Saturday, July 27, 2024
Homeຂ່າວຕ່າງປະເທດປີນີ້ນັກທ່ອງທ່ຽວຕ່າງຊາດເດີນທາງໄປຍີ່ປຸ່ນຫຼາຍກວ່າ 20 ລ້ານຄົນ

ປີນີ້ນັກທ່ອງທ່ຽວຕ່າງຊາດເດີນທາງໄປຍີ່ປຸ່ນຫຼາຍກວ່າ 20 ລ້ານຄົນ

ຂ່າວຕ່າງປະເທດດລາຍງານ ເມື່ອທ້າຍອາທິດທີ່ຜ່ານມາ, ອົງການສົ່ງເສີມການທ່ອງທ່ຽວແຫ່ງຊາດຍີ່ປຸ່ນໄດ້ເປີດເຜີຍບົດລາຍງານໂດຍລະບຸວ່າ ຈຳນວນນັກທ່ອງທ່ຽວຕ່າງປະເທດທີ່ເດີນທາງໄປຢ້ຽມຢາມຍີ່ປຸ່ນໃນໄລຍະເດືອນມັງກອນ-ພະຈິກ 2023 ຢູ່ທີ່ 22,33 ລ້ານຄົນ ຊຶ່ງສູງກວ່າ 20 ລ້ານຄົນເປັນຄັ້ງທຳອິດນັບຕັ້ງແຕ່ເກີດການແຜ່ລະບາດຂອງພະຍາດໂຄວິດ-19. ຖ້າຫາກນັບສະເພາະເດືອນພະຈິກຈຳນວນນັກທ່ອງທ່ຽວຕ່າງຊາດທີ່ເດີນທາງໄປຢ້ຽມຢາມຍີ່ປຸ່ນເພີ່ມຂຶ້ນ2,6 ເທົ່າຈາກປີທີ່ຜ່ານມາຢູ່ທີ່ 2.440.800 ຄົນ ໃກ້ຄຽງກັບຕົວເລກໃນປີ 2019 ຊຶ່ງເປັນໄລຍະກ່ອນເກີດການແຜ່ລະບາດຂອງພະຍາດໂຄວິດ-19. ບົດລາຍງານລະບຸຕື່ມວ່າ ຈຳນວນນັກທ່ອງທ່ຽວຈາກຕະຫຼາດຕ່າງປະເທດ 13 ແຫ່ງຈາກ 23 ແຫ່ງເຊັ່ນ ສ ເກົາຫຼີ,ສິງກະໂປ, ອິນໂດເນເຊຍ ແລະ ອາເມຣິກາ ຍັງເພີ່ມສູງຂຶ້ນໃນເດືອນພະຈິກ. ຂະນະດຽວກັນ, ມີຊາວຍີ່ປຸ່ນເດີນທາງໄປຕ່າງປະເທດ 8,68 ລ້ານຄົນໃນເດືອນມັງກອນ-ພະຈິກ ເພີ່ມຂຶ້ນ 47,2% ຈາກລະດັບໃນປີ 2019.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments