Saturday, July 27, 2024
Homeຂ່າວພາຍໃນແຂວງວຽງຈັນ ຕ້ອນຮັບຄະນະຜູ້ແທນຂັ້ນສູງພັກກອມມູນິດຍີ່ປຸ່ນ

ແຂວງວຽງຈັນ ຕ້ອນຮັບຄະນະຜູ້ແທນຂັ້ນສູງພັກກອມມູນິດຍີ່ປຸ່ນ

ວັນທີ 24 ທັນວາ 2023 ຜ່ານມາ, ຄະນະຜູ້ແທນຂັ້ນສູງພັກກອມມູນິດຍີ່ປຸ່ນ ນໍາໂດຍ ທ່ານ ຊິອິ ຄາຊູໂອະ ປະທານຄະນະບໍລິຫານງານສູນກາງພັກຄອມມູນິດຍີ່ປຸ່ນ ສະມາຊິກສະພາຕ່ຳຍີ່ປຸ່ນ ແລະ ທ່ານ ວາລະໄຊ ເລັ່ງສະຫວັດ ຮອງຫົວໜ້າ ຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງວຽງຈັນ ໂດຍມີ ທ່ານ ພູວົງ ບຸນຊູ ຮອງເຈົ້າແຂວງວຽງຈັນ, ທ່ານເຈົ້າເມືອງວັງວຽງ ແລະ ພາກສ່ວນກ່ຽວຂ້ອງ ໃຫ້ການຕ້ອນຮັບ.

ໂອກາດນີ້, ທ່ານ ພູວົງ ບຸນຊູ ໄດ້ຕາງໜ້າໃຫ້ການນຳແຂວງວຽງຈັນ ລາຍງານສະພາບລວມຂອງແຂວງວຽງຈັນໂດຍຫຍໍ້ ເຊິ່ງແຂວງວຽງຈັນ ມີ 428 ບ້ານ ແລະ 11 ເມືອງ, ມີຄວາມອຸດົມສົມບູນໄປດ້ວຍຊັບໃນດິນສິນໃນນ້ຳ ມີຫ້ວຍນ້ຳເຊ, ພູຜາປ່າດົງ ທິວທັດທໍາມະຊາດສວຍງາມ ອັນເປັນທ່າແຮງພື້ນຖານສໍາຄັນ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງແຂວງວຽງຈັນ; ປະຊາຊົນສ່ວນຫລາຍຖືເອົາການຜະລິດກະສິກຳເປັນພື້ນຖານ ເປັນຕົ້ນການຜະລິດເຂົ້າ, ການປູກພືດຕາມລະດູ, ການລ້ຽງສັດ, ການປູກໄມ້ເສດຖະກິດ ແລະ ອືີ່ນໆ, ລວມຍອດຜະລິດຕະພັນພາຍໃນ (GDP) ຂອງແຂວງຂະຫຍາຍຕົວ 4,2%/ປີ ເທົ່າກັບ 70% ຂອງແຜນການຄິດເປັນມູນຄ່າ 5,857 ຕື້ກີບ/ປີ, GDP ຕໍ່ຫົວຄົນເທົ່າກັບ 785 ໂດລາ/ຄົນ/ປີ; ມີແຫລ່ງທ່ອງທ່ຽວ ດ້າທຳມະຊາດ-ປະຫວັດສາດ ແລະ ວັດທະນະທຳ ຫລາຍແຫ່ງທີ່ສວຍງາມ ໃນແຕ່ລະປີສາມາດດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດເຂົົ້າມາທ່ຽວແຂວງວຽງຈັນ ໄດ້ຫລາຍແສນເທື່ອຄົນ; ດ້ານການພົວພັນຕ່າງປະເທດ ໃນໄລຍະຜ່ານມາ ແຂວງວຽງຈັນໄດ້ມີການພົວພັນຮ່ວມມືກັບຫລາຍປະເທດ, ສຳລັບ ປະເທດຍີ່ປຸ່ນ ກໍມີການພົວພັນຮ່ວມມືຮອບດ້ານ ກາຍເປັນຄູ່ຮ່ວມຍຸດທະສາດຮອບດ້ານທີ່ສໍາຄັນ.ພ້ອມນີ້, ຍີ່ປຸ່ນຍັງໄດ້ໃຫ້ການຊ່ວຍເຫລືອໃນຫລາຍດ້ານໃຫ້ແກ່ ສປປ ລາວ ກໍຄືແຂວງວຽງຈັນ ເປັນຕົ້ນ ດ້ານການພັດທະນາຊັບພະຍາກອນມະນຸດ ແລະ ພື້ນຖານໂຄງລ່າງ ລວມ 30 ກວ່າໂຄງການ, ລວມມູນຄ່າການຊ່ວຍເຫລືອເກືອບ 3,8 ລ້ານກວ່າໂດລາສະຫະລັດ. ພ້ອມນີ້, ທ່ານຮອງເຈົ້າແຂວງວຽງຈັນ ຍັງສະແດງຄວາມຫວັງວ່າ ຜ່ານການຢ້ຽມຢາມ, ພົບປະ ແລະ ແລກປ່ຽນທັດທະນະຮ່ວມກັນໃນຄັ້ງນີ້ຈະກາຍເປັນບາດກ້າວທີ່ສຳຄັນໃນການຮ່ວມມືກັບບັນດາທ່ານໃນອະນາຄົດ.

ທ່ານ ຊິອິ ຄາຊູໂອ ກໍໄດ້ສະແດງຄວາມດີໃຈທີ່ໄດ້ມີໂອກາດມາຢ້ຽມຢາມແຂວງວຽງຈັນໃນຄັ້ງນີ້, ແຂວງວຽງຈັນເປັນແຂວງທີ່ມີຄວາມສວຍງາມ ແລະ ໜ້າຢູ່ຫລາຍ ຂ້າພະເຈົ້າຫວັງຢ່າງຍິ່ງວ່າຈະມີໂອກາດກັບມາຢ້ຽມຢາມແຂວງວຽງຈັນອີກຄັ້ງໃນຕໍ່ໜ້າ ເພື່ອສືບຕໍ່ສາຍພົວພັນລະຫວ່າງ ຍີ່ປຸ່ນ ແລະ ສປປ ລາວ ໃຫ້ແໜ້ນແຟ້ນຂຶ້ນຕື່ມ. ຈາກນັ້ນ, ຄະນະຜູ້ແທນກໍໄດ້ໄປເລາະຢ້ຽມຊົມສະຖານທີ່ທ່ອງທ່ຽວຈຳນວນໜຶ່ງພາຍໃນເມືອງວັງວຽງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments