Sunday, September 8, 2024
Homeຂ່າວໜ້າໜຶ່ງລາວ ກຽມກໍ່ສ້າງໂຄງການເຊື່ອມຕໍ່ພະລັງງານສະອາດ ໄລຍະທີ I ຢູ່ພາກເໜືອ

ລາວ ກຽມກໍ່ສ້າງໂຄງການເຊື່ອມຕໍ່ພະລັງງານສະອາດ ໄລຍະທີ I ຢູ່ພາກເໜືອ

ບໍລິສັດ ຊີຈີເອັນ ເອເນີຈີ ເຕັກໂນໂລຢີ (ລາວ) ຈຳກັດ ກຽມລົງມືກໍ່ສ້າງໂຄງການເຊື່ອມຕໍ່ພະລັງງານສະອາດ ໄລຍະທີ I ຢູ່ພາກເໜືອຂອງລາວ, ເປັນໂຄງການທີ່ສຳຄັນໃນການປະຕິບັດຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ແລະ ຊ່ວຍສ້າງ “ຄູ່ຮ່ວມຊາຕາ ລາວ-ກໍາຈີນ”. ຊິ່ງພິທີກະກຽມໂຄງການດັ່ງ ກ່າວ ຈັດຂຶ້ນໃນວັນທີ 20 ທັນວາ 2023 ໂດຍມີ ທ່ານ ສິນລະວົງ ຄຸດໄພທູນ ປະທານແນວລາວສ້າງຊາດ, ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ຫລີ ອີ້ຫລຸນ (Li Yilun) ຮອງຜູ້ອຳນວຍການກຸ່ມ ບໍລິສັດຊີຈີເອັນ ພາວເວີ້ ກຣຸບ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໂຄງການດັ່ງກ່າວ, ຕັ້ງຢູ່ໃນ 3 ແຂວງຄື: ແຂວງອຸດົມໄຊ, ຜົ້ງສາລີ ແລະ ແຂວງຫລວງນ້ຳທາ ເຊິ່ງມີແຜນຈະກໍ່ສ້າງພະລັງງານລົມ, ພະລັງງານແສງຕາເວັນ ແລະ ພະລັງງານສະອາດອື່ນໆ, ໂຄງການໄລຍະທີ I ຕັ້ງຢູ່ແຂວງອຸດົມໄຊ ແລະ ມີແຜນຈະສ້າງໂຄງການໄຟຟ້າພະລັງງານແສງຕາເວັນ 1 ລ້ານກິໂລວັດໂມງ, ພາຍຫລັງທີ່ໂຄງການໄດ້ລົງມືປະຕິບັດແລ້ວ ຄາດວ່າຈະສາມາດຜະລິດກະແສໄຟຟ້າ ໄດ້ 1,7 ຕື້ກິໂລວັດໂມງ ແລະ ສາມາດຕອບສະໜອງຄວາມຕ້ອງການຊົມໃຊ້ໄຟຟ້າໄດ້ເຖິງ 10 ລ້ານຄົວເຮືອນໃນລາວ.

ທ່ານ ໂພໄຊ ໄຊຍະສອນ ໄດ້ໃຫ້ຮູ້ວ່າ: ປັດຈຸບັນ, ໂຄງການເຊື່ອມຕໍ່ພະລັງງານສະອາດຢູ່ພາກເໜືອຂອງ ສປປ ລາວ ເປັນໂຄງການລົງທຶນທີ່ໃຫຍ່ທີ່ສຸດໃນລາວ ທັງເປັນໂຄງການທີ່ມີກໍາລັງໃນການປະຕິບັດແຜນພັດທະນາພະລັງງານຂອງລາວ, ທັງເປັນການສົ່ງເສີມການພັດທະນາເສດຖະກິດ-ສັງຄົມຂອງລາວ, ພ້ອມນີ້ ຍັງຊ່ວຍໃຫ້ໂຄງປະກອບພະລັງງານຂອງລາວ ມີການອະນຸລັກສິ່ງແວດລ້ອມ, ມີຄວາມໝັ້ນຄົງ ແລະ ປະສິດທິພາບຫລາຍຂຶ້ນ, ປະກອບສ່ວນໃນການປັບປຸງຊີວິດການເປັນຢູ່ຂອງປະ ຊາຊົນໃນທ້ອງຖິ່ນ. ພ້ອມນີ້, ທ່ານຍັງສະແດງຄວາມຫວັງວ່າ ບໍລິສັດ ຊີຈີເອັນ ຈະຊຸກຍູ້ການກໍ່ສ້າງໂຄງ ການໃຫ້ມີຄຸນນະພາບ ແລະ ມີປະສິດທິຜົນສູງ, ປະຕິບັດໜ້າທີ່ຮັບຜິດຊອບທາງສັງຄົມ, ຊ່ວຍເຫລືອການກໍ່ສ້າງພື້ນຖານໂຄງລ່າງ, ການສຶກສາ ແລະ ສາທາລະນະສຸກໃນລາວ ແລະ ປະກອບສ່ວນເຂົ້າໃນການພັດທະນາພະລັງງານສີຂຽວ ແລະ ຍົກລະດັບວິຖີຊີວິດການເປັນຢູ່ ຂອງປະຊາຊົນໃນລາວ.

ທ່ານ ຫລີ ອີ້ຫລຸນ ໄດ້ກ່າວວ່າ: ບໍລິສັດ ຊີຈີເອັນ ໄດ້ຈັດຕັ້ງປະຕິບັດຂໍ້ລິເລີ່ມ “ໜຶ່ງແລວໜຶ່ງ ເສັ້ນທາງ” ຢ່າງຕັ້ງໜ້າ ແລະ ຍິນດີທີ່ຈະສະແດງຄວາມສາມາດຂອງຕົນໃນການຄຸ້ມຄອງ, ທຶນຮອນ, ເຕັກໂນໂລຊີ ແລະ ບຸກຄະລາກອນ, ພ້ອມທັງຈັດການຝຶກອົບຮົມໃຫ້ບຸກຄະລາກອນ, ສ້າງວຽກເຮັດງານທໍາ, ສ້າງພື້ນຖານໂຄງລ່າງ ແລະ ທຶນການສຶກສາ ເພື່ອຊ່ວຍປະຊາຊົນທ້ອງຖິ່ນຫລຸດພົ້ນອອກຈາກຄວາມທຸກຍາກ, ນໍາຄວາມຜາສຸກ ແລະ ຄວາມຮັ່ງມີມາສູ່ປະຊາຊົນ. ພ້ອມນີ້, ຍັງເປັນການສົ່ງເສີມ, ຊ່ວຍເຫລືອໃນການເຊື່ອມຕໍ່ພະລັງງານລາວ ແລະ ປະເທດເພື່ອນບ້ານ ໃຫ້ມີການຮ່ວມມືດ້ານພະລັງ ງານໃນຂົງເຂດ ແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ. ບໍລິສັດ ຊີຈີເອັນ ຈະສຸມໃສ່ສ້າງບັນດາໂຄງການທີ່ມີຄຸນນະພາບສູງໃນການຮ່ວມມືລະຫວ່າງ ຈີນ-ລາວ ແລະ ຂົງເຂດແມ່ນ້ຳຂອງ-ແມ່ນໍ້າລ້ານຊ້າງ ເຮັດໃຫ້ລາວ ແລະ ປະເທດບ້ານໃກ້ເຮືອນຄຽງມີພະລັງງານສະອາດ ທີ່ມີມາດຕະຖານສູງ ພ້ອມທັງຊ່ວຍສ້າງຄູ່ຮ່ວມຊາຕາກໍາຈີນ-ລາວ ໃຫ້ລົງເລິກ, ຮັດແໜ້ນ ແລະ ກ້າວໄກໝັ້ນຄົງ.

ທ່ານ ຈ່າງຊາວສຸນ ປະທານບໍລິຫານ ບໍລິສັດ ຊີຈີເອັນສາກົນ ກ່າວວ່າ: ບໍລິສັດ ຊີຈີເອັນ ຈະສ້າງບັນດາວຽກງານວິສະກໍາທີ່ມີຄຸນນະພາບສູງ ເພື່ອສະໜອງພະລັງງານທີ່ປອດໄພ, ສະອາດ ແລະ ເຊື່ອຖືໄດ້ໃຫ້ແກ່ຈີນ-ລາວ ແລະ ບັນດາປະເທດຂົງເຂດແມ່ນ້ຳຂອງ-ແມ່ນໍ້າລ້ານຊ້າງ ຈະຍຶດໝັ້ນການປະສານສົມທົບກັນ ແລະ ການພັດທະນາແບບເຊື່ອມໂຍງເຂົ້າກັນ ເພື່ອນຳເອົາທຶນຮອນ, ເຕັກໂນໂລຊີ ແລະ ອຸດສາຫະກຳຂອງຈີນມາໃຫ້ແກ່ ສປປ ລາວ, ຊຸກຍູ້ການພັດທະນາຢ່າງວ່ອງໄວຂອງຕ່ອງໂສ້ອຸດ ສາຫະກຳພະລັງງານສີຂຽວຂອງທ້ອງຖິ່ນ, ຍຶດໝັ້ນການພັດທະນາຮ່ວມກັນ, ເຊື່ອມໂຍງເຂົ້າກັນຢ່າງຕັ້ງໜ້າກັບປະຊາຊົນໃນທ້ອງຖິ່ນ, ມີມາດຕະການຕ່າງໆ ເພື່ອແບ່ງປັນໝາກຜົນການພັດທະນາກັບປະຊາ ຊົນໃນທ້ອງຖິ່ນ ເພື່ອສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນສອງປະເທດໃຫ້ດີຂຶ້ນ.

ຂ່າວ: ກິດຕາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments