Sunday, September 8, 2024
Homeຂ່າວພາຍໃນ2 ພາກສ່ວນ ຮ່ວມກັນຄົ້ນຄວ້າປັບປຸງກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ

2 ພາກສ່ວນ ຮ່ວມກັນຄົ້ນຄວ້າປັບປຸງກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ

ກົມສ່ວຍສາອາກອນກະຊວງການເງິນ ຮ່ວມກັບຊ່ຽວຊານທະນາຄານໂລກ ໄດ້ຈັດກອງປະຊຸມຄົ້ນຄວ້າກົດ ໝາຍວ່າດ້ວຍອາກອນມູນຄ່າເພີ່ມ (ອມພ) ແບບເຊິ່ງໜ້າ ແລະ ທາງໄກ ຂຶ້ນໃນວັນທີ 1 ທັນວາ ຜ່ານມາ ທີ່ໂຮງ ແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ບຸນປະເສີດ ສີກຸນລະບຸດ ຫົວໜ້າກົມສ່ວຍສາອາກອນກະຊວງການເງິນ ມີຮອງຫົວໜ້າກົມສ່ວຍສາອາກອນ ຄະນະຮັບຜິດຊອບຄົ້ນຄວ້າ ແລະ ປັບ ປຸງກົດໝາຍວ່າດ້ວຍ ອມພ ຄະນະທະນາຄານໂລກເຂົ້າຮ່ວມ.

ທ່ານ ບຸນປະເສີດ ສີກຸນລະບຸດ ກ່າວວ່າ: ກອງປະຊຸມຄັ້ງນີ້ ເປັນຜົນດີຫຼາຍສໍາລັບການປັບປຸງກົດໝາຍວ່າດ້ວຍ ອມພ ເພາະຈະໄດ້ມີການນໍາເອົາມາດຕະຖານ ແລະ ບົດຮຽນທີ່ດີຂອງສາກົນ ແລະ ປະເທດໃກ້ຄຽງ ເພື່ອນໍາມາຄົ້ນຄວ້າປັບປຸງຢ່າງຮອບດ້ານໃຫ້ໄດ້ລະບົບນິຕິກຳທີ່ຄົບຊຸດທັງກົດໝາຍ ອມພ ແລະ ນິຕິກຳໃຕ້ກົດໝາຍທີ່ຈະຕ້ອງໄດ້ມີການຄົ້ນຄວ້າໄປຄຽງຄູ່ກັນ ເພື່ອອຳນວຍຄວາມສະດວກໃນການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ແກ້ໄຂບັນຫາຄ້າງຄາຕ່າງໆໄດ້, ເນື່ອງຈາກ ອມພ ມີສ່ວນສຳຄັນໃນການເພີ່ມລາຍຮັບໃຫ້ລັດຖະບານ ເພື່ອແກ້ໄຂບັນຫາຄວາມຫຍຸ້ງຍາກດ້ານເສດຖະກິດ ແລະ ການເງິນຕາມວາລະແຫ່ງຊາດ.

ຈຸດປະສົງການຈັດກອງປະຊຸມຄັ້ງນີ້ເພື່ອປັບປຸງ ອມພ ເພື່ອປ່ຽນແທນການຍົກເວັ້ນ ອມພ ເນື່ອງຈາກການຍົກເວັ້ນ ອມພ ໄດ້ກຳນົດໃນກົດໝາຍວ່າດ້ວຍສົ່ງເສີມການລົງທຶນ ກົດໝາຍສ່ວຍສາອາກອນ ສັນຍາສໍາປະທານໄດ້ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍ. ດັ່ງນັ້ນ, ຈຶ່ງມີຄວາມຈໍາເປັນຕ້ອງຄົ້ນຄວ້າປັບປຸງບາງກົດໝາຍ ໂດຍບໍ່ໃຫ້ກຳນົດການຍົກເວັ້ນ ອມພ ໃນບັນດາກົດໝາຍ ແລະ ນິຕິກໍາດັ່ງກ່າວ ພ້ອມນີ້ຕ້ອງໄດ້ປັບປຸງກົດໝາຍ ອມພ ໃຫ້ກຳນົດໃຫ້ລະອຽດ ເພາະ ອມພ ເປັນປັດໃຈສຳຄັນໃນການຈັດເກັບລາຍຮັບເຂົ້າງົບປະມານທີ່ກວມອັດຕາສ່ວນສູງ.

ໃນກອງປະຊຸມຄະນະຮັບຜິດຊອບຄົ້ນຄວ້າ ແລະ ປັບປຸງກົດໝາຍວ່າດ້ວຍ ອມພ ແລະ ຊ່ຽວຊານທະນາ ຄານໂລກ ໄດ້ມີການນໍາສະເໜີໃຫ້ຮູ້ເຖິງການຈັດຕັ້ງປະຕິບັດການເກັບ ອມພ ໃນໄລຍະຜ່ານມາ. ສາເຫດທີ່ ສປປ ລາວຈັດເກັບລາຍຮັບຍັງບໍ່ໄດ້ດີ ແລະ ບັນຫາຄ້າງຄາ ແຜນງານປັບປຸງກົນໄກ ອມພ ທີ່ຈະເລີ່ມປະຕິບັດ 2024 ແລະ 2025, ຂັ້ນຕອນດຳເນີນການປັບປຸງກົດໝາຍ ແລະ ບັນຫາອື່ນໆທີ່ຕິດພັນ ພ້ອມທັງມີການແລກປ່ຽນຄຳຄິດເຫັນ ເພື່ອເຮັດໃຫ້ການປັບປຸງກົດໝາຍດັ່ງກ່າວໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍ ປັດຈຸບັນກະຊວງການ ເງິນໄດ້ສະເໜີເປັນແຜນເລັ່ງດ່ວນໃນການປັບປຸງກົດໝາຍວ່າດ້ວຍ ອມພ ເພື່ອໃຫ້ທັນນໍາສະເໜີເຂົ້າໃນກອງປະຊຸມ ສາມັນຂອງສະພາແຫ່ງຊາດຊຸດທີ 7 ສະໄໝທີ IX ໃນເດືອນມິຖຸນາ 2024 ທີ່ຈະມາເຖິງນີ້.

ຂ່າວ-ພາບ: ກະຊວງການເງິນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments