Sunday, September 8, 2024
Homeຂ່າວໜ້າໜຶ່ງທູດລາວຍື່ນສານຕາຕັ້ງຕໍ່ສົມເດັດ ພະຣາຊາວິນເລັມ ອາເລັກຊານເດີ ແຫ່ງຣາຊະອານາຈັກໂຮນລັງ

ທູດລາວຍື່ນສານຕາຕັ້ງຕໍ່ສົມເດັດ ພະຣາຊາວິນເລັມ ອາເລັກຊານເດີ ແຫ່ງຣາຊະອານາຈັກໂຮນລັງ

ເມື່ອບໍ່ດົນມານີ້, ທີ່ພະຣາຊະວັງ Noordeinde Palace ນະຄອນລາຮາຍ ແຫ່ງ ຣາຊະອານາຈັກ ໂຮນລັງ, ທ່ານ ກິ່ງໂພແກ້ວ ພົມມະຫາໄຊ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ສົມເດັດ ພະຣາຊາ ວິນເລັມ ອາເລັກຊານເດີ ແຫ່ງ ຣາຊະອານາຈັກ ໂຮນລັງ ເພື່ອດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ຣາຊະອານາຈັກ ໂຮນລັງ.

ໃນໂອກາດດັ່ງກ່າວ, ທ່ານ ກິ່ງໂພແກ້ວ ພົມມະຫາໄຊ ໄດ້ຮັບກຽດໂອ້ລົມກັບ ສົມເດັດ ພະຣາຊາ ວິນເລັມ ອາເລັກຊານເດີ ດ້ວຍບັນຍາກາດອັດທະຍາໄສໄມຕີຈິດອັນດີ ເຊິ່ງທ່ານທູດ ໄດ້ນໍາເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ເຖິງ ສົມເດັດ ພະຣາຊາ ວິນເລັມ ອາເລັກຊານເດີ ແລະ ປະຊາຊົນ ໂຮນລັງ ທຸກຖ້ວນໜ້າ. ພ້ອມກັນນັ້ນ, ທ່ານທູດ ຍັງໄດ້ກ່າວໃນນາມຕາງໜ້າລັດຖະບານລາວວ່າ ສປປ ລາວ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີມີມາແລ້ວ ນັບແຕ່ ສປປ ລາວ ແລະ ໂຮນລັງ ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນໃນປີ 1975 ແລະ ເຫັນໄດ້ວ່າ ການພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີດັ່ງກ່າວໄດ້ຮັບການເສີມຂະຫຍາຍຢ່າງເປັນປົກກະຕິ.

ໃນໂອກາດດຽວກັນນີ້, ສົມເດັດ ພະຣາຊາ ວິນເລັມ ອາເລັກຊານເດີ ກໍໄດ້ສະແດງຄວາມຂອບໃຈ ແລະ ສົ່ງຄໍາອວຍພອນຢື້ຢາມ ຖາມຂ່າວຄືນເຖິງ ທ່ານປະທານປະເທດ ແຫ່ງ ສປປ ລາວ ເຊັ່ນດຽວກັນ, ທັງໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານທູດຄົນໃໝ່ ແລະ ອວຍພອນໃຫ້ທ່ານທູດ ຈົ່ງປະສົບຜົນສໍາເລັດໃນການປະຕິບັດໜ້າທີ່ການທູດທຸກປະການ. ທ່ານທູດ ກໍໄດ້ສະແດງຄວາມຂອບໃຈ ຕໍ່ຄໍາເວົ້າອັນຈົບງາມ ແລະ ຄໍາອວຍພອນດັ່ງກ່າວ. ພ້ອມທັງຢືນຢັນວ່າ ຈະປະຕິບັດໜ້າທີ່ຂອງຕົນໃຫ້ດີ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ໂຮນລັງ ໃຫ້ນັບມື້ນັບດີຂຶ້ນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments