Sunday, September 8, 2024
Homeຂ່າວຕ່າງປະເທດWHO ເຕືອນລະວັງໄພຂົ່ມຂູ່ຈາກໄຂ້ເລືອດອອກ

WHO ເຕືອນລະວັງໄພຂົ່ມຂູ່ຈາກໄຂ້ເລືອດອອກ

ຂ່າວຕ່າງປະເທດລາຍງານ ເມື່ອທ້າຍອາທິດທີ່ຜ່ານມາ, ອົງການອະນາໄມໂລກ (WHO) ໄດ້ອອກຖະແຫຼງການເຕືອນໄພຂົ່ມຂູ່ຈາກພະຍາດໄຂ້ເລືອດອອກ ຊຶ່ງໄດ້ແຜ່ກະຈາຍສູ່ຫຼາຍປະເທດທີ່ບໍ່ເຄີຍກວດພົບຜູ້ປ່ວຍມາກ່ອນ ໂດຍປີນີ້ທົ່ວໂລກມີຜູ້ປ່ວຍພະຍາດໄຂ້ເລືອດອອກຫຼາຍກວ່າ 5 ລ້ານຄົນ ແລະ ຜູ້ປ່ວຍເສຍຊີວິດຈາກພະຍາດນີ້ຫຼາຍກວ່າ 5.000 ຄົນແລ້ວ.

ທ່ານ ໄດອານາ ໂຣຈາສ ອັນວາເຣສ ຫົວໜ້າທີມງານດ້ານເຊື້ອໄວຣັສທີ່ມີແມງໄມ້ເປັນພາຫະນະຂອງ WHO ເປີດເຜີຍວ່າ ການບັນຍາຍຂໍ້ສະຫຼຸບປະຈຳອາທິດຂອງ WHO ໃນນະຄອນເຈນິວາວ່າ ເກືອບ 80% ຂອງຜູ້ປ່ວຍພະຍາດໄຂ້ເລືອດອອກ ຫຼື 4,1 ລ້ານຄົນຢູ່ໃນທະວີບອາເມຣິກາຮອງລົງມາແມ່ນອາຊີຕາເວັນອອກສ່ຽງໃຕ້ ແລະ ປາຊີຟິກຕາເວັນຕົກ. ທ່ານ ອັນວາເຣສ ກ່າວວ່າ ການປ່ຽນແປງສະພາບພູມອາກາດເປັນສາເຫດສ່ວນໜຶ່ງເພາະນຳມາສູ່ພາວະຝົນຕົກ ຄວາມຊຸ່ມ ແລະ ອຸນຫະພູມສູງຂຶ້ນ ຊຶ່ງຊ່ວຍໃຫ້ຍຸງຈະເລີນເຕີບໂຕ. WHO ລະບຸວ່າ ເຖິງແມ່ນວ່າປະຊາຊົນທົ່ວໂລກປະເຊີນກັບຄວາມສ່ຽງຈາກພຍາດໄຂ້ເລືອດອອກ ຊຶ່ງຍັງຄົງບໍ່ມີການຮັກສາແບບສະເພາະເຈາະຈົງ ແຕ່ຜູ້ປ່ວຍເກືອບທັງໝົດຈະຫາຍດີພາຍໃນ 1-2 ອາທິດ ສ່ວນຜູ້ປ່ວຍອາການຮຸນແຮງມີພາວະຊັອກ ເລືອດອອກຮຸນແຮງ ຫຼື ອະໄວຍະວະທຳງານບົກພ່ອງຮຸນແຮງ. ທັງນີ້, ຈຳນວນຜູ້ປ່ວຍພະຍາດໄຂ້ເລືອດອອກທົ່ວໂລກເຄີຍເພີ່ມສູງຂຶ້ນເປັນປະຫວັດສາດໃນປີ 2019 ລວມຢູ່ທີ່ 5,2 ລ້ານຄົນພາຍໃນ 129 ປະເທດ ຊຶ່ງເພີ່ມຂຶ້ນ 10 ເທົ່າຈາກປີ 2000.

ທ່ານ ອັນວາເຣສ ກ່າວຕື່ມວ່າ ໄພຂົ່ມຂູ່ຈາກພະຍາດໄຂ້ເລືອດອອກເຮັດໃຫ້WHO ຄວນສັງເກດການ ແລະ ຕອບສະໜອງຂັ້ນສູງສຸດ ເພື່ອສະໜັບສະໜູນປະເທດຕ່າງໆຄວບຄຸມການແຜ່ລະບາດຂອງພະຍາດໃນປັດຈຸບັນ ແລະ ກຽມພ້ອມຮັບມືລະດູການລະບາດໃນອະນາຄົດ ໂດຍການກວດພະຍາດ ແລະ ເຂົ້າເຖິງການເບິ່ງແຍງປິ່ນປົວແຕ່ທຳອິດສາມາດຫຼຸດອັດຕາການເສຍຊີວິດຈາກອາການເຈັບປ່ວຍຮຸນແຮງໄດ້.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments