Sunday, September 8, 2024
Homeຂ່າວພາຍໃນແຂວງໄຊຍະບູລີ ໄຂກອງປະຊຸມຄົບຄະນະບໍລິຫານງານພັກ ຄັ້ງທີ 10 ສະໄໝທີ VII

ແຂວງໄຊຍະບູລີ ໄຂກອງປະຊຸມຄົບຄະນະບໍລິຫານງານພັກ ຄັ້ງທີ 10 ສະໄໝທີ VII

ແຫລ່ງຂ່າວຈາກ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ກອງປະຊຸມ ຄົບຄະນະບໍລິຫານງານພັກແຂວງ ໄຊຍະບູລີ ຄັ້ງທີ 10 ສະໄໝທີ VII ໄດ້ໄຂຂຶ້ນໃນວັນທີ 25 ທັນວາ 2023 ໂດຍການເປັນປະທານຂອງ ສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ໄຊຍະບູລີ, ມີຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ກໍາມະການປະຈໍາພັກແຂວງ, ກໍາມະການພັກແຂວງ, ມີເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກພະແນກການ, ກົມກອງ, ລັດວິສາຫະກິດອ້ອມຂ້າງແຂວງ, ມີຄະນະພັກ 3 ກອງບັນຊາການ ແລະ ເລຂາພັກເມືອງ, ເຈົ້າເມືອງ 11 ເມືອງເຂົ້າຮ່ວມ.

ສະຫາຍ ພົງສະຫວັນ ສິດທະວົງ ໄດ້ມີຄຳເຫັນວ່າ: ກອງປະຊຸມຄັ້ງນີ້, ຈະໄດ້ພ້ອມກັນຄົ້ນຄວ້າປຶກສາຫາລື ແລະ ຕີລາຄາຄວາມຮັບຜິດຊອບການເມືອງ ຂອງຄະນະພັກຂັ້ນຕ່າງໆ ໃນໄລຍະ 1 ປີຜ່ານມາ ຂອງການນໍາພາ-ຊີ້ນໍາ ຈັດຕັ້ງປະຕິບັດບັນດາມະຕິ, ຄໍາສັ່ງ, ຄໍາແນະນໍາ, ລະບຽບກົດໝາຍ ໃນວາລະທ້າຍສະໄໝກອງປະຊຸມໃຫຍ່ ເພື່ອໃຫ້ເຫັນໄດ້ດ້ານດີ,​ ຜົນໄດ້ຮັບ,​ ດ້ານອ່ອນ, ຂໍ້ຄົງຄ້າງ, ຂໍ້ຂາດຕົກບົກຜ່ອງ ແລະ ບົດຮຽນທີ່ຖອດຖອນໄດ້, ພ້ອມກັນຄົ້ນຄວ້າ ແລະ ເອກະພາບ ກ່ຽວກັບການກຳນົດທິດທາງແຜນການ ປີ 2024 ຢ່າງກົງໄປ-ກົງມາ ແລະ ເປັນເອກະພາຍໃນພັກ, ກອງປະຊຸມຂອງພວກເຮົາ ຈະໄດ້ດໍາເນີນ ເປັນເວລາ 2 ວັນເຕັມ ແລະ ແບ່ງອອກເປັນ 2 ວາລະຄື: ວາລະທີ 1 ຈະໄດ້ສະຫລຸບຕີລາຄາການນໍາພາ-ຊີ້ນຳວຽກງານຮອບດ້ານ ໃນໄລຍະ 1 ປີ ຜ່ານມາ, ຕີລາຄາການນຳພາ-ຊີ້ນຳ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ປີ 2023 ແລະ ທິດທາງແຜນການປີ 2024 ແລະ ວາລະທີ 2 ຈະໄດ້ຈັດພິທີປະກາດການຈັດຕັ້ງ ພະນັກງານນໍາພາ-ຄຸ້ມຄອງ ອອກພັກການຮັບອຸດໜູນບໍານານ ແລະ ປະກາດຍົກຍ້າຍ, ແຕ່ງຕັ້ງ, ບົ່ງຕົວແຕ່ງຕັ້ງພະນັກງານການນໍາຂັ້ນແຂວງ, ຂັ້ນເມືອງ, ເລຂາຄະນະພັກຮາກຖານອ້ອມຂ້າງແຂວງ ຈໍານວນໜຶ່ງ.

ຈາກນັ້ນ, ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງ ກໍໄດ້ຜ່ານບົດລາຍງານການນໍາພາ-ຊີ້ນຳວຽກງານຮອບດ້ານ ປະຈໍາປີ 2023, ຕະຫລອດໄລຍະ 1 ປີຜ່ານມາແຂວງ ໄຊຍະບູລີ ແມ່ນສືບຕໍ່ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ, ເສດຖະກິດສືບຕໍ່ຂະຫຍາຍຕົວໃນລະດັບ 5%, ລວມຍອດຜະລິດຕະພັນພາຍໃນ ປະຕິບັດໄດ້ 14.963 ຕື້ກີບ ສະເລ່ຍຫົວຄົນໜຶ່ງ 35,6 ລ້ານກີບ, ໂຄງປະກອບຂອງເສດຖະກິດມະຫາພາກ: ກະສິກໍາຂະຫຍາຍຕົວ 3,1%, ອຸດສາຫະກໍາຂະຫຍາຍ ຕົວ 8,7%, ການບໍລິການຂະຫຍາຍຕົວ 4,5%, ການຄຸ້ມຄອງຈັດເກັບລາຍຮັບດ້ວຍການນໍາໃຊ້ລະບົບທີ່ທັນສະໄໝ ສາມາດຈັດເກັບລາຍຮັບໄດ້​ທັງ​ໜົດ 1.674 ຕື້​ກີບ ລື່ນແຜນ 8,7% ທຽບໃສ່ປີຜ່ານມາເພີ່ມຂຶ້ນ 39,84%, ​ຄຸ້ມ​ຄອງ​ລາຍ​ຈ່າຍ​ໄດ້​ທັງ​ໝົດ 591,14 ຕື້ກີບ ລື່ນແຜນ 18,4% ຫລື ເທົ່າກັບ 118,40% ຂອງແຜນການປີ.

ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments