Saturday, July 27, 2024
Homeຂ່າວພາຍໃນການນຳແຂວງເຊກອງ ສຳຫລວດຈຸດເລີ່ມຕົ້ນເຂດທີ່ໝັ້ນການປະຕິວັດລາວໃຕ້ ຢູ່ເມືອງດາກຈຶງ ເພື່ອກຽມລົງມືກໍ່ສ້າງ

ການນຳແຂວງເຊກອງ ສຳຫລວດຈຸດເລີ່ມຕົ້ນເຂດທີ່ໝັ້ນການປະຕິວັດລາວໃຕ້ ຢູ່ເມືອງດາກຈຶງ ເພື່ອກຽມລົງມືກໍ່ສ້າງ

ໃນວັນທີ 7 ທັນວາ 2023 ນີ້, ທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງເຊກອງ ພ້ອມດ້ວຍທ່ານ ສີສຸພັນ ມະຫາວົງ ຫົວໜ້າຫ້ອງວ່າການແຂວງ, ທ່ານ ເພັງນາ ຈັນທະພອນ ເຈົ້າເມືອງດາກຈຶງ ແລະ ຂະແໜງການກ່ຽວຂ້ອງ ໄດ້ລົງສຳຫລວດຖານທີ່ໝັ້ນການປະຕິວັດລາວໃຕ້ ເຊິ່ງພະນັກງານປະຕິວັດຮຸ່ນກ່ອນໄດ້ອາໄສເປັນບ່ອນເຄື່ອນໄຫວກໍ່ສ້າງຮາກຖານການເມືອງ ແລະ ນຳພາຂະບວນການຕໍ່ສູ້ຢູ່ພາກໃຕ້ຂອງລາວ ຕ້ານສັດຕູຮຸກຮານໃນຊຸມປີ 1946-1947 ໂດຍມີປະທານ ຄຳໄຕ ສີພັນດອນ ອາດີດປະທານພັກ, ອາດີດປະທານປະເທດແຫ່ງ ສປປ ລາວ ເປັນຜູ້ບັນຊາ ເພື່ອສະເຫລີມສະຫລອງວັນເກີດປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ ໃນວັນທີ 8 ກຸມພາ 2024 ທີ່ຈະມາເຖິງ.

ທ່ານ ເຫລັກໄຫລ ສີວິໄລ ໄດ້ກ່າວວ່າ: ຖານທີ່ໝັ້ນການປະຕິວັດລາວໃຕ້ ແມ່ນຕັ້ງຢູ່ເຂດບ້ານດາກປໍາ-ບ້ານດາກຊວງ ເມືອງດາກຈຶງ ຫ່າງຈາກເທສະບານເມືອງປະມານ 4 ກິໂລແມັດ. ຊຶ່ງການລົງສໍາຫລວດຄັ້ງນີ້ ຈຸດປະສົງກໍ່ເພື່ອກໍານົດເຂດພື້ນທີ່, ສ້າງສິ່ງອໍານວຍຄວາມສະດວກ, ສ້າງເຮືອນຢູ່ຈໍາລອງຂອງປະທານ ຄໍາໄຕ ສີພັນດອນ, ສ້າງເຮືອນຢູ່ຈໍາລອງຂອງທະຫານລາວ-ທະຫານຫວຽດນາມ ແລະ ອື່ນໆ ທີ່ຕິດພັນກັບການໃຊ້ຊີວິດປະຈໍາວັນຂອງເພິ່ນໃນເວລານັ້ນ ໃຫ້ກາຍເປັນບ່ອນສຶກສາຮຽນຮູ້ປະຫວັດສາດ ແລະ ເປັນບ່ອນສຶກສາອົບຮົມມູນເຊື້ອປະຕິວັດໃຫ້ເຍົາວະຊົນ-ຄົນຮຸ່ນໃໝ່, ທັງເປັນສະຖານທີ່ທ່ອງທ່ຽວທາງປະຫວັດສາດ ເພື່ອແນໃສ່ໃຫ້ຜູ້ມາສຳຜັດໄດ້ສຶກສານ້ຳໃຈເສຍສະຫລະ, ພິລະອາດຫານ, ຄວາມເດັດດ່ຽວໜຽວແໜ້ນຂອງພະນັກງານ ແລະ ນັກຮົບຮຸ່ນກ່ອນ.

ທ່ານ ເຫລັກໄຫລ ສີວິໄລ ໃຫ້ຮູ້ຕື່ວ່າ: ໂຄງການບູລະນະ, ປັບປຸງຟື້ນຟູ ແລະ ກໍ່ສ້າງເຮືອຈໍາລອງຢູ່ຖານທີ່ໝັ້ນການປະຕິວັດລາວໃຕ້ ຢູ່ເຂດບ້ານດາກປໍາ-ດາກຊວງ ເມືອງດາກຈຶງ ເປັນໂຄງການທີ່ມີຄວາມໝາຍສໍາຄັນ. ສະນັ້ນ, ຂະແໜງການກ່ຽວຂ້ອງທຸກຂັ້ນຕ້ອງສືບຕໍ່ໂຄສະນາ, ສຶກສາອົບຮົມການເມືອງ-ນໍາພາແນວຄິດ, ອະທິບາຍຊີ້ແຈງດ້ວຍເຫດດ້ວຍຜົນ ໃຫ້ປະຊາຊົນມີຄວາມຮັບຮູ້, ເຂົ້າໃຈ, ຮ່ວມມື ແລະ ມີສ່ວນຮ່ວມ ຈັດຕັ້ງປະຕິບັດກິດຈະກໍາຕ່າງໆຂອງໂຄງການໃຫ້ສໍາເລັດຕາມແຜນການທີ່ວາງໄວ້. ທັງນີ້ ກໍເພື່ອໃຫ້ສະຖານທີ່ດັ່ງກ່າວ ກາຍເປັນບ່ອນຮຽນຮູ້ປະຫວັດສາດ, ເປັນແຫລ່ງທ່ອງທ່ຽວທາງປະຫວັດສາດ ທີ່ສາມາດດຶງດູດນັກທ່ອງທ່ຽວເຂົ້າທ່ຽວເມືອງດາກຈຶງ ກໍຄື ແຂວງເຊກອງຫລາຍຂຶ້ນໃນອະນາຄົດ.

ຂ່າວ-ພາບ: ສັນຍາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments