Sunday, September 8, 2024
Homeຂ່າວໜ້າໜຶ່ງປະທານສະມາຄົມນັກຂ່າວແຫ່ງ ສປປ ລາວຮ່ວມກອງປະຊຸມ ສື່ສາກົນ ຢູ່ ສສ ຫວຽດນາມ

ປະທານສະມາຄົມນັກຂ່າວແຫ່ງ ສປປ ລາວຮ່ວມກອງປະຊຸມ ສື່ສາກົນ ຢູ່ ສສ ຫວຽດນາມ

ຂປລ. ວັນທີ 7 ທັນວາ 2023 ນີ້, ທ່ານ ສະຫວັນຄອນ ລາຊະມຸນຕີ ປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມ ສື່ສາກົນ ພາຍໃຕ້ຫົວຂໍ້ “ຄຸ້ມຄອງຫ້ອງຂ່າວດີຈິຕອນ: ທິດສະດີ, ພຶດຕິກຳ ແລະ ປະສົບການຢູ່ພາກພື້ນອາຊຽນ ທີ່ຈັດຂຶ້ນຢູ່ ສສ ຫວຽດນາມ ເພື່ອປຶກສາຫາລື ແລະ ແບ່ງປັນບັນດາມາດຕະການຊຸກຍູ້ການຫັນປ່ຽນດີຈິຕອນຢູ່ ຫວຽດນາມ ແລະ ພາກພື້ນ.

ທ່ານ ສະຫວັນຄອນ ລາຊະມຸນຕີ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້, ເປັນກອງປະຊຸມທີ່ສຳຄັນ ແລະ ມີຄວາມໝາຍສຳລັບສື່ມວນຊົນໃນພາກພື້ນອາຊຽນ ໄດ້ຫັນເຖິງການຫັນປ່ຽນຈາກລະບົບອານາລັອກ ໄປສູ່ລະບົບດີຈິຕອນ ແລະ ຫວັງວ່າຈະໄດ້ຮຽນຮູ້ທິດສະດີ ແລະ ການປະຕິບັດທີ່ດີທີ່ສຸດ ຈາກບັນດາຄູ່ຮ່ວມໃນພາກພື້ນ. ສະມາຄົມນັກຂ່າວແຫ່ງ ສປປ ລາວ ໄດ້ຕັ້ງໜ້າຊຸກຍູ້ສື່ມວນຊົນໃນ ສປປ ລາວ ໃນການຮຽນຮູ້ການປັບປ່ຽນວິທີການເຮັດວຽກ ເພື່ອໃຫ້ແທດເໝາະກັບສະພາບສື່ມວນຊົນທີ່ມີການປ່ຽນແປງ ໂດຍຜ່ານການຝຶກອົບຮົມ ແລະ ຫລັກສູດຕ່າງປະ ເທດ ກ່ຽວກັບສື່ໃໝ່ກັບບັນດາຄູ່ຮ່ວມມືພາກພື້ນ.

ທ່ານ ສະຫວັນຄອນ ລາຊະມຸນຕີ ຍັງກ່າວອີກວ່າ: ໂດຍລວມແລ້ວ, ສື່ມວນຊົນລາວ ໄດ້ປະສົບຜົນສຳເລັດຢ່າງໃຫຍ່ຫລວງ ໃນການຫັນເປັນສື່ດິຈີຕອນ ໂດຍສະເພາະ ການນຳໃຊ້ເຕັກໂນໂລຊີທັນສະໄໝເຂົ້າໃນການຄຸ້ມຄອງຫ້ອງຂ່າວ; ການປັບປຸງການປະຕິບັດວຽກສື່ມວນຊົນ ເຮັດໃຫ້ຜູ້ຊົມສາມາດເຂົ້າເຖິງຂໍ້ມູນໄດ້ໄວຂຶ້ນ ເພື່ອໃຫ້ໄດ້ຮັບຂໍ້ມູນຢ່າງເຕັມທີ່ ໂດຍຜ່ານການຈັດສົ່ງຂ່າວທີ່ໄວຂຶ້ນ. ໃນຂະນະດຽວກັນ ສື່ມວນຊົນລາວ ກໍປະສົບກັບສິ່ງທ້າທາຍຫລາຍດ້ານ ແລະ ຂ້າພະເຈົ້າຫວັງວ່າ ຄະນະຜູ້ແທນລາວ ຈະໄດ້ແລກປ່ຽນ ແລະ ຮຽນຮູ້ຈາກບັນດາຄູ່ຮ່ວມມືໃນພາກພື້ນ ເພື່ອໃຫ້ພວກເຮົານຳເອົາຄວາມຮູ້ໃໝ່ໆ ມາໝູນໃຊ້ເຂົ້າໃນການນຳຂະແໜງສື່ມວນຊົນຂອງລາວ ກ້າວໄປສູ່ມາດຕະຖານສາກົນ.

ນອກຈາກນີ້, ໃນກອງປະຊຸມຍັງໄດ້ຈັດງານວາງສະແດງຜົນງານ ທີ່ຍົກໃຫ້ເຫັນເຖິງການພັດທະນາຂອງວາລະສານຫວຽດນາມ, ການຫັນເປັນດີຈິຕອນ ແລະ ການຮ່ວມມືສາກົນໃນຂົງເຂດສື່.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments