Sunday, September 8, 2024
Homeຂ່າວການເມືອງກອງປະຊຸມ ຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ

ກອງປະຊຸມ ຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ

ກອງປະຊຸມຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານຂອງທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ທ່ານ ນາງ Martine Therer ຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈຳ ສປປ ລາວ (UNDP), ອຸປະທູດຊົ່ວຄາວ ສະຖານທູດສະຫະລັດອາເມຣິກາ ປະຈຳລາວ, ທູຕານຸທູດ ຕາງ ໜ້າປະເທດທີ່ໃຫ້ທຶນ, ຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ) ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານປະທານກອງປະຊຸມໄດ້ກ່າວວ່າ: ໃນໄລຍະ 1 ປີ ຜ່ານມາ, ຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຕາມພາລະບົດບາດ ຂອງຕົນຢ່າງຕໍ່ເນື່ອງ ເພື່ອໃຫ້ສຳເລັດຕາມເປົ້າໝາຍຍຸດທະສາດແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ (ລບຕ) ຍັງໄດ້ເຊື່ອມສານເຂົ້າໃນຂະແໜງການສຶກສາທິການ ແລະ ກິລາ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ກະຊວງສາທາລະນະສຸກ ແລະ ຂະແໜງການອື່ນໆທີ່ກ່ຽວຂ້ອງ. ຜ່ານການຊີ້ນຳ-ນຳພາ ແລະ ເຄື່ອນໄຫວ ຂອງຄະນະກຳມະການຄຸ້ມຄອງແກ້ໄຂບັນຫາ ລບຕ ແຕ່ລະຂັ້ນ ໂດຍສະເພາະແມ່ນການໂຄສະນາສຶກສາຄວາມສ່ຽງໄພ, ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍ, ການສຳຫຼວດ-ກວດກູ້ ແລະ ທຳລາຍ, ການຄຸ້ມຄອງການເຄື່ອນໄຫວອົງການປະຕິບັດງານ ລບຕ ເພື່ອມະນຸດສະທຳ ເຫັນໄດ້ວ່າສາມາດຕອບສະໜອງຕາມແຜນການໃນແຕ່ລະໄລຍະ ໃນການພັດທະນາ ເສດຖະກິດ-ສັງຄົມ.

ຄ່ຽງຄູ່ກັບຜົນສຳເລັດດັ່ງກ່າວ ເຫັນວ່າຍັງມີບາງສິ່ງທ້າທາຍ ທີ່ພວກເຮົາຈະໄດ້ພ້ອມກັນຄົ້ນຄວ້າປຶກສາຫາລືຮ່ວມກັນ ລວມທັງການວາງແຜນເພື່ອຮັດແໜ້ນການປະສານງານ ແລະ ຮ່ວມມືກັບທຸກພາກສ່ວນ. ວຽກງານແກ້ໄຂ ລບຕ ທີ່ຕົກຄ້າງເປັນວຽກບຸລິມະສິດ, ກະຊວງການຕ່າງປະເທດຈະໝູນໃຊ້ທ່າແຮງຂອງຕົນໃນການປະສານງານກັບທຸກພາກສ່ວນ ເພື່ອຈັດຕັ້ງປະຕິບັດວຽກງານ ລບຕ ໃຫ້ດຳເນີນຕາມທິດທີ່ໄດ້ວາງໄວ້ຢ່າງມີປະສິດທິພາບ ແລະ ມີທ່າກ້າວໃໝ່ໂດຍສອດຄອງຕາມຄວາມຕ້ອງການຂອງທ້ອງຖິ່ນ ແລະ ຍົກສູງຖານະບົດບາດ ສປປ ລາວ ໃນເວທີສາກົນ.

ກອງປະຊຸມຍັງໄດ້ພ້ອມກັນຄົ້ນຄວ້າ ແລະ ຮັບຟັງການລາຍງານເຊັ່ນ: ລາຍງານຜົນສຳເລັດ ແລະ ສິ່ງທ້າທາຍ ແລະ ໂອກາດໃນການດຳເນີນການແກ້ໄຂບັນຫາ ລບຕ ທົ່ວປະເທດ, ຮັບຟັງການລາຍງານ ມອບໂອນ-ວຽກງານການແກ້ໄຂບັນຫາ ລບຕ ມາຂຶ້ນກັບກະຊວງການຕ່າງປະເທດ, ສະເໜີການປັບປຸງກົນໄກກອງປະຊຸມ Sector WorKing G roup ພາຍໃຕ້ການຊີ້ນຳຂອງກະຊວງການຕ່າງປະເທດ ລວມທັງແຜນການປັບປຸງວຽກງານດັ່ງກ່າວໃນອະນາຄົດ.

(ຂ່າວ-ພາບ: ຕຸໄລເພັດ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments