Sunday, September 8, 2024
Homeຂ່າວພາຍໃນຝຶກອົບຮົມທິດສະດີການເມືອງສື່ມວນຊົນ

ຝຶກອົບຮົມທິດສະດີການເມືອງສື່ມວນຊົນ

ຊຸດຝຶກອົບຮົມທິດສະດີການເມືອງສະເພາະດ້ານໃຫ້ແກ່ຂະແໜງການສື່ມວນຊົນ ຊຸດທີ I ໄດ້ຈັດຂຶ້ນໂດຍກະຊວງຖະແຫຼງຂ່າວ ວັດທະນະທຳ ແລະທ່ອງທ່ຽວ ໃນລະຫວ່າງວັນທີ 6-26 ທັນວາ 2023 ທີ່ສະຖາບັນສື່ມວນຊົນ, ວັດທະນະທຳ ແລະ ທ່ອງທ່ຽວ; ໂດຍມີທ່ານ ປອ ອາລຸນ ບຸນມີໄຊ ຫົວໜ້າກົມຈັດຕັ້ງ-ພະນັກງານ ກະຊວງ ຖວທ, ທ່ານ ແສງແກ້ວ ວົງລຳພັນ ຮອງຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດພ້ອມດ້ວຍວິທະຍາກອນ ແລະນັກສຳມະນາກອນທີ່ມາຈາກບັນດາຂະແໜງການສື່ມວນຊົນອ້ອມຂ້າງສູນກາງເຂົ້າຮ່ວມ.

ທ່ານ​ ຄຳຫຼ້າ ຍອຍສາຍຄຳ ຫົວໜ້າສະຖາບັນສື່ມວນຊົນ,​ ວັດທະນະທຳ​ ແລະ​ທ່ອງທ່ຽວ​ກ່າວວ່າ: ຊຸດຝຶກອົບຮົມໃນຄັ້ງນີ້ຈັດຂຶ້ນເພື່ອບໍາລຸງສ້າງຄວາມເຂັ້ມແຂງທາງດ້ານທິດສະດີການເມືອງ – ການປົກຄອງໃຫ້ແກ່ບັນດາພະນັກງານສື່ມວນຊົນໃຫ້ໄດ້ຮຽນຫຼັກມູນພື້ນຖານ, ທິດສະດີ ມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ, ຮຽນຮູ້ແນວທາງນະໂຍບາຍຂອງພັກ, ບັນດາກົດໝາຍ ແລະແຜນພັດທະນາເສດຖະກິດ-ສັງຄົມຂອງລັດ ຕາມໂຄງການຫຼັກສູດທິດສະດີການເມືອງສະເພາະດ້ານທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດສ້າງໃຫ້ກະຊວງ ຖວທ ໃນການບໍາລຸງຍົກລະດັບ, ຄຸນທາດການເມືອງ, ຄຸນສົມບັດສິນທາປະຕິວັດ, ທັດສະນະຫຼັກໝັ້ນພະນັກງານທີ່ເຮັດວຽກສື່ມວນຊົນຂອງກະຊວງ ຖວທ ແລະບັນດາສໍານັກສື່ມວນຊົນອ້ອມຂ້າງສູນກາງໃຫ້ສູງຂຶ້ນ. ເຊິ່ງມີນັກສຳມະນາກອນເຂົ້າຮ່ວມທັງໝົດ 50 ສະຫາຍ ຍິງ 19 ສະຫາຍ.

ບັນດານັກສຳມະນາກອນຈະໄດ້ຮຽນຮູ້ກ່ຽວກັບຫຼັກມູນທິດສະດີມາກ – ເລນິນ, ສະພາບສາກົນ ແລະທ່າອ່ຽງເສດຖະກິດ, ບັນຫາພື້ນຖານຂອງແນວທາງກ້າວຂຶ້ນສັງຄົມນິຍົມຢູ່ປະເທດເຮົາ, ການພັດທະນາເສດຖະກິດສັງຄົມນິຍົມຢູ່ປະເທດເຮົາ, ຄຸນສົມບັດສິນທໍາປະຕິວັດ ແລະ ຈັນຍາບັນຂອງການເປັນຜູ້ນໍາແບບໃໝ່, ກໍ່ສ້າງພັກປອດໃສເຂັ້ມແຂງໜັກແໜ້ນ, ຄຸ້ມຄອງລັດ-ຄຸ້ມຄອງສັງຄົມດ້ວຍກົດໝາຍ, ການຄຸ້ມຄອງ ແລະການພັດທະນາຊັບພະຍາກອນມະນຸດໃນກົງຈັກລັດ, ຍົກສູງຂີດຄວາມສາມາດໃນການຫັນກຸ້ມຕົນເອງທາງດ້ານງົບປະມານ ວິຊາການ, ກົດໝາຍວ່າດ້ວຍສື່ມວນຊົນ, ຄຸ້ມຄອງ ແລະນໍາໃຊ້ສື່ສັງຄົມອອນລາຍ, ການຂຽນຂ່າວ ແລະສົ່ງຂ່າວສື່ມວນຊົນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments