໍກຸນແຈສຳຄັນທີ່ໄດ້ຕັດສິນຊາຕາກຳຂອງຈີນໃນຍຸກປັດຈຸບັນ. ເມື່ອ 10 ປີກ່ອນ ຄືປີ 2013, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ນຳໃຊ້ມາດຕະການຕ່າງໆເພື່ອລົງເລິກການປະຕິຮູບ ແລະ ເປີດປະຕູສູ່ພາຍນອກຢ່າງຮອບດ້ານ ຊຶ່ງເປັນຂໍກຸນແຈສຳຄັນອີກອັນໜຶ່ງໃນການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນ.

ໃນໄລຍະ 10 ປີຜ່ານມານີ້, ໂດຍຜ່ານການລົງເລິກການປະຕິຮູບ ແລະ ເປີດປະຕູສູ່ພາຍນອກຢ່າງຮອບດ້ານ, ປະຊາຊົນຜູ້ທຸກຍາກເກືອບ 100 ລ້ານຄົນ ໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກຢ່າງຮອບດ້ານ, ໄດ້ສ້າງລະບົບການສຶກສາ, ການປະກັນສັງຄົມ ແລະ ສາທາລະນະສຸກການປິ່ນປົວພະຍາດທີ່ມີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ. ໃນໄລຍະ 10 ປີຜ່ານມານີ້, ຈີນຍັງໄດ້ສ້າງລະບົບອຸດສາຫະກຳທີ່ທັນສະໄໝ, ໄດ້ຊຸກຍູ້ການປະຕິຮູບແບບສີຂຽວ, ໄດ້ດຳເນີນການຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານ, ໄດ້ຕ້ານການສໍ້ລາດບັງຫຼວງຢ່າງແຂງແຮງ ແລະ ອື່ນໆ. ປີ 2022, ຈີນໄດ້ກຳນົດເອົາການລົງເລິກການປະຕິຮູບ ແລະ ເປີດປະຕູສູ່ພາຍນອກຢ່າງຮອບດ້ານເປັນແຮງຂັບເຄື່ອນພື້ນຖານໃນການຊຸກຍູ້ຄວາມທັນສະໄໝແບບຈີນ ແລະ ບັນລຸການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງປະຊາຊາດຈີນ.

ພ້ອມກັນນັ້ນ, ຍັງມີການເປີດປະຕູສູ່ພາຍນອກດ້ວຍຄຸນນະພາບສູງ. ທ່ານ ສີຈິ້ນຜິງ ເຫັນວ່າ: ການເປີດປະຕູສູ່ພາຍນອກໄດ້ນຳມາເຊິ່ງຄວາມກ້າວໜ້າ, ການປິດລ້ອມຈະຕົກຢູ່ໃນຄວາມຫຼ້າຫຼັງຢ່າງແນ່ນອນ. ໃນໄລຍະ 10 ປີຜ່ານມານີ້, ຂໍ້ລິເລີ່ມການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ທ່ານ ສີຈິ້ນຜິງ ເປັນຜູ້ສະເໜີນັ້ນ ໄດ້ມີຫຼາຍກວ່າ 150 ປະເທດ ແລະ 30 ກວ່າອົງການຈັດຕັ້ງສາກົນໄດ້ລົງນາມໃນເອກະສານການຮ່ວມມື 230 ກວ່າສະບັບ, ຈີນໄດ້ສ້າງຕັ້ງເຂດທົດລອງການຄ້າເສລີ 23 ແຫ່ງ, ໄດ້ຈັດງານວາງສະແດງສິນຄ້ານຳເຂົ້າຄັ້ງທຳອິດຢູ່ໃນໂລກ, ງານວາງສະແດງສິນຄ້າບໍລິໂພກສາກົນ ແລະ ງານວາງສະແດງຊຸກຍູ້ຕ່ອງໂສ້ການສະໜອງສາກົນ.

ທ່ານ ສີຈິ້ນຜິງ ໄດ້ໃຫ້ຄຳໝັ້ນສັນຍາຕໍ່ໂລກວ່າ: ຄວາມຕັດສິນໃຈໃນການເປີດກວ້າງການເປີດປະຕູສູ່ພາຍນອກໃນລະດັບສູງຈະບໍ່ມີການປ່ຽນແປງ, ຄວາມຕັດສິນໃຈໃນການແບ່ງປັນໂອກາດການພັດທະນາໃຫ້ກັບໂລກຈະບໍ່ມີການປ່ຽນແປງ, ຄວາມຕັດສິນໃຈໃນການຊຸກຍູ້ໃຫ້ເສດຖະກິດໂລກາພິວັດພັດທະນາໄປສູ່ທິດທາງທີ່ເປີດກວ້າງ, ກວມລວມ, ມີຜົນປະໂຫຍດທົ່ວໄປ, ດຸນດ່ຽງ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຫຼາຍກວ່າເກົ່າ.

ນັບແຕ່ຈີນດຳເນີນການປະຕິຮູບ ແລະ ເປີດປະຕູສູ່ພາຍນອກເປັນຕົ້ນມາ, ຈີນໄດ້ປະກອບສ່ວນເຂົ້າໃນການເຕີບໂຕຂອງເສດຖະກິດໂລກຫຼາຍກວ່າ 30%, ບໍ່ວ່າແມ່ນປະເທດທີ່ພັດທະນາແລ້ວ ຫຼື ປະເທດພວມພັດທະນາ, ກໍໄດ້ຮັບໂອກາດທີ່ໃຫຍ່ຫຼວງຈາກການພັດທະນາຂອງເສດຖະກິດຈີນ ຊຶ່ງເປັນການກະຕຸກຊຸກຍູ້ຄວາມມີຊີວິດຊີວາອັນໃໝ່ຂອງເສດຖະກິດໂລກ.

ໂດຍ: ຊີອາໄອ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments