Sunday, September 8, 2024
Homeຂ່າວໜ້າໜຶ່ງແຂວງເຊກອງ ປະກາດສະຫລອງບຸນເສົາຫລັກເມືອງ ແລະ ເປີດປີທ່ອງທ່ຽວ 21-25 ມັງກອນ 2024

ແຂວງເຊກອງ ປະກາດສະຫລອງບຸນເສົາຫລັກເມືອງ ແລະ ເປີດປີທ່ອງທ່ຽວ 21-25 ມັງກອນ 2024

ແຂວງເຊກອງປະກາດຢ່າງເປັນທາງການມີຄວາມພ້ອມຮອບ ດ້ານຈະເປີດປີທ່ອງທ່ຽວຕິດພັນກັບ ການສະເຫລີມສະຫລອງບຸນປະເພນີເສົາຫລັກເມືອງລະຫວ່າງວັນ ທີ 21-25 ມັງກອນ 2024 ນີ້ ຂະ ນະທີ່ປີ 2023 ນີ້ແຂວງເຊກອງ ສາ ມາດດຶງດູດນັກທ່ອງທ່ຽວເຂົ້າມາ ພາຍໃນແຂວງເຖິງ 48.000 ຄົນ ໃນນັ້ນແຂກພາຍໃນ 29.000 ຄົນ, ແຂກຕ່າງປະເທດ 18.000 ຄົນ
ສ້າງຮັບໄດ້ຢ່າງໜ້ອຍ 2 ລ້ານກວ່າ ໂດລາ, ຄາດວ່າປີ 2024 ຈະສູ້ດຶງດູດນັກທ່ອງທ່ຽວໃຫ້ໄດ້ເຖິງ 50.000 ກວ່າຄົນ.
ດັ່ງທີ່ຮູ້ນໍາກັນ, ແຂວງເຊກອງເປັນແຂວງນ້ອຍ, ນອນໃນບັນດາແຂວງພາກໃຕ້ຂອງ ສປປ ລາວ, ມີປະຊາກອນເກືອບ 2 ແສນຄົນ ແລະ ມີຊາຍແດນ ຕິດກັບແຂວງສາລະວັນ ທາງທິດເໜືອ, ຕິດກັບແຂວງຈຳປາສັກ ທາງທິດຕາເວັນຕົກ, ຕິດກັບແຂວງອັດຕະປື ທາງທິດໃຕ້ ແລະ ຕິດກັບຫວຽດນາມ ທາງທິດຕາເວັນອອກ ເຊິ່ງເປັນແຂວງທີ່ມີມູນເຊື້ອດີງາມດ້ານປະຫວັດແຫ່ງການປະຕິວັດຊາດ, ຮີດຄອງປະເພນີດີງາມທີ່ເປັນເອກະລັກ,ມີຊັບພະຍາກອນທໍາມະຊາດອຸດສົມບູນ, ມີການດໍາລົງຊີວິດຂອງປະຊາຊົນບັນດາເຜົ່າທີ່ຫລາກຫລາຍ ແລະ ອື່ນໆ.
ແຂວງເຊກອງ ມີເນື້ອທີ່ທັງໝົດ 7.600 ກວ່າກິໂລຕາແມັດ ຊຶ່ງເປັນແຂວງທີ່ມີພື້ນທີ່ເປັນອັນດັບທີ 15 ຂອງປະເທດ, ໃນນັ້ນເນື້ອທີ່ ເຂດພູດອຍ ກວມເອົາ 65%, ເໝາະແກ່ການປູກຕົ້ນໄມ້ອຸດສາຫະກຳ ແລະ ລ້ຽງສັດ; ເຂດພູພຽງ 30% (ເປັນສ່ວນ ໜຶ່ງຂອງພູພຽງບໍລິເວນ) ເໝາະແກ່ການ ປູກກາເຟ, ພືດຜັກ, ຕົ້ນໄມ້ໃຫ້ໝາກແລະ ອື່ນໆແລະ ມີເນື້ອທີ່ເຂດທົ່ງພຽງ ກວມ 5% ເໝາະແກ່ການປູກເຂົ້າ ຊຶ່ງປະກອບດ້ວຍ 4 ເມືອງ ຄື: ເມືອງລະມາມ, ເມືອງທ່າແຕງ, ເມືອງກາລືມ ແລະ ເມືອງດາກຈຶງ.
ນອກຈາກນັ້ນແຂວງດັ່ງກ່າວຍັງມີຫລາຍຊົນເຜົ່າ ຄື: ຕຣຽງ, ຮາຣັກ, ຊົນກະຕູ, ກຣຽງ (ແງະ), ຢຣຸ (ລະເວນ), ຊ່ວຍ, ຕະໂອ້ຍ, ລະວີ, ແຢະ, ຊົນລາວ ແລະ ອື່ນໆ.
ເຖິງແນວໃດກໍດີ ໃນໂອກາດທີ່ ສປປ ລາວ ຫ້າງຫາກະກຽມຂໍ່ານັບຮັບຕ້ອນການເປີດປີທ່ອງທ່ຽວລາວ ແລະ ເປັນປະທານອາຊຽນ ຂອງ ສປປ ລາວໃນປີ 2024 ນີ້ ໃຫ້ມີຄວາມໝາຍສໍາຄັນເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ແກ້ໄຂຄວາມທຸກຍາກ ແລະ ສົ່ງເສີມພາກອຸດສາຫະກໍາທ່ອງທ່ຽວໃຫ້ມີບັນຍາກາດຟົດຟື້ນຢ່າງບໍ່ຢຸດຢັ້ງນັ້ນ, ທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງເຊກອງໄດ້ໃຫ້ສໍາພາດຕໍ່ຄະນະນັກຂ່າວສໍານັກຂ່າວສານປະເທດລາວໃນວັນທີ 6 ທັນວາ 2023 ນີ້ວ່າ: ເພື່ອສ້າງຜົນງານຂໍ່ານັບຮັບຕ້ອນສອງເຫດການ ແລະ ວັນສໍາຄັນຂອງພັກ-ຊາດນັ້ນ ບັນດາຄະນະນໍາແຂວງເຊກອງ, ອໍານາດປົກຄອງ ແລະ ປະຊາຊົນລາວບັນດາເຜົ່າພາຍໃນແຂວງໄດ້ມີຄວາມພ້ອມເປັນເອກະພາບສູງໂດຍໄດ້ເນັ້ນໃຫ້ເອົາໃຈໃສ່ປັບປຸງແບບແຜນນໍາພາ-ວິທີເຮັດວຽກ, ກໍ່ສ້າງ, ປັບປຸງພັກໃຫ້ມີຄຸນນະພາບ ແລະ ກໍ່ສ້າງພະນັກງານໃຫ້ມີຄວາມຮູ້ຄວາມສາມາດ, ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີນໍ້າໃຈເສຍສະຫລະເອື້ອເຟື້ອເພື່ອແຜ່ ແລະ ເຮັດສໍາເລັດໜ້າທີ່ໄດ້ມອບໝາຍດ້ວຍຄຸນນະພາບສູງ.
ທ່ານ ເຈົ້າແຂວງເຊກອງຍັງໄດ້ກ່າວບາງເນື້ອໃນສໍາຄັນທີ່ເປັນບັນຫາຮີບດ່ວນວ່າ: ງານທ່ອງທ່ຽວປີ 2024 ຈະມາເຖິງນີ້ເຫັນວ່າຄະນະພັກ, ຄະນະນໍາແຂວງເຊກອງໄດ້ຕົກລົງຖືເອົາບຸນປະເພນີເສົາຫລັກເມືອງເປັນງານເປີດປີທ່ອງທ່ຽວແຂວງເຊກອງຢ່າງເປັນທາງການໂດຍຈະຈັດຂຶ້ນໃນລະຫວ່າງວັນທີ 21-25 ມັງກອນ 2024 ແຕ່ບັນດາກິດຈະກໍາປິ່ນອອ້ມ ແລະ ການໂຄສະນາໃຫ້ວຽກງານດັ່ງກ່າວນັ້ນໄດ້ເລີ່ມມີການເຄື່ອນໄຫວແລ້ວ. ພ້ອມດຽວກັນນີ້, ກ່ອນຈະຮອດມື້ເປີດປີທ່ອງທ່ຽວຂອງແຂວງພວກເຮົາໄດ້ເປີດງານທ່ອງທ່ຽວເມືອງທ່າແຕງນີ້ກ່ອນແລ້ວ (18-23 ທັນວາ 2023 ນີ້),ສະເພາະເປີດງານທ່ອງທ່ຽວຂອງເມືອງທ່າແຕງໄດ້ມີການວາງສະແດງສິນຄ້າທີ່ເປັນຜະລິດຕະພັນພາຍໃນທ່ອງຖິ່ນ, ງານປະກວດຜະລິດຕະພັນທ້ອງຖິ່ນ, ການສະແດງຂະບວນຕີຄ້ອງຂອງປະຊາຊົນບ້ານກະດອນ(ຊົນເຜົ່າກະຕູ້), ກິດຈະກໍາວັດທະນະທໍາຕ່າງໆໂດຍເນັ້ນການທ່ອງທ່ຽວໃນເມືອງທ່າແຕງນີ້ໃຫ້ເປັນທ່ອງທ່ຽວທໍາມະຊາດ, ທ່ອງທ່ຽວວັດທະນະທໍາບັນດາເຜົ່າ, ທ່ອງທ່ຽວກະສິກໍາ, ຈຸດພົ້ນເດັ່ນແມ່ນຢູ່ທ່າແຕງຟາມລີສອດ ເຊິ່ງໄດ້ເປີດສະໜາມກອ໊ຟແຫ່ງໃໝ່ 9 ຂຸມ, ແວ່ທ່ຽວຊົມສວນສີໜຸກ, ປັດຈຸບັນນີ້ພວມຈະເປີດແຫລ່ງທ່ອງທ່ຽວຕາດໄຟໄໝ້ ເຊິ່ງກຸ່ມບໍລິສັດນໍ້າກັດຢໍລະປາເຂົ້າມາພັດທະນາໂດຍເນັ້ນການທ່ອງທ່ຽວອະນຸລັກປ່າ, ວັດທະນະທໍາ, ຍ່າງເລາະປ່າ, ກະສິກໍາ ແລະ ອື່ນໆ ຫລັງຈາກນັ້ນ ຕົ້ນເດືອນມັງກອນຈະກ້າວເຂົ້າສູ່ການທ່ອງທ່ຽວຂອງແຂວງ.
ຄວາມຈິງພວກເຮົາກໍມີ 4 ເມືອງເນື່ອງຈາກບັນດາກິດຈະກໍາຂອງແຕ່ລະເມືອງຈະແຕກຕ່າງກັນແນ່ນອນ. ຕໍ່ມາຕົ້ນເດືອນມັງກອນຈະເປີດປີທ່ອງທ່ຽວແຂວງ, ສະເພາະການເປີດບຸນປະເພນີເສົາຫລັກເມືອງເປັນງານເປີດທ່ອງທ່ຽວແຂວງເຊກອງຈັດຂຶ້ນໃນລະຫວ່າງວັນທີ 21-25 ມັງກອນ 2024ໃນນັ້ນມີຫລາຍກິດຈະກໍາສໍາຄັນເຊັ່ນ: ງານສະແດງສິນຄ້າ, ຫັດຖະກໍາຕໍ່າແຜ່ນ, ປະກວດອາຫານພື້ນເມືອງ, ການປະກວດອາພອນເພດບັນດາເຜົ່າ, ສະແດງກ້ອນກໍາລັງ 3 ກ້ອນກໍາລັງໃຫຍ່ເຊິ່ງຈະມີຜູ້ເຂົ້າຮ່ວມ300ຄົນ ໃນນັ້ນມີຂະບວນແຄນຂະບວນຄ້ອງ ການນຸ່ງຖືຊຸດຊົນເຜົ່າ ແລະ ອື່ນໆ. ແຕ່ອັນຫລັກໆການທ່ອງທ່ຽວພາຍໃນແຂວງເຊກອງຄື: ທ່ອງທ່ຽວທໍາມະຊາດ (ຕາດແຝດ,ຕາດຫົວຄົນ, ຕາດໄຟໄໝ້…), ທົ່ງນືງ, ຜະລິດຕະພັນກະສິກໍາ, ສວນໂສມ, ເຮືອນຊົນເຜົ່າ-ບ້ານຊົນເຜົ່າ-ການນຸ່ງຖືຊົນແບບເຜົ່າ ປັດຈຸບັນນີ້ ຄະນະນໍາພັກກໍຄືອໍານາດປົກຄອງເມືອງ, ບ້ານ ແລະ ພໍ່ແມ່ປະຊາຊົນຖ້ວນໜ້າໄດ້ພ້ອມກັນປະດັບປະດາຕົວເມືອງ, ທໍາຄວາມສະອາດ, ກະກຽມອາຫານການກິນ, ຢູ່ອາໃສເຮືອນພັກ-ໂຮງແຮມ, ສິ່ງອໍານວຍຄວາມສະດວກໂດຍສະເພາະເລັງປັບປຸງພື້ນຖານຖໂຄງລ່າງໃຫ້ມີຄວາມສະດວກສະບາຍຂຶ້ນກວ່າເກົ່າໃນບາງຈຸດ ໂດຍສະເພາະໄດ້ພວກເຮົາໄດ້ມີຄວາມເອົາໃຈໃສ່ຢ່າງຮີບຮ້ອນປັບປຸງອັນເປັນເອກະລັກ ແລະ ທ່າແຮງເມືອງດາກຈຶງໃຫ້ພົ້ນເດັ່ນໃນທ້ອງຖິ່ນ, ທ່ອງທ່ຽວດ້ານປະຫວັດສາດ ເຊິ່ງພວມປັບປຸງ ແລະ ກໍ່ສ້າງຈຸດເລີ່ມຕົ້ນເຂດປະຕິວັດລາວໃຕ້ໃນເມືອງດາກຈຶກອັນສືບເນື່ອງຈາກວ່າປີໜ້າເປັນວັນເກີດປະທານຄໍາໄຕສີພັນດອນຄົບຮອບ 100 ປີ ສະນັ້ນ ການດໍາລົງຊີວິດ ແລະ ການເຄື່ອນໄຫວປະຕິວັດທີ່ມີຜົນໂດດເດັ່ນ ຂອງທ່ານ ຄໍາໄຕ ສີພັນດອນ ອະດີດປະທານປະເທດແຫ່ງ ສປປ ລາວຈະຕອ້ງໄດ້ຍົກໃຫ້ເຫັນຜົນງານ ແລະຄຸນງາມຄວາມດີຂອງເພີ່ນຕໍ່ປະເທດຊາດດ້ວຍເຫດນັ້ນເມື່ອບໍ່ດົນມານີ້ຄະນະນໍາແຂວງກໍໄດ້ລົງສຳຫລວດຖານທີ່ໝັ້ນການປະຕິວັດລາວໃຕ້ ເຊິ່ງພະນັກງານປະຕິວັດຮຸ່ນກ່ອນໄດ້ອາໄສເປັນບ່ອນເຄື່ອນໄຫວກໍ່ສ້າງຮາກຖານການເມືອງ ແລະ ນຳພາຂະບວນການຕໍ່ສູ້ກູ້ຊາດຢູ່ພາກໃຕ້ຂອງລາວໃນເມື່ອກ່ອນເພື່ອຕ້ານສັດຕູຮຸກຮານໃນຊຸມປີ 1946-1947 ໂດຍມີປະທານ ຄຳໄຕ ສີພັນດອນ ອະດີດປະທານພັກ, ອາດີດປະທານປະເທດແຫ່ງ ສປປ ລາວ ເປັນຜູ້ບັນຊາ ນີ້ເຫັນວ່າງານເປີດປີທ່ອງທ່ຽວຂອງແຂວງຈິ່ງ ໄດ້ຈັດຂຶ້ນໃຫ້ຕິດພັນກັນ ແລະ ສອດຄ່ອງກັບວັນສໍາຄັນຂອງຊາດ, ຂອງບັນພະບູລຸດໂດຍສະເພາະການສະເຫລີມສະຫລອງວັນເກີດຂອງ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ ໃນວັນທີ 8 ກຸມພາ 2024 ທີ່ຈະມາເຖິງນີ້.
ດັ່ງທີ່ຮູ້ນໍາວ່າ: ທ່ານ ຄໍາໄຕ ສີພັນດອນ ອະດີດປະທານພັກ, ປະທານປະເທດເພີ່ນໄດ້ມາເຄື່ອນໄຫວໃນໄລຍະທໍາອິດຂອງການປະຕິວັດແມ່ນຢູ່ແຂວງເຊກອງໃນບ້ານດາກປໍາ ເມືອງດາກຈຶງ, ຈາກຈຸດເລີ່ມຕົ້ນນັ້ນເຫັນພວກເຮົາພ້ອມຄະນະນໍາຂັ້ນເທີງ, ແຂວງ ແລະ ອໍານາດການປົກຄອງທີ່ກ່ຽວຂ້ອງໄດ້ເຫັນດີເປັນເອກະພາບສູງຕົກລົງສ້າງເຮືອນຈໍາລອງຂອງເພີ່ນ ແລະ ມາຮອດປັດຈຸບັນີ້ໄດ້ເລີ່ມກໍ່ສ້າງຈະມີເຮືອນຈໍາລອງປະກອບມີເຮືອນທະຫາລາວ-ທະຫານຫວຽດນາມ, ອະນຸລັກຕົ້ນໄມ້ປະເພດໝາກກ້ຽງຍັງຫລົງເຫລືອຢູ່, ມີນໍ້າສ້າງເປັນບ່ອນນໍ້າໄຫລອອກມາຕະຫລອດປີ ແລະ ອື່ນໆ ຄາດວ່າຈະໃຫ້ສໍາເລັດກ່ອນການສະເຫລີມສະຫລອງວັນເກີດຂອງເພີ່ນ ແລະ ການເປີດປີທ່ອງທ່ຽວແຂວງຂອງພວກເຮົາ.
ຕາມຂໍ້ມູນຂອງພະແນກຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວແຂວງເຊກອງໄດ້ລາຍງານຫວ່າງບໍ່ດົນມານີ້ວ່າ: ມາຮອດເດືອນພະຈິກຂອງ ປີ 2023 ນີ້ແຂວງເຊກອງສາມາດດຶງດູດນັກທ່ອງທ່ຽວເຂົ້າມາພາຍໃນແຂວງເຖິງ 48.000 ຄົນໃນ ນັ້ນແຂກພາຍໃນ 29.000 ຄົນ, ແຂກຕ່າງປະເທດ 18.000 ຄົນ,ສ້າງຮັບໄດ້ຢ່າງໜ້ອຍ 2 ລ້ານກວ່າໂດລາ, ຄາດວ່າປີ 2024 ຈະສູ້ດຶງດູດນັກທ່ອງທ່ຽວໃຫ້ໄດ້ເຖິງ 50.000 ກວ່າຄົນ. ເພື່ອຂໍ່ານັບຮັບຕ້ອນປີທ່ອງທ່ຽວໃຫ້ມີບັນຍາກາດຄຶກຄື້ນນັ້ນທາງແຂວງເອງມີຄວາມພ້ອມຮອບດ້ານແລ້ວໂດຍສະເພາະການຫ້າງຫາກະກຽມດ້ານຕ່າງໆເຊັ່ນ: ແຂວງພວມສຸມໃສ່ສ້າງພັດທະນາ ເປັນແຫລ່ງທ່ອງທ່ຽວທາງດ້ານປະຫວັດສາດ, ວັດທະນະທໍາແມ່ນເຮືອນຊົງດອກເຫັດ ຂອງບ້ານດາກໂດມ, ດາກຕະອອກນ້ອຍ ແລະ ສະຖານທີ່ທ່ອງທ່ຽວດ້ານອື່ນໆ ຈາກນັ້ນພູມສັນຖານທີ່ໂດດເດັ່ນຂອງເມືອງ ທີ່ມີພູສູງຈິ່ງມີໂຄງການຜະລິດກະແສໄຟຟ້າຈາກພະລັງງານລົມ ຂະໜາດໃຫຍ່ ທີ່ພວມຕິດຕັ້ງຢູ່ໃນປະຈຸບັນ ໃນທົ່ວເມືອງ ຈຳນວນ 110 ຕົ້ນ ແລະ ມີ 23 ຕົ້ນ ຢູ່ເຂດເມືອງຊານໄຊ ແຂວງອັດຕະປື (ນີ້ເປັນທ່າແຮງທີ່ພິເສດ ແລະ ໂດດເດັ່ນ ຂອງແຂວງເຊກອງ ກໍ່ຄືຂອງ ສປປ ລາວ) ຈະກາຍເປັນແຫລ່ງທ່ອງທ່ຽວສໍາຄັນ; ພິເສດທີ່ສຸດແມ່ນເມືອງດາກຈຶງມີຊາຍແດນຕິດຈອດກັບເມືອງນາມຢາງ ແຂວງກວາງນາມ ສສ ຫວຽດນາມ ແລະ ໄດ້ຮັບການຍົກລະດັບເປັນດ່ານສາກົນ ເຊິ່ງເປັນທ່າແຮງໃຫ້ແກ່ການຄົມມະນາຄົມ-ຂົນສົ່ງສິນຄ້າຈາກປະເທດໄທ ຜ່ານລາວອອກສູ່ທ່າກຳປັ່ນໃຫຍ່ຢູ່ນະຄອນດານັ່ງ ສສ ຫວຽດນາມ ແລະ ກໍ່ເປັນທ່າແຮງດ້ານການທ່ອງທ່ຽວຂອງແຂວງ ທີ່ນັກທ່ອງທ່ຽວສາກົນ ສາມາດເຂົ້າ-ອອກໄດ້; ປັດຈຸບັນ ແຂວງເຊກອງ ມີແຫລ່ງທ່ອງທ່ຽວ ທັງໝົດ 42 ແຫ່ງແຫລ່ງທ່ອງທ່ຽວ ທໍາມະຊາດມີ 22 ແຫລ່ງ, ແຫລ່ງທ່ອງທ່ຽວ ວັດທະນະທໍາ ມີ 7 ແຫ່ງ, ແຫລ່ງທ່ອງທ່ຽວ ປະຫວັດສາດ ມີ 9 ແຫ່ງ, ແຫລ່ງທ່ອງທ່ຽວ ກະສິກໍາ ມີ 4 ແຫ່ງ.ໃນນີ້ໄດ້ສໍາຫລວດ ຂື້ນບັນຊີແຫລ່ງທ່ອງທ່ຽວຂອງແຂວງແລ້ວ ພ້ອມດຽວກັນນັ້ນໄດ້ສະເໜີຂະແໜງການທີ່ກຽວຂ້ອງອອກໃບຢັ້ງຢືນທີ່ດິນເຂດສະຫງວນແຫລ່ງທ່ອງທ່ຽວໄດ້ຈໍານວນ 3 ແຫ່ງ, ແຂວງເຊກອງມີດ່ານສາກົນ 1 ແຫ່ງ, ດ່ານທ້ອງຖິ່ນ 2 ແຫ່ງ ແລະ ດ່ານປະເພນີ 1 ແຫ່ງ, ທົ່ວແຂວງເຊກອງ ມີໂຮງແຮມ 8 ແຫ່ງ, ເຮືອນພັກ 33 ແຫ່ງ, ຮ້ານອາຫານ 19 ແຫ່ງ, ຮ້ານບັນເທີງ 2 ແຫ່ງ; ບັນດາກິດຈະກໍາ ທີ່ໂດດເດັ່ນ ທີ່ນອນໃນກິດຈະກໍາການເປີດປີທ່ອງທ່ຽວຂອງແຂວງ ເພື່ອເປັນການດຶງດູດນັກທ່ອງທ່ຽວ ເຂົ້າມາໃນໄລຍະປີທ່ອງທ່ຽວລາວ 2024 ນີ້ລວມມີ:ກິດຈະກໍາ ງານບຸນຊ່ວງເຮືອປະຈໍາປີ, ງານບຸນປະເພນີ 10 ເຜົ່າ ເສົາຫລັກເມືອງ ແລະ ອື່ນໆ.
ໂດຍ: ເກີດຂວັນໃຈ ມາລີຈັນສີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments