Saturday, July 27, 2024
Homeຂ່າວພາຍໃນເມືອງປາກຊ່ອງ ຈະຖືກພັດທະນາໃຫ້ເປັນແຫຼ່ງທ່ອງທ່ຽວແບບອະນຸລັກຄົບວົງຈອນ

ເມືອງປາກຊ່ອງ ຈະຖືກພັດທະນາໃຫ້ເປັນແຫຼ່ງທ່ອງທ່ຽວແບບອະນຸລັກຄົບວົງຈອນ

.

ໃນວາລະກອງປະຊຸມເວທີສົນທະນາ ການຮ່ວມມືລາວ-ຈີນ ພາຍໃຕ້ຫົວຂໍ້: ໜຶ່ງແລວ ໜຶ່ງເສັ້ນທາງ ບໍລິສັດ ກຸຍໂຈ ນານຊານ ຮົວຫາວ ເຢ້ຢວນ ການລົງທຶນແຫຼ່ງທ່ອງທ່ຽວວັດທະນະທຳ ຈຳກັດ ແຫ່ງ ສປ ຈີນ ແລະ ບໍລິສັດ ບໍລິເວນ ແຜ່ນດິນຄໍາທ່ອງທ່ຽວ ຈຳກັດ ໄດ້ລົງນາມ ບົດບັນທຶກຄວາມເຂົ້າໃຈ ໂຄງການຮ່ວມມື ສູນການທ່ອງທ່ຽວແບບອະນຸລັກຄົບວົງຈອນ ທີ່ເມືອງປາກຊ່ອງ, ແຂວງຈຳປາສັກ ສປປ ລາວ ແລະ ສວນຈຳລອງວັດທະນຳທຳລາວ ທີ່ແຂວງກຸຍໂຈ ທີ່ຈັດຂຶ້ນເມື່ອບໍ່ດົນຜ່ານມາ ທີ່ນະຄອນຫຼວງວຽງຈັນ.

.

ທ່ານ ລີ ຈິງ (Li Jing) ບໍລິສັດບໍລິສັດ ກຸຍໂຈ ນານຊານ ຮົວຫາວ ເຢ້ຢວນ ການລົງທຶນແຫຼ່ງທ່ອງທ່ຽວວັດທະນະທຳ ຈຳກັດ ແຫ່ງ ສປ ຈີນ ໄດ້ໃຫ້ຮູ້ວ່າການຈະລົງທຶນໃສ່ສູນການທ່ອງທ່ຽວແບບອະນຸລັກຄົບວົງຈອນ ທີ່ເມືອງປາກຊອງ ແຂວງຈຳປາສັກ ເນື່ອງຈາກວ່າຕົນເອງ ໄດ້ລົງສຳຫຼວດພື້ນທີ່ຕົວຈິງ ເຫັນວ່າໃນເຂດດັ່ງກ່າວ ມີຄວາມເໝາະສົມຫຼາຍດ້ານ ເປັນຕົ້ນ ແມ່ນຄວາມສວຍສົດງົດງາມຂອງທຳມະຊາດ, ການດຳລົງຊີວິດຂອງພໍ່ແມ່ປະຊາຊົນ, ມີອາກາດທີ່ດີ, ມີອາກາດເຢັນ ແລະ ຊັບພະຍາກອນທຳມະຊາດອຸດົມສົມບູນ ເຊິ່ງມີຄວາມຄ້າຍຄືກັນກັບ ແຫຼ່ງທ່ອງທ່ຽວ ຢູ່ກຸຍໂຈ ເມືອງກຸຍຢາງ ສປ ຈີນ.

.

ທ່ານ ລີ ຈິງ ຍັງໃຫ້ຮູ້ອີກວ່າ: ແຜນພັດທະນາແຫຼ່ງທ່ອງທ່ຽວ ໃນເຂດເມືອງດັ່ງກ່າວ, ຈະມີຫຼາຍພາກສ່ວນຮ່ວມກັນ ພັດທະນາເປັນແຫຼ່ງທ່ອງທ່ຽວຄົບວົງຈອນ ກໍຄື ເປັນແຫຼ່ງທ່ອງທ່ຽວທີ່ປະສົມປະສານກັບກະສິກຳ, ການຮັກສາສຸຂະພາບ, ການຜະລິດສິນຄ້າຕ່າງໆ, ໂຄງການດັ່ງກ່າວ ຈະເລີ່ມຈັດຕັ້ງປະຕິບັດໃນປີ 2024 ນີ້ ເຊິ່ງເປັນໄລຍະເປີດປີທ່ອງທ່ຽວ ສປປ ລາວ ຈະໃຊ້ເວລາປະມານ 3-5 ປີ ຈຶ່ງຈະສຳເລັດ. ໂຄງການດັ່ງກ່າວ ຈະຊຸກຍູ້ການດຳລົງຊີວິດຂອງປະຊາຊົນໃນທ້ອງຖິ່ນໃຫ້ມີລາຍຮັບ ແລະ ມີຊີວິດການເປັນຢູ່ທີ່ດີຂຶ້ນເປັນກ້າວໆ.

.

ສໍາລັບ ໂຄງການສວນຈຳລອງວັດທະນຳທຳລາວ ທີ່ແຂວງກຸຍໂຈ ຈະນໍາເອົາເອກະລັກວັດທະ ນະທໍາຂອງລາວ ໄປສ້າງເປັນສວນຈຳລອງວັດທະທະນະທຳເອກະລັກລາວຢູ່ ນານຊານ ອີຈານ ນະຄອນກຸຍຢາງ ເມືອງກຸຍໂຈ ສປ ຈີນ ເພື່ອໃຫ້ປະຊາຊົນຈີນ ໄດ້ຮັບຮູ້ເຖິງເອກະລັກ, ຄວາມງົດງາມຂອງຮີດຄອງປະເພນີຂອງລາວ ແລະ ຈະນໍາເອົາຜະລິດຕະພັນຫົວຄິດປະດິດສ້າງ ຂອງປະຊາຊົນລາວ ເປັນຕົ້ນ ຫັດຖະກຳ, ສິນຄ້າກະສິກຳຕ່າງໆ ໄປວາງສະແດງ ເພື່ອໃຫ້ປະຊາຊົນຈີນ ໄດ້ເຂົ້າມາທ່ຽວຊົມສະຖານ ແລະ ໃຫ້ເກີດມີຄວາມຄິດຢາກມາທ່ຽວຊົມ, ສຳຜັດອາກາດຂອງລາວຕົວຈິງ ໂດຍສະເພາະຢູ່ ເຂດເມືອງປາກຊ່ອງ.

.

ທີ່ມາ: ປະເທດລາວ

#TargetMagazine

#ຂ່າວ#News#ข่าว

#Highlight

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments